ປະທານາທິບໍດີ Karolos Papoulias ແຫ່ງກຣິສທໍາການພົບປະກັບບັນດາຜູ້ນໍາພັກການເມືອງຕ່າງໆໃນວັນພຸດມື້ນີ້ ເພື່ອຈັດຕັ້ງລັດຖະບານຮັກສາການຊົ່ວຄາວຂຶ້ນ ຊຶ່ງຈະນໍາພາປະເທດ ທີ່ປະສົບກັບໜີ້ສິນຢ່າງໜັກໄປຮອດເວລາມີການເລືອກຕັ້ງໃໝ່ ຊຶ່ງກໍານົດຈະຈັດຂຶ້ນໃນເດືອນໜ້ານີ້.
ພັກການເມືອງສໍາຄັນຕ່າງໆໄດ້ປະສົບກັບຄວາມລົ້ມແຫຼວອີກຄັ້ງໃໝ່ເພື່ອປະກອບຄະນະລັດຖະບານປະສົມຂຶ້ນໃນວັນອັງຄານວານນີ້ ຫຼັງຈາກທໍາຄວາມພະຍາຍາມມາຫຼາຍຄັ້ງເພື່ອໃຫ້ບັນລຸຂໍ້ຕົກລົງກັນ. ການເລືອກຕັ້ງໃນຕົ້ນເດືອນນີ້ ບໍ່ມີພັກໃດໄດ້ຮັບໄຊຊະນະຢ່າງຈະແຈ້ງ.
ເບິ່ງຄືວ່າ ການເລືອກຕັ້ງໃໝ່ນີ້ ກໍຈະເຮັດໃຫ້ສະພາແຫ່ງຊາດຢູ່ໃນສະ ພາບທີ່ຄ້າງຄາກັນ ຊຶ່ງຈະບໍ່ມີພັກການເມືອງພັກໃດໄດ້ຮັບຄະແນນສຽງພຽງພໍເພື່ອຈັດຕັ້ງຄະນະລັດຖະບານໃໝ່ຂຶ້ນນັ້ນ. ແຕ່ພັກປະສົມນິ ຍົມແນວທາງຊ້າຍຈັດພາຍໃຕ້ການນໍາພາຂອງທ່ານ Alexis Tsipras ຜູ້ນໍາພັກ Syriza ທີ່ຄັດຄ້ານຢ່າງແຂງຂັນຕໍ່ການເອົາມາດຕະການປະ ຢັດມັດທະຍັດຕ່າງໆນັ້ນ ໄດ້ຮັບການສະໜັບສະໜຸນພຽງພໍທີ່ຈະມີອິດທິ ພົນສໍາຄັນນັ້ນ.
ການກະທໍາເຊ່ນນີ້ ສາມາດນໍາພາກຣິສປະເຊີນໜ້າກັນກັບສະຫະພາບຢູໂຣບໄດ້ ຊຶ່ງພວກຜູ້ນໍາຂອງປະເທດເຫຼົ່ານັ້ນເຄີຍກ່າວມາວ່າ ກຣິສຈະບໍ່ໄດ້ຮັບເງິນກູ້ຢືມໃດໆຕື່ມອີກນອກຈາກກຣິສຈະປະຕິບັດຕາມແຜນການ ລົດໜີ້ສິນທີ່ຫຍຸ້ງຍາກນັ້ນເສຍກ່ອນ.
ສະພາບການບໍ່ໄປບໍ່ມາດ້ານການເມືອງຂອງກຣິສໄດ້ສົ່ງຜົນກະທົບກະເທືອນຕໍ່ພວກຕະຫຼາດຮຸ້ນໃນຢູໂຣບ ແລະເປັນໄພຂົ່ມຂູ່ບ່ອນທໍາລາຍຕໍ່ເຂດທີ່ໃຊ້ເງິນຢູໂຣນັ້ນ. ເລື້ອງນີ້ເປັນເລື້ອງສໍາຄັນໃນການພົບປະຫາລືກັນຢ່າງເປັນທາງການຄັ້ງທໍາອິດລະຫວ່າງປະທານາທິບໍດີໃໝ່ຂອງຝຣັ່ງ ທ່ານ Francois Hollande ແລະທ່ານນາງ Angela Merkel ນາ ຍົກລັດຖະມົນຕີຂອງເຢຍຣະມັນ. ໃນລະຫວ່າງການພົບປະຫາລືກັນໃນວັນອັງຄານວານນີ້ທີ່ກຸງ Berlin ຜູ້ນໍາທັງສອງກ່າວວ່າ ພວກທ່ານສະ ໜັບສະໜຸນກຣິສໃຫ້ເປັນສະມາຊິກຂອງກຸ່ມ 17 ປະເທດສະຫະພາບຢູໂຣບທີ່ໃຊ້ເງິນຢູໂຣຕໍ່ໄປ.