ປະທານາທິບໍດີກຣີສ ໄດ້ປະຊຸມກັນກັບບັນດາຜູ້ນໍາສູງສຸດຂອງສາມພັກການເມືອງ ໃນຄວາມພະຍາຍາມຄັ້ງສຸດທ້າຍ ເພື່ອປະກອບລັດຖະບານຜະສົມຊຸດໃໝ່ຂອງປະເທດ.
ຂະນະນີ້ ທ່ານ Karolos Papoulias ປະທານາທິບໍດີກຣີສ ໄດ້ພົບປະເຈລະຈາກັບບັນດາຫົວໜ້າ ຂອງພັກອະນຸລັກນິຍົມ New Democracy ພັກເສຣີນິຍົມຢ່າງຮຸນແຮງ Syriza ແລະພັກສັງຄົມນິຍົມ PASOK ແລ້ວ. ຫລັງຈາກນັ້ນ ທ່ານຈະພົບປະກັບບັນດາຫົວໜ້າຂອງພັກການເມືອງນ້ອຍໆ ທີ່ໄດ້ບ່ອນນັ່ງໃນສະພາແຫ່ງຊາດ ໃນການເລືອກຕັ້ງເມື່ອວັນທີ່ 6 ພຶດສະພາຜ່ານມານີ້. ຜູ້ນໍາພັກ PASOK ທ່ານ Evangelos Venizelos ກ່າວວ່າ ທ່ານມີຄວາມຮູ້ສືກໃນແງ່ດີທີ່ຈໍາກັດຫລາຍ ກ່ຽວກັບ ການເຈລະຈາໃນວັນອາທິດນີ້.
ພັກ New Democracy ຫລືປະຊາທິປະໄຕໃໝ່ ແລະພັກ PASOK ອາດສາມາດປະກອບລັດຖະບານຜະສົມຂຶ້ນມາໄດ້ ຖ້າຫາກພັກ Democracy Left ຫລືປະຊາທິປະໄຕຊ້າຍ ຍອມເຂົ້າຮ່ວມນໍາ ແຕ່ວ່າ ມາຮອດປັດຈຸບັນ ພັກດັ່ງກ່າວຍັງບໍ່ຍອມເຂົ້າມາຮ່ວມນໍາ ຖ້າບໍ່ມີພັກ Syriza.
ການເຈລະຈາກັນດັ່ງກ່າວເປັນຄວາມພະຍາຍາມຄັ້ງສຸດທ້າຍຂອງປະທານາທິບໍດີ ເພື່ອຫລີກລ່ຽງບໍ່ໃຫ້ມີການເລືອກຕັ້ງຊຸດໃໝ່ອີກ ຫລັງຈາກຜົນການເລືອກຕັ້ງເມື່ອຕົ້ນເດືອນນີ້ ສະແດງວ່າ ບໍ່ມີພັກໃດທີ່ໄດ້ຮັບບ່ອນນັ່ງຫລາຍພໍທີ່ຈະກໍາສຽງສ່ວນຫລາຍໄດ້.
ທ່ານ ປາປູລີອາສ ມີເວລາໄປຈົນເຖິງວັນພະຫັດອາທິດນີ້ ເພື່ອໃຫ້ບັນລຸຂໍ້ ຕົກລົງໃນການຈັດຕັ້ງລັດຖະບານຜະສົມ. ຖ້າທ່ານຫາກບໍ່ສາມາດເຮັດ ໄດ້ແລ້ວ ກຣີສກໍຈະຕ້ອງຈັດໃຫ້ມີການເລືອກຕັ້ງຄັ້ງໃໝ່ຂື້ນ ໃນເດືອນມິຖຸນາ ຄືເດືອນໜ້ານີ້.
ຈຸດສໍາຄັນທີ່ສຸດຂອງຄວາມຂັດແຍ່ງກັນ ແມ່ນລວມຈຸດຢູ່ທີ່ການຕົກລົງຂອງລັດຖະບານກຣີສທີ່ມີໜີ້ສິນທ່ວມລົ້ນນັ້ນ ຕໍ່ຄໍາຮຽກຮ້ອງຕ່າງໆຂອງພວກ ເຈົ້າໜີ້ນາໆຊາດ ແລະບັນດາປະເທດເພື່ອນບ້ານຢູໂຣບຂອງກຣີສ ທີ່ທວງ ໃຫ້ກຣີສຈັດຕັ້ງປະຕິບັດມາດຕະການປະຢັດຮັດເຂັມຂັດຢ່າງທີ່ສຸດ ເພື່ອແລກປ່ຽນກັບ ການອະນຸມັດເງິນຊ່ວຍເຫລືອງວດທີ່ສອງໃນຊ່ວງເວລາ ສອງປີ.