ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດກຣີສ ປະທະກັບ ພວກອົບພະຍົບ ທີ່ຊາຍແດນ ມາເຊໂດເນຍ


ຕຳຫຼວດກຣີສຢືນຍາມ ຫຼັງຈາກເກີດການປະທະກັນ ກັບພວກອົບພະຍົບ ທີ່ສູນອົບພະຍົບຊົ່ວຄາວ ໃນບໍລິເວນຊາຍແດນ ຕິດກັບມາເຊໂດເນຍ. (29 ມີນາ 2016)
ຕຳຫຼວດກຣີສຢືນຍາມ ຫຼັງຈາກເກີດການປະທະກັນ ກັບພວກອົບພະຍົບ ທີ່ສູນອົບພະຍົບຊົ່ວຄາວ ໃນບໍລິເວນຊາຍແດນ ຕິດກັບມາເຊໂດເນຍ. (29 ມີນາ 2016)

ຕຳຫຼວດກຣີສທີ່​ລາດຕະ​ເວນ​ຕາມ​ເຂດ​ຊາຍ​ແດນ​ທາງ​ພາກ​ເໜືອ
​ຂອງ​ປະ​ເທດ​ໄດ້​ປະ​ທະ​ກັບ​ພວກ​ອົບພະຍົບຫຼາຍຮ້ອຍ​ຄົນ​ໃນ​ວັນ​
ອັງຄານ​ວານ​ນີ້ ສ່ວນ​ໃຫຍ່ ​ແມ່ນ​ພວກ​ທີ່​ຫລົບໜີ​ຈາກ​ສົງຄາມ​ໃນ
​ຊີ​ເຣຍທີ່​ໄດ້​ຖືກ​ຂັດຂວາງ​ບໍ່​ໃຫ້​ຂ້າ​ມ​ເຂົ້າ​ໄປ​ໃນ​ມາ​ເຊ​ໂດ​ເນຍ.

ສ່ວນ​ອີກ​ຫຼາຍ​ພັນ​ຄົນ​ທີ່ພາກັນ​ຕັ້ງຄ້າຍ​ຢູ່ໃກ້​ກັບ​ບ້ານ Idoeni ບໍ່​
ໄດ້​ເອົາ​ຫົວຊາຄຳ​ສັ່ງຂອງ​ລັດຖະບານ​ໃຫ້​ຍົກຍ້າຍ​ເຂົ້າ​ໄປ​ຢູ່​ສູນ
​ຊົ່ວຄາວ​ໃນ​ຂະນະ​ທີ່​ການ​ປະທ້ວງ​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ​ຕໍ່ຕ້ານ​ການ​
ປາບປາມ​ຂອງ​ຢູ​ໂຣບ​ແລະ​ການ​ຫລັ່ງ​ໄຫລຂອງ​ພວກ​ອົບ​ພະຍົບ
ຈາກ​ຕາ​ເວັນ​ອອກ​ກາງ​ແລະ​ເອ​ເຊຍ​ໃຕ້.​

ພວກ​ອົບ​ພະຍົບທີ່​ພາກັນ​ປະ​ທ້ວງ ​ໄດ້​ອັດ​ບໍລິ​ເວນ​ລາງ​ລົດ​ໄຟ​ມາ​ໄດ້​ຫຼາຍ​ມື້​ແລ້ວຮຽກຮ້ອງ​
ຂໍ​ເຂົ້າ​ໄປ​ໃນ​ປະ​ເທດ​ມາ​ເຊ​ໂດ​ເນຍ ​ແລະ​ບ່ອນ​ອື່ນໆ ​ໃນ​ແຫລມ​ບອລກັນ ​ແລະ​ເດີນທາງ​ຕໍ່​
ໄປ​ຍັງ​ຢູ​ໂຣບຕາ​ເວັນຕົກ​ເພື່ອ​ຊອກ​ສະ​ແຫວ​ງຫາ​ຄວາມ​ສະຫງົບແລະ​ຄວາມ​ອຸດົມ​ຮັ່ງມີ​ຢູ່​ທີ່​
ນັ້ນ.

ສ່ວນ​ຢູ່​ບ່ອນ​ອື່ນໆ ​ກະຊວງ​ພາຍ​ໃນຂອງ​ອີ​ຕາ​ລີ​ ໄດ້​ເປີດ​ເຜີຍ​ຂໍ້​ມູນ​ ໃນ​ວັນ​ອັງຄານ​ວານນີ້
ສະ​ແດງ​ໃຫ້​ເຫັນ​ວ່າ ຈຳນວນ​ອົບ​ພະຍົບທີ່​ກອງທັບ​ເຮືອ​ອີ​ຕາ​ລີ​ຊ່ອຍ​ເຫລືອ​ນັ້ນໄດ້​ເພີ້​ມຂຶ້ນ
ຢ່າງ​ຫຼວງຫລາຍ​ໃນ​ໄລຍະ​ສາມ​ເດືອນ​ທຳ​ອິດ​ຂອງ​ປີນີ້ ຈາກ​ໄລຍະດຽວ​ກັນ​ຂອງ​ປີ​ທີ່​ແລ້ວ.
​ໂຕ​ເລກ​ຂອງ​ໜ່ວຍ​ຍາມ​ຝັ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ ກອງທັບ​ເຮືອ​ອີ​ຕາ​ລີ​ໄດ້​ຊ່ອຍ​ເຫຼືອອົບ​ພະ
ຍົບ​ໃນ​ທະ​ເລ 16,000 ຄົນ ລະຫວ່າງ​ລີ​ເບຍ​ຫາ​ເກາະ​ຊີ​ຊີ​ລີໃນ​ປີນີ້ ສົມ​ທຽບ​ໃສ່​ພວກ​ທີ່​ຖືກ​
ຊ່ອຍ​ເຫລືອ​ກາຍ​ 10,000 ຄົນ​ໜ້ອຍ​ນຶ່ງ​ໃນ​ປີ​ 2015.

Europe Migrants
please wait
Embed

No media source currently available

0:00 0:01:22 0:00

XS
SM
MD
LG