ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະພາກຣິສ ອາດຈະສະໜັບສະໜູນ ຂໍ້ສະເໜີ ຊ່ອຍກອບ​ກູ້​​ ເສດຖະກິດ


ລັດຖະມົນຕີການເງິນ ກຣິສ ທ່ານ Euclid Tsakalotos.
ລັດຖະມົນຕີການເງິນ ກຣິສ ທ່ານ Euclid Tsakalotos.

ສະພາກຣິສປະຊຸມ​ກັນ​ໃນ​ວັນ​ສຸກ​ມື້​ນີ້ ​ເພື່ອ​ຕັດສິນ​ໃຈ​ວ່າຈະ​ໃຫ້
ການສະໜັບສະໜູນຕໍ່ກາ​ນປະຕິ​ຮູບທີ່ໄດ້ສະ​ເໜີ​ແກ່ບັນດາ​ລັດ
ຖະມົນຕີ​ການ​ເງິນ​ຢູໂຣບ ​ເພື່ອ​ເປັນ​ການ​ແລກ​ປ່ຽນ​ກັບການ​ໄດ້
ຮັບເງິນກອບ​ກູ້ເສດຖະກິດເພີ້ມ​ຂື້ນ ​ໃນ​ຂະນະ​ທີ່​ກຣິສກຳລັງດິ້ນ
ລົນເພື່ອ​ຮັກສາ​ໃຫ້ເສດຖະກິດ​ຂອງ​ຕົນ ​ໃຫ້​ລອຍໂຕ​ຢູ່ໄດ້ ​ແລະ
​ຍັງ​ຢູ່​ໃນ​ເຂດ​ໃຊ້​ເງິນ​ຢູ​ໂຣຕໍ່ໄປ.

​ໃນ​ຕອນ​ແລງ​ວັນ​ພະຫັດ​ວານ​ນີ້ ລັດຖະບານຂອງນາຍົກລັດຖະ
ມົນຕີ Alexis Tsipras ​ໄດ້ສົ່ງ​ຂໍ້​ສະ​ເໜີ​ປະຕິ​ຮູບ​ເທື່ອ​ຫລ້າ​ສຸດ​
ໄປໃຫ້ບັນດາ​ລັດຖະມົນຕີ​ການ​ເງິນ​ຢູ​ໂຣບ ທີ່​ຕ້ອງ​ຕັດສິນ​ໃຈ​ວ່າ
​ເຂົາ​ເຈົ້າ​ຈະ​ເຫັນ​ດີ​ໃຫ້​ການອະນຸມັດ ເງິນກູ້ຢືມ ກ້ອນໃໝ່ທີ່ຕ້ອງ
ການເປັນທີ່ສຸດນັ້ນ ແກ່ລັດຖະບານທີ່​ກຳລັງ​ດິ້ນລົນຂອງກຣີສຫຼືບໍ່.

Greece Submits Reform Proposals in Bid to Avoid Euro Exit
please wait

No media source currently available

0:00 0:02:00 0:00

ບໍ່ມີລາຍລະອຽດຫຍັງຫຼາຍ​ກ່ຽວກັບສິ່ງ​ທີ່ຢູ່​ໃນ​ຂໍ້​ສະ​ເໜີ​ໃຫມ່​ຈາກ Athens. ​ແຕ່​ລາຍ​ງານ
ກ່າວ​ວ່າ ແມ່ນຮວມທັງ​ຄຳ​ຮຽກ​ຮ້ອງ​ຂອງສະຫະພາບຢູ​ໂຣຍ ທີ່​ໃຫ້​ຂື້ນ​ພາສີ​ຂາຍ​ສິນຄ້າ
ຈຳນວນ​ນຶ່ງ ​ແລະ​ຕັດ​ການ​ໃຊ້​ຈ່າຍລົງ.

ຄວາມບໍ່ສາມາດທີ່ຈະບັນລຸການຕົກລົງ​ຂອງກຣິສ ​ແລະສະຫະພາບ​ຢູໂຣບ ອາດ​ຈະ​ນຳ​
ໄປ​ສູ່ການຂັບໄລ່ກຣິສ ​ອອກ​ຈາກ​ເຂດ​ໃຊ້​ເງິນ​ຢູ​ໂຣທີ່ມີສະມາຊິກ 19 ປະ ​ເທດໃນຢູ​ໂຣບ
ທີ່​ໃຊ້​ເງິນ​ຕາຮ່ວມກັນ.

ປະທານາທິບໍດີ ຝຣັ່ງ ທ່ານ Francois Hollande ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ໃນ​ວັນ​ສຸກ​ມື້
​ນີ້​ວ່າ ຂໍ້​ສະ​ເໜີ​ໃໝ່​ຂອງກຣິສ “​ຈິງຈັງ ​ແລະໜ້າ​ເຊື່ອ​ຖື” ​ແລະ​ກ່າວ ວ່າ ກຣິສໄດ້​ສ​ະ​ແດງ​ໃຫ້
ເຫັນເຖິງຄວາມ​ຕັ້ງ​ໃຈ ທີ່​ຢາກ​ຢູ່ ​ໃນເຂດ​ໃຊ້​ເງິນ​ຢູ​ໂຣຕໍ່ໄປ.

ສະຫະພາບ​ຢູ​ໂຣບ ທີ່ມີສະມາຊິກ 28 ປະເທດ ຈະ​ເປີດ​ກອງ​ປະຊຸມ​ສຸກ​ເສີນ​ໃນ​ວັນ​ອາທິດ​
ຈະ​ມາ​ເຖິງ​ນີ້ ​ເພື່ອ​ພິຈາລະນາເບິ່ງສະພາບ​ການ​ຂອງກຣິສ.

Greece
please wait
Embed

No media source currently available

0:00 0:00:30 0:00

XS
SM
MD
LG