ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການໄຕ້ທວນໄຟ ໂອລິມປິກ ສຳຫຼັບ ການແຂ່ງຂັນ ທີ່ກຸງລອນດອນ ປີນີ້ (ເບິ່ງສະໄລດ໌ກັບວີດີໂອ)

ຜູ້ຖືທວນໄຟຄົນທີສອງຈາກອັງກິດ ນາຍ Alex Loukos (ຂວາ) ຖືທວນໄຟໂອລິມປິກ ຕໍ່ຈາກນາຍ Spyros Gian- niotis (ຊ້າຍ) ໃນບໍລິເວນຂຸມຝັງສົບຂອງທ່ານ Pierre de Coubertin ຫຼັງຈາກພິທີໄຕ້ທວນໄຟໂອລິມປິກໃນວັນພະ ຫັດມື້ນີ້ ທີ່ເມືອງໂບຮານ Olympia (10 ພຶດສະພາ 2012)

ທວນ​ໄຟ​ໂອ​ລິ​ມປິກ​ ສໍາລັບ​ການ​ແຂ່ງຂັນ​ກີລາ​ໂອ​ລິ​ມປິກ​ ທີ່ກຸງ​ລອ​ນດອນ ປະ​ເທດ​ອັງກິດໃນປີ​ນີ້ ຈະມີ​ການ​ໄຕ້​ໃນ​ວັນ​ພະຫັດ​ມື້​ນີ້ທີ່​ປະ​ເທດ​ກຣີສ ອັນ​ເປັນ​ບ່ອນ​ກໍາ​ເນີ​ດຂອງ​ກີລາ​ໂອ​ລິ​ມປິກ​ສະ​ໄໝ​ໂບຮານ​ນັ້ນ.

ບັນດາ​ເຈົ້າໜ້າ​ທີ່​ກີລາ​ໂອ​ລິ​ມປິກ​ກ່າວ​ວ່າ ພວກ​ຖື​ທວນ​ໄຟ ຈະ​ແລ່ນຖືທວນໄຟດັ່ງກ່າວໄປ​ທົ່ວ​ປະ​ເທດ​ກຣີສ​ເປັນ​ເວລາ​ເຈັດ​ວັນ ກ່ອນ​ຈະ​ອອກ​ເດີນທາງ​ໄປ​ສູ່ປະ​ເທດ​ອັງ​ກິດ​ໃນ​ວັນ​ທີ່ 18 ​ເດືອນ​ພຶດສະພາ​ນີ້.

ທີ່​ອັງກິດ ​ທວນໄຟນີ້​ຈະ​ມີ​ການ​ແລ່ນ​ຜັດປ່ຽນ​ກັນຖື​ເປັນ​ເວລາ 70 ວັນທີ່​ກວມ​ເອົາພື້ນ​ທີ່​ເກືອບ 13,000 ​ກິ​ໂລ​ແມັດ ​ແລະ​ຜ່ານ 1,000 ກວ່າ​ໝູ່ ບ້ານ ກ່ອນ​ຈະນຳ​ໄປ​ຈູດ​ໃສ່​ອ່າງ​ໄຟໂອ​ລິ​ມປິກຂະໜາດ​ໃຫຍ່ ທີ່​ສະໜາມ​ກີລາ​ໂອ​ລິ​ມປິກ ​ໃນ​ມື້​ທໍາ​ພິທີ​ເປີດ​ການ​ແຂ່ງຂັນ​ວັນ​ທີ 27 ​ເດືອນ​ກໍລະກົດ​ນັ້ນ.

ທ່ານ​ Sebastian Coe ຫົວໜ້າ​ກີລາ​ໂອ​ລິ​ມປິກ​ ນະຄອນຫລວງ​ລອນ​ດອນ​ກ່າວ​ວ່າ ພວກ​ແລ່ນ​ຖື​ທວນໄຟ​ ຈະ​ຊ່ວຍ​ດົນ​ຈິດ​ດົນ​ໃຈ​ປະຊາ​ຊົນໃນທົ່ວ​ປະ​ເທດອັງກິດ​ແລະ​ທົ່ວ​ໂລກ.

XS
SM
MD
LG