ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໗ ມີນາ ໒໐໒໓

ກຣິສ ໃກ້ຈະໄດ້ຮັບ ການອະນຸມັດ ເງິນຊ່ວຍເຫຼືອ ງວດທີ່ສອງແລ້ວ (ເບິ່ງວີດີໂອ)


ພາຍໃຕ້ບັນຍາກາດ ທີ່ຈະໄດ້ຮັບເງິນກູ້ຢືມງວດທີສອງ ທຸງຊາດກຣິສແລະທຸງສະຫະພາບຢູໂຣບກໍາລັງປີວສະບັດ ຢູ່ຕໍ່ໜ້າຕຶກ The Parthenon ທີ່ກຸງ Athens ທີ່ 18 ເດືອນກຸມພາ ປີ 2012.

ຫລັງ​ຈາກ​ມີ​ການ​ເຈລະຈາ​ກັນ​ມາເປັນ​ເວ​ລາຫລາຍ​ເດືອນ ບັນດາ​ຜູ້​ນໍາ​ ຢູ​ໂຣບພາກັນ​
ສະ​ແດງຄວາມ​ຫວັງ​ໄປ​ໃນ​ແງ່​ດີ​ຄັ້ງ​ໃໝ່ ກ່ຽວ​ກັບ​ການ​ໃຫ້​ເງິນ​ຊ່ອຍ​ເຫຼືອກ້ອນ​ໃໝ່ຈໍາ​
ນວນ​ເງິນ 170 ພັນ​ລ້ານ​ໂດ​ລາ ຈະໄດ້​ຮັບການ​ອະນຸມັດພາຍ​ໃນ​ວັນ​ຈັນ​ນີ້.

ນາຍົກລັດ​ຖະ​ມົນຕີ ​ເຢຍຣະ​ມັນ ທ່ານ​ນາງ Angela Merkel ​ແລະ ນາຍົກ​ລັດ​ຖະ​ມົນ
ຕີ ອີ​ຕາ​ລີ ທ່ານ Mario Monti ຫລັງ​ຈາກ​ໄດ້​ມີ​ການ​ສົນທະນາ​ຫາລື​ໃນ​ວັນ​ສຸກ​ກັບນາ​
ຍົກ​ລັດ​ຖະ​ມົນຕີກຣິສ ທ່ານ Lucas Papademos ​ໂດຍ​ທາງ​ໂທລະສັບ​ແລ້ວ ກ່າວ​ວ່າ ​
ເຂົາ​ເຈົ້າ​ມີ​ຄວາມ​ໝັ້ນ​ໃຈ​ວ່າ ການໃຫ້​ເງິນ​ຊ່ວຍເຫລືອ​ແກ່ກຣິສ ສາມາດ​ບັນ​ລຸ​ກັນໄດ້
ບັນດາ​ຫົວໜ້າ​ການ​ເງິນ​ຈາກ 17 ປະ​ເທດ​ທີ່​ໄຊ້​ເງິນ​ຢູ​ໂຣ ມີ​ກຳນົດ​ທີ່ຈະ​ຕັດສິນ​ໃຈ ກ່ຽວ
ກັບ​ການ​ໃຫ້ການ​ຊ່ວຍ​ເຫລືອ​ແກ່ກຣິສ ​ເວລາ​ພວກທ່ານ​ປະ​ຊຸມກັນໃນ​ວັນ​ຈັນຈະ​ມາ ​ທີ່​
ນະ​ຄອນ Brussels.

ນາຍ​ຍົກ​ລັດ​ຖະ​ມົນຕີ​ຝຣັ່ງ​ ທ່ານ Francois Fillon ກ່າວ​ວ່າ ຝຣັ່ງ ແລະ ເຢຍຣະມັນ
ຊຶ່ງ​ເປັນ​ສອງປະ​ເທດເສດ​ຖະກິດໃຫ່ຍສຸດຕົກລົງ​ກັນວ່າ ກຣິສ ຕ້ອງ​ໄດ້ໃຫ້ການ​ຊ່ວຍ​ເຫຼືອ​
ແກ່​ກຣີີສ ​ເພື່ອ​ຫຼີກລ້ຽງ​ບໍ່​ໃຫ້ ປະ​ເທດ​ດັ່ງກ່າວ​ບໍ່​ສາມາດ​ຈ່າຍ​ໜີ້ສິນ​ໄດ້.

ກຣິສ ກໍາລັງ​ດຳ​ເນີນ​ງານ​ກ່ຽວ​ກັບ​ປີກ​ຫຍ່ອຍ​ຕ່າງໆ​ຂອງ​ການ​ກູ້​ຢືມ ຊຶ່ງ​ເປັນເງິນ​ກູ້​ຢືມ
ນາໆ​ຊາດງວດທີສອງໃນໄລຍະສອງ​ປີ ​ແຕ່ໃນອາທິດ​ແລ້​ວນີ້ ກຣິສ ​ໄດ້ປະຕິບັດ​ຕາມ​ນະ​ໂຍ
ບາຍ​ຄວາມ​ຮຽກຮ້ອງ​ຕ້ອງການ ​ຜູ້​ໃຫ້​ເງິນ​ກູ້​ຢືມ​ໃນ​ຂອບ​ເຂດ​ທີ່​ກວ້າງຂວາງ ທີ່​ວາງມາ​ດ
ຕະການປະຢັດ ມັດທະຍັດ​ໄວ້​ຫລາຍໆຢ່າງ ​ເພີ່ມ​ໃສ່​ມາດ​ຕະການທີ​ມີ​ມາ​ກ່ອນ​ໜ້າ​ນັ້ນ​
ສະພາກຣິສ​ໄດ້ໃຫ້ການ​ອະນຸມັດ ກ່ຽວ​ກັບ​ການ​ຕັດ​ຄ່າໃຊ້ຈ່າຍ​ຕ່າງໆລົງ ​ເຖິງແມ່​ວ່າມີ​ການ
ເດີນ​ປະ​ທ້ວງຂອງ​ພວກ​ຄົນ​ງານ​ກຣີີສ​ຢູ່ຕາມຖະໜົນ​ຕ່າງໆໃນນ​ະຄອນ​ເອ​ເທ​ນ ເພື່ອ​ຕໍ່ຕ້ານ
ຄວາມ​ຮຽກຮ້ອງ​ຕ້ອງການຂອງ​ນາໆ​ຊາດດັ່ງກ່າວ.

ລັດ​ຖະ​ມົນຕີຮັກສາ​ຄວາມ​ສະຫງົບ ທ່ານ Christos Papoutsis ​ກ່າວ​ວ່າ​ກຣີີສໄດ້​ພະຍາ​
ຍາມທໍາ​ການ​ປົວ​ແປງບັນຫາ​ທາງ​ດ້ານການ​ເງິນ​ຂອງຕົນ​ຢ່າງ​ສຸດ​ຂີດ.

XS
SM
MD
LG