ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໕ ມິຖຸນາ ໒໐໒໓

ຜູ້ຊາຍກຣິສ ຍິງຕົວຕາຍ ຍ້ອນມາດຕາການ ປະຫຍັດມັດຖະຍັດ ຂອງລັດຖະບານ (ເບິ່ງສະໄລດ໌)


ຝູງຊົນພາກັນເຕົ້າໂຮມກັນຢູ່ກ້ອງຕົ້ນໄມ້ ບ່ອນທີ່ Demitris Chrisstoulas ຍິງຕົວເອງຕາຍ ທີ່ຈະຕຸລັດ Syntagma ໃນກູງ Ethens ວັນພະຫັດ ທີ່ 5, 2012.

ຜູ້​ຊາຍຊາວ​ກຣິສ ບໍານານ​ແລ້ວຄົນ​ນຶ່ງ ​ທີ່​ໄດ້ຍິງ​ຕົວ​ເອງ​ຕາຍຢູ່​ກາງນະຄອນຫລວງ
ເອ​ເທ​ນສ໌ ​ໃນ​ອາທິດນີ້ ​ໄດ້​ຂຽນ​ໜັງສື​ບອກ​ວ່າ ລາວຂ້າ​ຕົວ​ເອງ​ຕາຍ ກໍ​ເພາະວ່າ
ມາດຕາ​ການມັດ​ຖະຍັດທາງ​ດ້ານ​ການເງິນຂອງລັດຖະບານ ເຮັດ​ໃຫ້​ລາວ​ບໍ່ມີ​ເງິນ
​ໃຊ້ເລີຍ.

ການ​ເອົາ​ມາດ​ຕະການ​ອັນຮ້າຍ​ແຮງ​ຂອງນາຍ​ໝໍ​ຢາທີ່​ໄປບໍານານ​ແລ້ວຄົນ​ນີ້ ໄດ້​ເຮັດ
ໃຫ້​ລາວ​ກາຍ​ມາ​ເປັນສັນຍາ​ລັກ ທີ່​ໜ້າ​ສະ​ລົດ​ໃຈ​ຂອງ​ຊະ​ຕາ​ກໍາ​ທາງ​ເສດຖະກິດ​ຂອງ
​ປະ​ເທດ ທີ່​ມີ​ໜີ້​ສິນ​ທ່ວມຫົວ​ນັ້ນ.

ບັນດາໜັງສື​ພີ​ມກຣິສ​ໄດ້​ລົງ​ຂ່າວ​ ໃນ​ວັນ​ພະຫັດ​ວານ​ນີ້ ກ່ຽວ​ກັບ​ເນື້ອ​ໃນ​ຂອງໜັງສື
ທີ່ຂຽນລາ​ຂ້າ​ຕົວ​ຕາຍ​ຂອງ ທ່ານ Dimitris Christoulas ອາຍຸ 77 ປີ ຊຶ່ງລາວຂຽນ​
ວ່າ ມາດຕາການ​ປະ​ຫຍັດມັດ​ຖະຍັດ ທີ່ລັດຖະບານ​ກຣິສ​ໄດ້​ປະກາດ​ໃຊ້ເພື່ອ​ແລກ​ກັບ​
ການ​ຊ່ວຍ​ເຫລືອກອບ​ກູ້​ໜີ້​ສິນ​ໃຫ້​ ຂອງ​ນາໆ​ຊາດ​ນັ້ນ ​ແມ່ນ​ໄດ້ກວດເອົາ​ໄປ​ຈົນ​ໝົດ
ກ້ຽງ ເງິ​ນບໍານານ​ທີ່​ລາວ​ຄິດ​ວ່າ​ຈະ​ເອົາ​ໄວ້​ໃຊ້​ລ້ຽງ​ດູຕົນ​ເອງໃນ​ເວລາ​ກີ​ນ​ເບ້ຍ​ບໍານານນັ້ນ.

ທ່ານ Chritoulas ຍິງຕົວ​ຕາຍຢູ່​ທີ່​ຫົວ ​ໃນ​ຕອນ​ເຊົ້າ​ວັນ​ພຸດ ​ເວລາ​ທີ່ຜູ້ຄົນ​ກໍາລັງໜາ​
ແໜ້ນ​ພາກັນຟ້າວ​ຟັ່ງໄປ​ການ ຢູ່ຈະຕຸ​ລັດ Syntagma ກາງ​ເມືອງຫລວງ​ເອ​ເທັນ​ສ໌.
ໜັງສື​ທີ່​ລາວ​ຂຽນ​ປະ​ໄວ້ເວົ້າ​ວ່າ ລາວ​ໄດ້​ຕົກ​ຕໍ່າ​ເຖິງຂັ້ນ​ທີ່ຕ້ອງ​ໄດ້ໄປຊອກ​ກິນນໍາ​ກະ​
ໂຫລ່ງຂີ້​ເຫຍື້ອ ​ເພື່ອຍັງ​ຊີບ ​ແລະ​ບໍ່​ມີ​ທາງ​ອອກທີ່​ມີ​ກຽດ​ແບບ​ໃດ​ອີກ​ແລ້ວ.”

ເບິ່ງຮູບສະໄລດ໌ຊາວກຣິສສະແດງຄວາມເສຍໃຈນໍານາຍ Dimitris Christoulas
ທີ່ຂ້າໂຕຕາຍ:

XS
SM
MD
LG