ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຜນການຊ່ອຍເຫຼືອ ກຣີສ


ພວກຜູ້ນຳຂອງ 16 ປະເທດ ທີ່ໃຊ້ເງິນຢູໂຣ ຈະພົບປະກັນ ໃນວັນສຸກມື້ນີ້ ເພື່ອລົງນາມ ໃນແຜນການໃຫ້ຄວາມຊ່ອຍເຫຼືອ ແກ່ກຣີສ ບັນເທົາບັນຫາໜີ້ສິນ ຂະນະທີ່ ລັດຖະມົນຕີການເງິນ ຂອງກຸ່ມຈີ 7 ໄດ້ກະກຽມ ທີ່ຈະສົນທະນາຫາລື ກ່ຽວກັບ ເລື່ອງນີ້ນຳ.

ສະພາແຫ່ງຊາດຂອງກຣີສ ໄດ້ຮັບຮອງເອົາແຜນການປະຢັດ ມັດທະຍັດ ມູນຄ່າ 40 ພັນລ້ານໂດລາ ໃນວັນພະຫັດ ວານນີ້ ທ່າມກາງ ການກົດດັນ ຂອງສະຫະພາບຢູໂຣບ ແລະອົງການ ກອງທຶນສາກົນ IMF ເພື່ອເປັນການແລກປ່ຽນ ກັບການໃຫ້ ຄວາມຊ່ອຍເຫລືອ ມູນຄ່າ 145 ພັນລ້ານໂດລາ.

ບັນດາລັດຖະມົນຕີການເງິນ ຂອງກຸ່ມຈີ 7 ຫລື 7 ປະເທດທີ່ຮັ່ງມີໃນໂລກປະກອບດ້ວຍ ສະຫະຣັດ ອັງກິດ ການາດາ ຝຣ່ັງ ເຢຍຣະມັນ ອີຕາລີ ແລະຍີ່ປຸ່ນ ຈະຈັດກອງປະຊຸມ ໃນວັນສຸກມື້ນີ້ ເພື່ອປຶກສາຫາລື ກ່ຽວກັບແຜນການ ໃຫ້ການຊ່ອຍເຫລືອ ແກ່ກຣີສ.

ແຜນການປະຢັດມັດທະຍັດຂອງກຣີສ ທີ່ໄດ້ມີການຮັບຮອງເອົາໃນມື້ວານນີ້ແມ່ນຮວມທັງ ການບໍ່ຂຶ້ນເງິນເດືອນ ການຕັດບຳນານ ຂອງພວກ ຂ້າລັດຖະການ ພົນລະເຮືອນ ແລະຂໍ້ບັງຄັບໃໝ່ ກ່ຽວກັບ ການເພີ້ມອາຍຸ ໃນການອອກກິນ ເບ້ຍບຳນານ ສຳລັບພວກແມ່ຍິງ ຂຶ້ນເປັນ 65 ປີ. ພວກຕຳໜິຕິຕຽນ ເວົ້າວ່າ ມາຕະການ ດັ່ງກ່າວນີ້ ຈະສ້າງຄວາມເສຍຫາຍ ໃຫ້ແກ່ພວກຄົນທຸກຍາກ.

XS
SM
MD
LG