ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປະທ້ວງ ຢູ່ກຣີສ


ພວກປະທ້ວງ ຫລາຍສິບພັນຄົນ ໄດ້ໄປໂຮມຊຸມນຸມກັນ ທີ່ນະຄອນຫລວງເອເທັນ ຂອງກຣີສ ໃນວັນເສົາມື້ນີ້ ເພື່ອຄັດຄ້ານ ຕໍ່ການຕັດ ການໃຊ້ຈ່າຍ ຂອງລັດຖະບານຢ່າງໃຫຍ່ ຂະນະທີ່ກຣີສ ພວມດຳເນີນງານ ເພື່ອຜ່ອນເບົາ ວິກິດການ ໃນດ້ານໜີ້ສິນ. ພວກເດີນຂະບວນ ທີ່ນະຄອນຫລວງຂອງກຣີສ ໄດ້ພາກັນ ສະແດງຄວາມໂກດແຄ້ນ ບໍ່ພໍໃຈ ໃນລະຫວ່າງ ການສະເຫລີມສະຫລອງ ວັນກຳມະກອນສາກົນ ຕາມປະເພນີ ທີ່ເຄີຍປະຕິບັດກັນມາ. ເຈົ້າໜ້າທີ່ຂອງຢູໂຣບ ໃກ້ຈະເສັດສິ້ນ ໃນການຮ່າງແຜນການ ໃຫ້ຄວາມຊ່ອຍເຫລືອ ທາງດ້ານ ເສດຖະກິດ ແກ່ກຣີສແລ້ວ ແລະເວົ້າວ່າ ລາຍລະອຽດຕ່າງໆ ຈະມີການປະກາດໃຫ້ຊາບ ໃນຕອນເຊົ້າ ຂອງວັນອາທິດ ມື້ອື່ນ. ພວກຜູ້ຕາງໜ້າ ຂອງກຣີສ ພວມເຈລະຈາຫາລື ກ່ຽວກັບ ລາຍລະອຽດ ຂອງຂໍ້ຕົກລົງ ກັບສະຫະພາບຢູໂຣບ ແລະອົງການ ກອງທຶນສາກົນ IMF ເພື່ອຊ່ອຍໃຫ້ກຣີສ ລອດພົ້ນຈາກ ວິກິດການດ້ານໜີ້ສິ້ນ. ກ່າວກັນວ່າ ແຜນການດັ່ງກ່າວ ມີມູນຄ່າ 160 ພັນລ້ານໂດລາ. ນາຍົກລັດຖະມົນຕີ ຂອງກຣີສ ທ່ານ GEORGE PAPANDREOU ເຕືອນເພື່ອນຮ່ວມຊາດວ່າ ຕ້ອງໄດ້ມີ ແຜນປະຢັດ ມັດທະຍັດ ທາງດ້ານ ເສດຖະກິດ ໃນອະນາຄົດຕໍ່ໜ້າ. ທ່ານກ່າວຕໍ່ສະພາແຫ່ງຊາດ ໃນມື້ວານນີ້ວ່າ ມາຕະການເຫລົ່ານີ້ ແມ່ນມີຄວາມຈຳເປັນ ຍ້ອນມີຄວາມຢູ່ລອດ ຂອງກຣີສ ເປັນເດີມພັນ.

XS
SM
MD
LG