ຕຳຫຼວດຢູ່ທີ່ປະເທດກຣີສ ແລະມາເຊໂດເນຍ ໄດ້ໃຊ້ລະເບີດນ້ຳຕາ ທັບມ້າງພວກເດີນ
ຂະບວນປະທ້ວງ ໃນວັນອາທິດວານນີ້ ກ່ຽວກັບການແກ້ໄຂບັນຫາຂັດແຍ້ງ ທີ່ມີມາເປັນ
ເວລາດົນນານ ວ່າປະເທດໃດຄວນຈະໃຊ້ຊື່ມາເຊໂດເນຍ.
ຕຳຫຼວດທີ່ນະຄອນຫຼວງສະກົບເຢ ຂອງມາເຊໂດເນຍ ໄດ້ປະທະກັບພວກປະທ້ວງ ທີ່
ພາກັນແກວ່ງກ້ອນຫີນ ທີ່ພະຍາຍາມຈະເດີນຂະບວນ ໄປຍັງຕຶກສະພາແຫ່ງຊາດ.
ສ່ວນຢູ່ປະເທດກຣີສ ຕຳຫຼວດກໍໄດ້ໃຊ້ລະເບີດນ້ຳຕາ ຕໍ່ພວກປະທ້ວງທີ່ມີຄວາມໂກດ
ແຄ້ນ ທີ່ບ້ານພີໂຊເດຣີ ທີ່ຕັ້ງຢູ່ໃກ້ໆກັບຊາຍແດນ ມາເຊໂດເນຍ ແລະໃກ້ກັບເມືອງ
ພາຊາຣາເດສ ບ່ອນທີ່ຂໍ້ຕົກລົງ ກ່ຽວກັບເລື້ອງຊື່ມາເຊໂດເນຍໄດ້ມີການເຊັນກັນນັ້ນ.
ມີຢ່າງໜ້ອຍ 6 ຄົນໄດ້ຮັບບາດເຈັບ ໃນການປະທະກັນດັ່ງກ່າວ.
ລັດຖະມົນຕີການຕ່າງປະເທດຂອງກຣີສ ແລະມາເຊໂດເນຍ ໄດ້ລົງນາມໃນຂໍ້ຕົກລົງ
ດັ່ງກ່າວ ໃນວັນອາທິດວານນີ້ ໂດຍມີນາຍົກລັດຖະມົນຕີຂອງກຣີສ ທ່ານອາເລັກຊີ
ຊີປຣັສ ແລະ ນາຍົກລັດຖະມົນຕີມາເຊໂດເນຍ ທ່ານ ໂຊຣານ ຊາ-ເອຟ ໄດ້ເປັນສັກຂີ
ພິຍານໃນການລົງນາມ.
ອະດີດສາທາລະນະລັດມາເຊໂດເນຍ ໄດ້ຕົກລົງທີ່ຈະປ່ຽນຊື່ເປັນ ສາທາລະນະລັດ
ມາເຊໂດເນຍເໜືອ ເພື່ອແລກປ່ຽນກັບ ການຍົກເລີກການກີດກັ້ນ ຂອງກຣີສ ຕໍ່ການ
ເປັນສະມາຊິກ ໃນອົງການເນໂຕ້ (NATO) ແລະສະຫະພາບຢູໂຣບ ຂອງ
ມາເຊໂດເນຍ.
ປະເທດທັງສອງໄດ້ຜິດຂ້ອງຕ້ອງຖຽງກັນ ນັບຕັ້ງແຕ່ມາເຊໂດເນຍໄດ້ເປັນເອກກະລາດ
ໃນປີ 1991. ມາເຊໂດເນຍຍັງເປັນຊື່ຂອງຂົງເຂດບູຮານ ໃນປະຫວັດ ສາດຢູ່ພາກເໜືອ
ຂອງກຣີສ.
ປະຊາຊົນກຣີສ ຫຼາຍຄົນເວົ້າວ່າ ການອະນຸຍາດໃຫ້ປະເທດ ທີ່ຢູ່ໃກ້ຄຽງໃຊ້ຊື່ຂອງຕົນ
ເປັນການດູຖູກປະຫວັດສາດຂອງກຣີສ ແລະ ບົ່ງບອກເຖິງການອ້າງເອົາດິນແດນຂອງ
ກຣີສ.
ປະຊາຊົນມາເຊໂດເນຍບາງຄົນກ່າວວ່າ ການປ່ຽນຊື່ປະເທດຂອງເຂົາເຈົ້າ ຫຼື ແມ່ນກະ
ທັ້ງແກ້ໄຂມັນ ໃນຂໍ້ຕົກລົງກັບກຣີສນັ້ນ ແມ່ນເປັນການຂາຍຊາດ.
ສະມາຊິກສະພາແຫ່ງຊາດຂອງປະເທດທັງສອງ ຕ້ອງໃຫ້ສັດຕະຍາບັນ ຕໍ່ຂໍ້ຕົກລົງ
ດັ່ງກ່າວ ແລະທ່ານຊາເອຟ ກ່າວວ່າ ທ່ານຍັງຈະໃຫ້ມການລົງປະຊາມະຕິ ກ່ຽວກັບ
ເລື້ອງນີ້. ຜົນຮັບທີ່ອອກມາຈະເປັນແນວໃດນັ້ນ ແມ່ນຍັງ ບໍ່ທັນເປັນທີ່ແນ່ນອນເທື່ອ
ຍ້ອນວ່າຕ່າງກໍມີການຄັດຄ້ານຢູ່ໃນທັງສອງປະເທດ.