ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Greece ​ແລະ​ເຈົ້າ​ໜີ້ຢູ​ໂຣບ ບໍ່ປະສົບຜົນສຳເລັດ ໃນການ ​ເຈລະຈາ​ກັນ


Greece Bailout EU SOTVO
please wait

No media source currently available

0:00 0:00:41 0:00

ການ​ເຈລະຈາ​ກັນ ລະຫວ່າງ Greece ​ແລະ​ເຈົ້າ​ໜີ້ຢູ​ໂຣບ ​ໄດ້​ຍຸດຕິ​ລົງ​ໃນ​ວັນ​ພຸດ​ວານ​ນີ້ ​ໂດຍ​ປາດ​ສະ​ຈາກການ​ຜ່ອນສັ້ນຜ່ອນຍາວ ​ກ່ຽວກັບ​ການ​ຊ່ອຍກອບ​ກູ້​ເສດຖະກິດ​ເປັນເງິນມະຫາສານ ​ແລະ​ມາດຕະການປະຢັດມັດທະຍັດ ທີ່ໃຫ້ Athens ປະຕິບັດຕາມນັ້ນ.

ທັງ​ສອງ​ຝ່າຍ ບໍ່​ໄດ້​ແມ່ນ​ແຕ່ຕົກລົງ​ກັນ ​ກ່ຽວກັບການອອກ
ຖະແຫຼງການຮ່ວມ​ ​ຫຼັງ​ຈາກການ ເຈລະຈາຢ່າງສຸກເສີນເປັນ
ເວລາ 7 ຊົ່ວ​ໂມງ ລະຫວ່າງ ລັດຖະມົນຕີການເງິນ Greece
ທ່ານ Yanis Varoufakis ແລະບັນດາລັດຖະມົນຕີການເງິນ
ຂອງເຂດໃຊ້ເງິນຢູໂຣ ທີ່ນະ ຄອນ Brussels.

ທ່ານ Jeroen Dijsselbloem ປະທານຂອງລັດຖະມົນຕີການເງິນເຂດຢູໂຣ ໄດ້ກ່າວວ່າ ມັນບໍ່ມີຄວາມຄືບໜ້າພຽງພໍ ແມ່ນແຕ່ຈະຕົກລົງກັນວ່າ ຈະໂອ້ລົມກັນກ່ຽວກັບເລື້ອງຫຍັງ
ເວ ລາທັງສອງຝ່າຍພົບປະກັນອີກ ໃນວັນຈັນຈະມາເຖິງນີ້.

ທ່ານ Dijsselbloem ໄດ້ກ່າວວ່າ “ພວກເຮົາ ບໍ່ໄດ້ຮອດວ່າ ເຂົ້າເຖິງລາຍລະອຽດຂອງ
ຂໍ້ສະເໜີດ້ວຍຊ້ຳ ພວກເຮົາບໍ່ໄດ້ເຂົ້າເຖິງການເຈລະຈາຂອງເນື້ອຫາຂອງໂຄງການທັງຫຼາຍ ຫຼື ໂຄງການໃດນຶ່ງເລີຍ ພວກເຮົາໄດ້ພະຍາຍາມ ທີ່ຈະເຮັດຂັ້ນຕອນຕໍ່ໄປ ໃນອີກ 2-3 ມື້
ຕໍ່ໜ້ານີ້ ພວກເຮົາກໍຍັງເຮັດບໍ່ໄດ້ຊ້ຳ”

ລັດຖະບານຊຸດໃໝ່ ທີ່ອຽງຊ້າຍຂອງ Greece ທີ່ໄດ້ຖືກເລືອກໃຫ້ເຂົ້າຮັບໜ້າທີ່ໃນເດືອນ
ແລ້ວນີ້ ແມ່ນຂໍຮ້ອງໃຫ້ເປີດການເຈລະຈາຄືນໃໝ່ ກ່ຽວກັບເງິນກູ້ຢືມ 300 ພັນລ້ານໂດລາ ແທນທີ່ຈະຊອກຫາທາງເພື່ອຕໍ່ອາຍຸ ເວລາພາກສ່ວນຫຼ້າສຸດຈະໝົດອາຍຸລົງໃນທ້າຍເດືອນ
ກຸມພານີ້.

XS
SM
MD
LG