ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກຣິສ ເລີ້ມຍົກ​ຍ້າຍ ຊາວອົບພະຍົບ ອອກຈາກ​ເມືອງ Idomeni


Greece Refugees
please wait
Embed

No media source currently available

0:00 0:00:59 0:00

ເຈົ້າໜ້າ​ທີ່ກຣິສ ​ເລີ້ມຍົກ​ຍ້າຍ​ສູນ​ອົບ​ພະຍົບຢ່າງ​ບໍ່​ເປັນ​ທາ​ງການໃນ​ເມືອງ Idomeni ​ໃນ​ເຊົ້າ​ວັນ​ອັງຄານ​ມື້​ນີ້.

ມີຕຳຫຼວດ​ຢ່າງ​ນ້ອຍ 400 ຄົນ ​ໄດ້​ຖືກ​ສົ່ງ​ໄປ​ຍັງສູນດັ່ງກ່າວ ຊຶ່ງ​ໄດ້​ເປັນ​ທີ່​ອາ​ໄສ​ຂອງ​ພວກ ອົບ​ພະຍົບຈຳນວນ 8 ພັນ 400 ຄົນ. ເຈົ້າໜ້າ​ທີ່ກຣິສ ​ໄດ້ຄ້ຳ​ປະກັນ​ວ່າ ຈະ​ບໍ່​ມີ​ການ​ໃຊ້​ກຳລັງ​ໃດໆໃນ​ການ​ຍົກຍ້າຍ​ຄັ້ງ​ນີ້.

ທ່ານ Christine Nikolaidou ​ໂຄສົກ​ຂອງ​ອົງການ​ຍົກຍ້າຍ​ຖິ່ນ​ຖານສາກົນ ຫຼື​ IOM ​ໃນ​ກຣິສ ​ໄດ້​ບອກ​ກັບ VOA ວ່າ “ມາ​ເຖິງ​ປະຈຸ​ບັນ​ນີ້ ທຸກ​ສິ່ງ​ຢ່າງ​ແມ່ນ​ດຳ​ເນີນ​ໄປ​ດ້ວຍ​ດີ ​ແຕ່​ວ່າ ມັນ​ເປັນຄວາມ​ຈິງ​ທີ່​ວ່າ ​ໄດ້​ມີ​ພວກ​ຕຳຫຼວດ​ຈຳນວນ​ຫຼວງ​ຫຼາຍ​ອ້ອມ​ແອ້​ມສູນ​ອົບ​ພະຍົບ​ໃນ​ເມືອງ Idomeni ເພື່ອຕຽມ​ພ້ອມ​ຮັບ​ມືກັບ​ສິ່ງ​ທີ່​ບໍ່​ຕ້ອງການບໍ່​ໃຫ້​ເກີດ​ຂຶ້ນ ​ໃນເວລາ​ນີ້.”

ການ​ຍົກ​ຍ້າຍ​ໃນ​ຄັ້ງ​ນີ້ ​ແຕກ​ຕ່າງ​ອອກ​ໄປ​ຈາກ​ການ​ຍົກ​ຍ້າຍ​ຄັ້ງ​ນ້ອຍໆ ທີ່​ໄດ້​ພະຍາຍາມ​ກະທຳ​ໃນ​ຫຼາຍໆ​ເດືອນ​ຜ່ານ​ມາ​ກໍ​ແມ່ນ​ວ່າ ເຈົ້າໜ້າ​ທີ່ກຣິສ ​ໄດ້​ຢືນຢັນກ່ຽວ​ກັບ​ສູນ ທັງ 9 ​ແຫ່ງທີ່ຢູ່​ອ້ອມ​ແອ້​ມ​ເມືອງ Thessaloniki ທີ່​ພວກ​ອົບ​ພະຍົບພວກ​ນີ້ ຮູ້​ຢ່າງ​ແນ່ນອນ​ວ່າ​ພວກ​ເຂົາ​ຈະ​ຍ້າຍ​ໄປ​ໃສ ​ແລະ​ວ່າ​ ສູນ​ອົບ​ພະຍົບ​ໃໝ່​ນີ້ ​ແມ່ນ​ຕຽມ​ພ້ອມ​ທີ່​ຈະ​ອຳນວຍ​ຄວາມ​ສະດວກໃຫ້ພວກ​ເຂົາ​ເຈົ້າ.

ທ່ານ Nikolaidou ກ່າວ​ວ່າ “​ແລະ​ນັ້ນ​ລະ ​ເປັນ​ສິ່ງ​ທີ່​ພວກ​ເຂົາ​ເຈົ້າ​ເຊື່ອ ​ເພາ​ະວ່າ ​ໃນ​ຄັ້ງ​ກ່ອນ​ນັ້ນ...ສູນ​ອົບ​ພະຍົບ ​ແມ່ນ​ບໍ່​ພ້ອມ. ປະຈຸ​ບັນ​ນີ້ ສະພາບ​ການ​ແມ່ນ​ດີ​ຂຶ້ນ​ຫຼາຍ ​ແລະ​ພວກເຂົາ​ເຈົ້າ​ກໍຮູ້​ຢ່າງ​ແນ່ນອນ​ແລ້ວ​ວ່າ ​ພວກ​ເຂົາ​ຈະ​ຍ້າຍ​ໄປຢູ່​ໃສ.​”

ສູນ​ອົບ​ພະຍົບ​ໃນ​ເມືອງ Idomeni ​ແມ່ນ​ສູນ​ຊົ່ວຄາວ​ຢ່າງ​ບໍ່​ເປັນ​ທາງ​ການ ທີ່ຕໍ່​ເຕີມ​ສ້າງ​ຂຶ້ນ​ໃນບໍລິ​ເວນ​ທາງ​ຜ່ານ​ລະຫວ່າງ Macedonia ​ແລະ Greece ທີ່​ໄດ້​ມີ​ຜູ້​ຄົນ​ອາ​ໄສ​ຢູ່​ຫລາຍ ​ສຸດ​ເກືອ​ບ 12 ພັນ​ຄົນ ​ເວລາ Macedonia ​ອັດ​ຊາຍ​ແດນ​ຂອງ​ຕົນໃນ​ເດືອນ​ມີນາ ຜ່າ​ນມາ. ນັບ​ແຕ່​ນັ້ນ​ມາ Greece ​ໄດ້​ເຫັນ​ບັນຫາ​ຕ່າງໆ ເພີ້​ມທະວີຄູນ​ຂຶ້ນ ຂອງ​ພວກ​ອົບ​ພະຍົບທີ່​ບ້ານ​ແຕກ​ສະ​ແຫຼກ​ຂາດ​ ພາ​ໃຫ້​ເຈົ້າ​ໜ້າ​ທີ່ກຣິສ ຮີບ​ເລັ່ງຈັດການ​ກັບ​ບັນຫາ​ອົບ​ພະຍົບ​ໃນ ​ເມືອງ Idomeni​ ໂດຍຍົກ​ຍ້າຍ​ໄປໃສ່ສູນ​ອົບ​ພະຍົບ ທີ່​ໄດ້​ຈັດ​ຫ້າງ​ໄວ້​ນັ້ນ.

ກະລຸນາ​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG