ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຝຣັ່ງວ່າ ກຣີສຕ້ອງເປັນ ສະມາຊິກ ເຂດຢູໂຣ ຕໍ່ໄປ


ປະທານາທິບໍດີຝຣັ່ງ ທ່ານ Francois Holland (ຊ້າຍ) ຕ້ອນຮັບທ່ານ Antonis Samaras ນາຍົກລັດຖະມົນຕີກຣີສ ທີ່ພະລາດຊະວັງ Elysee ຢູ່ກຸງປາຣີ ໃນວັນເສົາ ທີ 25 ສິງຫາ, 2012.
ປະທານາທິບໍດີຝຣັ່ງ ທ່ານ Francois Holland (ຊ້າຍ) ຕ້ອນຮັບທ່ານ Antonis Samaras ນາຍົກລັດຖະມົນຕີກຣີສ ທີ່ພະລາດຊະວັງ Elysee ຢູ່ກຸງປາຣີ ໃນວັນເສົາ ທີ 25 ສິງຫາ, 2012.
ປະທານາທິບໍດີຝຣັ່ງ ທ່ານ Francois Holland ເວົ້າວ່າ
ປະເທດກຣີສ ຈະຕ້ອງສືບຕໍ່ເປັນສະມາຊິກກຸ່ມປະເທດທີ່
ໃຊ້ເງິນຢູໂຣຕໍ່ໄປ ແລະໄດ້ຊຸກຍູ້ໃຫ້ພວກຜູ້ນໍາປະເທດກຣີສ
ເຮັດໃຫ້ແນ່ໃຈວ່າ ການປະຕິຮູບທາງເສດຖະກິດ ທີ່ພວກ
ເຂົາເຈົ້າໄດ້ຮັບຮອງເອົານັ້ນ ປະຊາຊົນກຣີສຈະສາມາດ ປະຕິບັດໄດ້.

ທ່ານ Holland ໄດ້ພົບປະກັບນາຍົກລັດຖະມົນຕີກຣີສ ທ່ານ
Antonis Samaras ຢູ່ທີ່ກຸງປາຣີ ໃນວັນເສົາວານນີ້ ເພື່ອສົນ
ທະນາກັນກ່ຽວກັບ ແຜນການຊ່ວຍກອບກູ້ໜີ້ສິນຂອງກຣີສ.
ປະທານາທິບໍດີຝຣັ່ງເວົ້າວ່າ ກຣີສຈະຕ້ອງສະແດງໃຫ້ເຫັນເຖິງ
ຄວາມໜ້າເຊື່ອຖືໄດ້ຂອງແຜນການຂອງຕົນ ເພື່ອຜ່ອນຄາຍຄວາມ
ຫຍຸ້ງຍາກທາງເສດຖະກິດລົງນັ້ນ.

ທາງດ້ານທ່ານ Samaras ນັ້ນ ກໍໄດ້ກ່າວໃນວັນເສົາວານນີ້ວ່າ ທ່ານມີຄວາມເຊື່ອໝັ້ນວ່າ ກຣີສຈະຍັງສືບຕໍ່ເປັນສະມາຊິກຂອງເຂດທີ່ໃຊ້ເງິນຕາຢູໂຣອີກຕໍ່ໄປ. ແຕ່ຢ່າງໃດກໍຕາມ ທ່ານໄດ້ບອກພວກເພື່ອນຜູ້ນໍາໃນເຂດຢູໂຣບດ້ວຍກັນວ່າ ປະເທດກຣີກສ໌ ຕ້ອງການເວລາ
ເພີ້ມອີກ ເພື່ອຈະຈັດຕັ້ງປະຕິບັດມາດຕະການ ຕັດການໃຊ້ຈ່າຍຢ່າງໃຫຍ່ຫລວງ ທີ່ສະຫະ ພາບຢູໂຣບໄດ້ຢືນຢັນໃຫ້ກຣີສເຮັດ ເພື່ອແລກກັບການຊ່ວຍເຫລືອທາງການເງິນຈາກກຸ່ມ EU ນັ້ນ.
XS
SM
MD
LG