ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພັກຝ່າຍຊ້າຍໃນກຣີສ ພະຍາຍາມ ຈັດຕັ້ງ ລັດຖະບານ ສາມັກຄີຊາດ (ວີດີໂອ)


ການວາງສະແດງໜັງສືພິມຕ່າງໆໃນກຸງ Athens..ກຣິສ ຫຼັງຈາກການເລືອກຕັ້ງ.
ວັນທີ 8 ພຶດສະພາ 2012.
ການວາງສະແດງໜັງສືພິມຕ່າງໆໃນກຸງ Athens..ກຣິສ ຫຼັງຈາກການເລືອກຕັ້ງ. ວັນທີ 8 ພຶດສະພາ 2012.

ພັກ Syriza ຊຶ່ງ​ເປັນ​ພັກຫົວ​ຮຸນ​ແຮງ​ຊ້າຍ​ຂອງ​ກຣິສ ຈະ​ພະຍາຍາມ​ປະກອບ​ຄະນະ​ລັດ
ຖະບານ​ສາມັກ​ຄີ​ຊາດ​ຂຶ້ນ​ ຫຼັງຈາກ​ພວກ​ນິຍົມ​ແນວທາງເດີມ​ທີ່​ສໍາຄັນ​ບໍ່​ສາມາດ​ຮວມກັນ
​ຈັດ​ຕັ້ງ​ຄະນະ​ລັດຖະບານ​ປະສົມຂຶ້ນ​ໄດ້​ນັ້ນ.

ຫົວໜ້າ​ພັກ​ປະຊາທິປະ​ໄຕ​ໃໝ່ ທີ່​ນິຍົມ​ແນວທາງ​ເດີມ​ຂອງ​ກຣິສ ທ່ານ Antonis Sama
ras ປະກາດ​ໃຫ້​ຮູ້​ ໃນ​ວັນ​ຈັນ​ວານ​ນີ້​ວ່າ ທ່ານ​ບໍ່​ສາມາດ​ຈັດ​ຕັ້ງ​ຄະນະ​ລັດຖະບານ​ປະສົມ
​ຂຶ້ນ​ໄດ້ ຫຼັງ​ຈາກການ​ຄັດຄ້ານ​ຕ່າງໆ​ຈາກ​ບັນດາ​ຜູ້​ນໍາ​ຫຼາຍ​ພັກ.

ພັກ​ປະຊາທິປະ​ໄຕ​ໃໝ່ ​ໄດ້​ຮັບ​ຄະ​ແນນ​ສຽງ​ຫຼາຍ​ກວ່າ​ໝູ່​ໃນ​ການເລືອກ​ຕັ້ງ​ໃນ​ວັນ​ອາທິດ​
ຜ່ານ​ມາ​ນີ້ ​ແລະດັ່ງນັ້ນຈຶ່ງ​ໄດ້​ຮັບ​ໂອກາດ ເປັນ​ພັກທໍາອິດ​ເພື່ອ​ປະກອບ​ຄະນະ​ລັດຖະບານ
​ປະສົມ​ຂຶ້ນ ​ແຕ່​ບັດ​ນີ້ປະທານາທິບໍ ດີ Karolos Papoulias ​ຈຶ່ງໃຫ້​ໂອກາດ​ແກ່​ທ່ານ
Alexis Tsipras ຫົວໜ້າ​ພັກ Syriza ​ເປັນເວລາ 3 ມື້​ເພື່ອ​ປະກອບ​ຄະນະ​ລັດຖະບານ ປະ
ສົມສຳ​ຫຼັບ​ປົກຄອງ​ປະ​ເທດຕໍ່​ໄປ.

ຖ້າ​ຫາກ​ການ​ໂອ້​ລົມ​ສົນທະນາ​ກັນ​ປະສົບ​ກັບ​ຄວາມ​ລົ້ມ​ແຫລວ ພັກທີ່​ມີ ​ຄະ​ແນນ​ສຽງ​ມາ​ໃນ
ອັນ​ດັບ 3 ກໍຈະ​ໄດ້​ຮັບ​ມອບ​ໝາຍໃຫ້​ພະຍາຍາມຈັດ ຕັ້ງລັດຖະບານ​ປະສົມສຽງ​ສ່ວນ​ຫຼາຍ
​ໃນ​ສະພາ​ທີ່​ມີ 300 ບ່ອນ​ນັ່ງ​ນັ້ນ.

ຖ້າ​ຫາກຍັງ​ຕົກລົງ​ກັນ​ບໍ່​ໄດ້​ແລ້ວກຣີສກໍ​ຈະ​ຖືກ​ບັງຄັບ​ໃຫ້​ຈັດການເລືອກຕັ້ງ​ໃໝ່​ຂຶ້ນໃນ​ເດືອນ
​ໜ້າ​ນີ້​.

ພັກ Syriza ບໍ່​ຍອມຮັບ​ເອົາ​ການ​ເອົາ​ມາດ​ຕະການ​ປະຢັດ​ມັດທະຍັດຂອງ​ສະຫະພາບ​ຢູ
​ໂຣບ​ທີ່​ວາງ​ໄວ້​ສໍາລັບ​ກຣີສ​ທີ່​ມີ​ໜີ້​ສິນ​ຢ່າງຫຼວງ​ຫຼາຍ​ນັ້ນ.

ບັນດາ​ຜູ້​ນໍາ​ຢູ​ໂຣບທີ່​ມີ​ຄວາມ​ເປັນ​ຫ່ວງ​ກັງວົນ​ໄດ້​ຮັກສາ​ຄວາມ​ກົດ​ດັນຂອງ​ຕົນ​ຕໍ່ກຣິສມາ ​
ເພື່ອ​ໃຫ້ກຣິສສືບ​ຕໍ່​ເຄົາລົບ​ນັບຖື​ຂໍ້​ບັງ​ຄັບ​ຕ່າງໆທີ່ວາງ​ຕໍ່​ກຸງ Athens ສຳ​ຫຼັບເປັນ​ການ​
ແລກປ່ຽນ​ກັບໂຄ​ງການ​ຊ່ອຍ​ກູ້​ໜີ້​ສິນ 2 ຄັ້ງ​ເປັນ​ຈໍານວນ​ເງິນຫຼາຍ​ກວ່າ 300 ຕື້​ດອນ​ລາ​ນັ້ນ.

XS
SM
MD
LG