ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເລືອກຕັ້ງທົ່ວໄປ ພວມມີຂຶ້ນ ໃນປະເທດກຣິສ


ນັກບວດກຣິສ ນິກາຍ Orthodox ອົງນຶ່ງກໍາລັງຍາໍ່າງອອກຈາກ
ໜ່ວຍປ່ອນບັດແຫ່ງນຶ່ງໃນໂຮງຮຽນປະຖົມໃນການເລືອກຕັ້ງທົ່ວໄປທີ່ກຣິສ.
ວັນທີ 6 ພຶດສະພາ 2012.
ນັກບວດກຣິສ ນິກາຍ Orthodox ອົງນຶ່ງກໍາລັງຍາໍ່າງອອກຈາກ ໜ່ວຍປ່ອນບັດແຫ່ງນຶ່ງໃນໂຮງຮຽນປະຖົມໃນການເລືອກຕັ້ງທົ່ວໄປທີ່ກຣິສ. ວັນທີ 6 ພຶດສະພາ 2012.



















ປະຊາຊົນ​ກຣິສກໍາລັງ​ອອກ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ໃນ​ວັນ​ອາທິດ​ມື້​ນີ້​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຄັ້ງ​ທໍາ​ອິດ​ນັບ​ແຕ່​ການ​ເລີ້ມ​ຕົ້ນ​ຂອງ​ວິ​ກິດ​ການ​ໜີ້ສິນ​ໃນ​ປະ​ເທດ.

ຄາດກັນວ່າ ບັນດາປະຊາຊົນ​ຜູ້ມີສິດປ່ອນບັດ ທີ່ໂມ​ໂຫ​ໂທ​ໂສ​ນໍາ​ບັນຫາ​ຫຍຸ້ງຍາກ​ທາງ​ດ້ານ​
ເສດຖະກິດ ຈະ​ລົງ​ໂທດພັກ​ການ​ເມືອງ​ທີ່​ສໍາຄັນ 2 ພັກຂອງ​ປະ​ເທດ ​ຄື​ພັກ ສັງຄົມນິຍົມ
PASOK ​ແລະ​ພັກນິຍົມ​ແນວ​ນທາງ​ເດີມ​ຄື​ພັກ​ປະຊາທິປະ​ໄຕ​ໃໝ່​ຫຼື New Democracy
ນັ້ນ. ປະຊາຊົນກຣິສຫຼາຍຄົນຖິ້ມໂທດໃສ່ພວກພັກການເມືອງເຫຼົ່ານີ້ວ່າ ນໍາພາປະເທດໄປສູ່
ວິກິດການທີ່ແກ້ໄຂບໍ່ໄດ້ນັ້ນ ໂດຍຜ່ານການບໍລິຫານປະເທດທີ່ຜິດພາດ.

ໃນເວລາພຽງ 2 ປີ ກຣິສໄດ້ຖືກຊ່ອຍກູ້ໜີ້ສິນຄັ້ງໃຫຍ່ຈາກນາໆຊາດ ເພື່ອຮັກສາປະເທດ
ບໍ່ໃຫ້ຕົກຢູ່ໃນພາວະທ່ີໃຊ້ໜີ້ສິນຂອງຕົນບໍ່ໄດ້. ແຕ່ເພື່ອຮັບປະກັນການຊ່ອຍເຫຼືອດ້ານການ
ເງິນຈາກສະຫະພາບຢູໂຣບ ແລະກອງທຶນສາກົນຫຼື IMF ລັດຖະບານກຣິສຕ້ອງໄດ້ປະຕິ
ບັດຕາມຄໍາຮຽກຮ້ອງເພື່ອໃຫ້ຕັດການໃຊ້ຈ່າຍລົງຢ່າງຫຼວງຫຼາຍແລະເພີ່ມພາສີຂຶ້ນ ຊຶ່ງໄດ້
ຍັງຜົນໃຫ້ມີການປະທ້ວງເກີດຂຶ້ນຢ່າງກວ້າງຂວາງໃນປະເທດ.

ຄາດວ່າ 2ພັກການເມືອງໃຫຍ່ນີ້ຈະເສຍສຽງສະໜັບສະໜຸນໃນການປ່ອນບັດເລືອກຕັ້ງ
ໃນວັນອາທິດມື້ນີ້ໃຫ້ພວກພັກການເມືອງນ້ອຍຕ່າງໆທີ່ຄັດຄ້ານຕໍ່ການເອົາມາດຕະການ
ປະຢັດມັດທະຍັດຕ່າງໆນີ້ ໂດຍມີຄວາມຢ້ານກົວກັນວ່າຈະນໍາມາແຫ່ງການຂ່າວສະຖຽນ
ລະພາບໃນດ້ານການເມືອງຄັ້ງໃໝ່ໃນປະເທດນັ້ນ.

ຖ້າບໍ່ມີພັກການເມືອງໃດໄດ້ຮັບສຽງພຽງພໍເພື່ອປະກອບຄະນະລັດຖະບານຂຶ້ນການຈັດ
ຕັ້ງຄະນະລັດຖະບານປະສົມອາດສາມາດພິສູດໃຫ້ເຫັນວ່າເປັນບັນຫາຫຍຸ້ງຍາກຂຶ້ນ
ແລະຍິ່ງຈະສ້າງບັນຫາຂຶ້ນອີກສໍາລັບຖານະທາງດ້ານການເງິນຂອງປະເທດ ແລະຕໍ່ການ
ຊ່ອຍກູ້ໜີ້ສິນຄັ້ງຫລ້າສຸດຂອງປະເທດ.ປະຊາຊົນກຣິສຫຼາຍຄົນຢາກໃຫ້ມີການເຈລະຈາ
ກັນຄືນໃໝ່ກ່ຽວກັບເງື່ອນໄຂຕ່າງໆຂອງໂຄງການຊ່ອຍກູ້ໜີສິນນັ້ນ.

ການປ່ອນບັດເລືອກຕັ້ງໄດ້ເລີ້ມຂຶ້ນໃນເວລາ 7:00 ໂມງເຊົ້າຕາມເວລາໃນທ້ອງຖິ່ນ ແລະ
ຈະອັດລົງໃນເວລາ 12 ຊົ່ວໂມງຕໍ່ໄປ.

XS
SM
MD
LG