ພວກປ່ອນບັດເລືອກຕັ້ງໄດ້ກົດດັນໃຫ້ປະເທດຊາດເດີນທາງໄປສູ່ຄວາມບໍ່ແນ່ນອນ
ທາງການເມືອງຫຼາຍຂຶ້ນ ຫຼັງຈາກບໍ່ມີພັກໃດສາມາດໄດ້ຮັບຄະແນນສຽງສູງພໍທີ່ຈະ
ຈັດຕັ້ງຄະນະຣັດຖະບານໄດ້.
ຜົນອອກມາໃນວັນຈັນມື້ນີ້ຈາກການເລືອກຕັ້ງສະພາກ່ອນໜ້ານີ້ສະແດງໃຫ້ເຫັນວ່າ
ພັກ New Democracy ໄດ້ຮັບຄະແນນສຽງປະມານ 19% ຊຶ່ງເປັນຄະແນນທີ່ສູງ
ກວ່າພັກການເມືອງອື່ນໃດ ແຕ່ມັນກໍຍັງໄກຫຼາຍ ຈາກຈໍານວນສຽງທີ່ຈໍາເປັນເພື່ອ
ປະກອບລັດຖະບານຂອງຕົນເອງ.
ພັກ ສັງຄົມນິຍົມ PASOK ໄດ້ຮັບຄະແນນສຽງໜ້ອຍກວ່າ 14% ຫຼັງຈາກທີ່ໄດ້
44% ເມື່ອ 3 ປີກ່ອນ ທີ່ພາໃຫ້ໄດ້ຂຶ້ນກໍາອໍານາດໃນ Greece ນັ້ນ. ພັກ Syriza
ຫົວອຽງຊ້າຍ ທີ່ຕໍ່ຕ້ານການຊ່ອຍກູ້ໜີ້ສິນ ຂອງ EU ນັ້ນ ໄດ້ຮັບ ປະມານ 17%
ໃນການເລືອກຕັ້ງໃນວັນອາທິດວານນີ້.
ບັດນີ້ ທ່ານ Antonis Samaras ຜູ້ນໍາພັກ New Democracy ມີເວລາພຽງ 3 ມື້
ທີ່ຈະຈັດຕັ້ງລັດຖະບານປະສົມຂຶ້ນມາ. ຄາດວ່າ ທ່ານຈະຈັດໃຫ້ມີການຫາລືກັນໃນ
ບ່າຍວັນຈັນມື້ນີ້. ຖ້າຫາກວ່າບໍ່ສາມາດຈັດຕັ້ງລັດຖະບານປະສົມຂຶ້ນມາໄດ້ ພາຍໃນ
3 ວັນແລ້ວ ກໍ່ແມ່ນວ່າ ໜ້າທີ່ດັ່ງກ່າວຈະຕົກເປັນຂອງກຸ່ມເລັກໆໜ້ອຍໆໄປ ໜ້າທີ່.