ການປ່ອນບັດໄດ້ໄຂຂຶ້ນແລ້ວຢູ່ໃນປະເທດກຣີສ ສໍາລັບການເລືອກຕັ້ງທີ່ອາດສາມາດຕັດສິນອະນາຄົດຂອງປະເທດທີ່ມີໜີ້ສິນຖ້ວມຕົວ ຢູ່ໃນເຂດໃຊ້ເງິນຢູໂຣ ທີ່ມີສະມາຊິກ 17 ປະເທດນັ້ນ.
ບັນດາຜູ້ແຂ່ງຂັນສະໝັກເລືອກຕັ້ງຄົນສໍາຄັນ ກໍຄືຜູ້ສະໝັກຈາກພັກ ປະຊາທິປະໄຕໃໝ່ ຫົວອະນຸລັກນິຍົມ ແລະຈາກພັກ Syriza ຫົວຮຸນແຮງຊ້າຍຈັດນັ້ນ ໄດ້ໃຫ້ຄໍາໝັ້ນສັນຍາ ວ່າຈະປະກອບລັດຖະບານ ທີ່ຈະທໍາການເຈລະຈາຄືນໃໝ່ ເງຶ່ອນໄຂທີ່ເຄ່ງຄັດຕ່າງໆກ່ຽວກັບມາດຕະການປະຍັດມັດທະຍັດ ສໍາລັບການຊ່ວຍເຫລືອເພື່ອກອບກູ້ເສດຖະກິດຈາກສະຫະພາບຢູໂຣບ ແລະກອງທຶນສາກົນ ຫຼື ໄອແອມເເອຟນັ້ນ.
ທ່ານ Antonis Samaras ຜູ້ນໍາພັກປະຊາທິປະໄຕໃໝ່ ໄດ້ຕໍາໜິຕິຕຽນ ທ່ານ Alexis Tsipras ຄູ່ແຂ່ງພັກຫົວຮຸນແຮງຊ້າຍຈັດຂອງທ່ານ ວ່າສະໜັບສະໜູນນະໂຍບາຍຕ່າງໆ ທີ່ຈະນໍາພາປະເທດຊາດໃຫ້ຕົກຢູ່ໃນສະຖານະການທີ່ຮ້າຍແຮງລົງໄປກວ່າ ທີ່ເປັນຢູ່ໃນປັດຈຸບັນນີ້.
ສ່ວນທ່ານ Tsipras ຜູ້ນໍາພັກ Syriza ຊ້າຍຈັດນັ້ນ ຢາກຍົກເລີກຂໍ້ຕົກລົງກ່ຽວກັບມາດຕະການປະຢັດມັດທະຍັດທັງໝົດນັ້ນ. ບັນດານັກວິເຄາະກ່າວວ່າ ຖ້າຫາກວ່າພັກຊ້າຍຈັດ ຊະນະການເລືອກຕັ້ງໃນວັນອາທິດມື້ນີ້ແລ້ວ ກຣີສກໍອາດຖືກບັງຄັບໃຫ້ອອກຈາກເຂດຢູໂຣນັ້ນ ຊຶ່ງຖ້າຫາກວ່າມັນເກີດຂຶ້ນແທ້ ກຣີສກໍຈະຕ້ອງໄດ້ນໍາເອົາເງິນຕາ drachma ດຣັກມາ ຂອງຕົນ ທີ່ມີອາຍຸ 2,500 ປີນັ້ນ ຄືນມາໃຊ້ໃໝ່ອີກ. ບັນດານັກວິເຄາະກ່າວວ່າ ຄ່າຂອງເງິນຕາເກົ່າຂອງກຣີສນັ້ນ ອາດຕົກລາຄາເຖິງ 65 ເປີເຊັນ ໃນການແລກປ່ຽນກັບເງິນຢູໂຣ
ຫລັງການຜົນການເລືອກຕັ້ງທີ່ບໍ່ເດັດຂາດເມື່ອເດືອນຜ່ານມານັ້ນ ທັງສາມພັກການເມືອງຊັ້ນນໍາຂອງກຣີສ ຊຶ່ງໂຮມທັງພັກສັງຄົມນິຍົມ PASOK ນໍາ ໄດ້ຮັບໂອກາດໃຫ້ຈັດຕັ້ງລັດຖະບານປະສົມຂຶ້ນ ແຕ່ກໍບໍ່ມີພັກໃດໄດ້ຮັບສຽງສະໜັບສະໜຸນສຽງພຽງພໍ ທີ່ຈະຈັດຕັ້ງລັດຖະບານຂຶ້ນມາໄດ້ ຊຶ່ງໄດ້ສົ່ງຜົນໃຫ້ມີການເລືອກຕັ້ງຊໍ້າອີກໃນວັນອາທິດມື້ນີ້.