ການນັດຢຸດງານເປັນເວລານຶ່ງມື້ ໂດຍພວກຄົນງານຂົນສົ່ງສາທາລະນະ ແລະພວກຄົນຂັບ
ລົດແທັກຊີ ເພື່ອປະທ້ວງຕໍ່ແຜນການປະຢັດມັດທະຍັດຂອງລັດຖະບານນັ້ນ ໄດ້ພາໃຫ້ເກີດ
ການຈະລາຈອນຕິດຄັດຢ່າງໜັກ ທີ່ນະຄອນຫຼວງເອເທັນ ໃນວັນພະຫັດມື້ນີ້.
ພວກເຈົ້າໜ້າທີ່ຄວບຄຸມຫໍອາກາດສະຍານກໍໄດ້ພາກັນປະທ້ວງເປັນເວລາສັ້ນໆ ຊຶ່ງໄດ້ບັງ
ຄັບໃຫ້ສາຍການບິນຕ່າງໆຕ້ອງໄດ້ຍົກເລີກແລະກຳນົດຖ້ຽວບິນໃໝ່ຈຳນວນນຶ່ງ.
ການນັດຢຸດງານທີ່ວ່ານີ້ມີຂຶ້ນນຶ່ງມື້ ຫຼັງຈາກລັດຖະບານກຣີສ ໄດ້ນຳໃຊ້ແຜນການປະຢັດ ມັດທະຍັດເພື່ອໃຫ້ໄດ້ຮັບເງິນຊ່ອຍເຫຼືອຈາກນາໆຊາດ.
ລັດຖະບານກຣີສກ່າວໃນມື້ວັນພຸດວານນີ້ວ່າຕົນຈະເພີ່ມຈຳນວນລັດຖະກອນພົນລະເຮືອນ
ທີ່ໄດ້ຮັບເງິນເດືອນແຕ່ 60% ຂອງເງິນເດືອນທຳມະດາຂອງພວກເຂົາເຈົ້າ ຕັດເງິນເດືອນ ຂອງພວກອອກກິນເບ້ຍບຳນານຈໍານວນນຶ່ງ ແລະຕັດເງິນເດືອນ ທີ່ບໍ່ໄດ້ເສຍພາສ ີສຳລັບ
ພວກຄົນງານທີ່ມີລາຍໄດ້ຕໍ່າ.
ໃນມື້ວັນອັງຄານຜ່ານມານີ້ ພວກເຈົ້າໜີ້ທີ່ໃຫ້ເງິນກູ້ຢືມ 159 ລ້ານໂດລາ ເພື່ອຊ່ອຍເຫຼືອ
ກຣີສໃນປີກາຍນັ້ນໄດ້ທວງໃຫ້ເອົາມາດຕະການຕັດການໃຊ້ຈ່າຍລົງອີກ 8 ພັນລ້ານໂດລາ
ເພີ່ມຈາກການເກັບພາສີຕື່ມແລະການຕັດການໃຊ້ຈ່າຍຕ່າງໆໄປແລ້ວນັ້ນ.