ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາວກຣີສປະທ້ວງ ແຜນການ ຮັດເຂັມຄັດ ຂອງລັດຖະບານ


ຕໍາຫລວດເອົາລົດເມສອງຊັ້ນ ກັນພວກປະທ້ວງໄວ້ ຢູ່ທາງໜ້າຕຶກສະພາແຫ່ງຊາດຂອງກຣິສ ໃນນະຄອນຫລວງເອເທັນສ໌, ວັນທີ 11 ພຶດສະພາ 2011. (AP Photo/ Kostas Tsironis)
ຕໍາຫລວດເອົາລົດເມສອງຊັ້ນ ກັນພວກປະທ້ວງໄວ້ ຢູ່ທາງໜ້າຕຶກສະພາແຫ່ງຊາດຂອງກຣິສ ໃນນະຄອນຫລວງເອເທັນສ໌, ວັນທີ 11 ພຶດສະພາ 2011. (AP Photo/ Kostas Tsironis)

ພວກ​ປະ​ທ້ວງ​ທີ່ມີ​ຄວາມ​ໂກດ​ແຄ້ນຈໍານວນ​ຫລາຍ​ເຖິງ 8
ໝື່ນ​ຄົນໄດ້ພາກັນ​ໄປ​ອັ່ງ​ອໍ​ຢູ່​ເຕັມຈະຕຸ​ລັດ​ແຫ່ງ​ນຶ່ງ​ໃນ​ໃຈ
ກາງ​ກຸງ Athens ​ໃນ​ວັນ​ອາທິດ​ວານ​ນີ້ ​ໃນ​ການ​ປະ​ທ້ວງ
ຄັ້ງ​ໃຫຍ່ທີ່​ສຸດ​ໃນ​ຮອບ​ຫລາຍ​ສັບປະດາ​ຜ່ານມາ​ ເພື່ອ​ຕໍ່
ຕ້ານ​ແຜນການ​ຂອງ​ລັດຖະບານ​ທີ່ຈະ​ຕັດ​ງົບປະມານ​ລົງ
ຕື່ມ​ອີກ​ນັ້ນ.

ຫລາຍ​ຄົນ​ໃນ​ຈໍານວນພວກ​ປະ​ທ້ວງ​ ​ພາກັນ​ໂຫ່ຮ້ອງ​ຄໍາ​ວ່າ
“ຂະ​ໂມ​ຍ ຂະ​ໂມ​ຍ” ​ຂະນະ​ທີ່ພາກັນ​ຊີ້​ມືໄປ​ໃສ່​ຕຶກ​ສະພາ​ ແຫ່ງ​ຊາດ​.

ພວກ​ປະ​ທ້ວງ​ສ່ວນ​ຫລາຍ​ເປັນຄົນ Greek ສາມັນ​ທໍາ​ມະ​ດາ ທີ່​ມີຄວາມ​ໂກດ​ແຄ້ນ​ທີ່​ວ່າ ພວກ​ເຂົາ​ເຈົ້າ​ຖືກ​ຂໍ​ຮ້ອງ​ໃຫ້​ເສຍ​ສະລະ​ຕື່ມ​ອີກໃນ​ຂະ​ນະ​ທີ່​ລັດຖະບານ​ບໍ່​ໄດ້​ສ້າງ​ໜ້າ​ວຽກ​ຂຶ້ນຕື່ມ ​ແລະ​ບໍ່​ໄດ້​ດໍາ​ເນີ​ນການ​ຢ່າງພຽງພໍ​ ໃນ​ການ​ປາບ​ປາມ​ພວກ​ສໍ້​ໂກງ​ພາສີ​ນັ້ນ.

ການ​ຊຸມນຸມ​ປະ​ທ້ວງ​ໃນ​ວັນ​ອາທິດ​ວານ​ນີ້ ນັບ​ວ່າ​ເປັນ​ຄັ້ງ​ໃຫຍ່​ທີ່​ສຸດ​ໃນການ​ປະ​ທ້ວງ​ຕິ​ດຕໍ່​ກັນ​ມາ ​ເປັນ​ເວລາ​ເກືອບ 2 ສັບປະດາ​ຕໍ່ຕ້ານ​ການເອົາ​ມາດ​ຕະການປະຢັດ​ມັດທະຍັດທາງ​ດ້ານ​ເສດຖະກິດ​ນັ້ນ.

ນາຍົກລັດຖະມົນຕີ George Papandreou ​ແລະສະຫະພາບ​ຢູ​ໂຣບ​ໄດ້​ຕົກລົງ​ເຫັນ​ດີ​ນໍາ​ກັນ​ໃນ​ວັນ​ສຸກ​ຜ່ານ​ມາ​ ໃນ​ການຈ່າຍເງິນງວດ​ຕໍ່​ໄປໃຫ້ Greece ຈາກ​ເງິນຈໍານວນ 160 ຕື້​
ໂດ​ລາ ທີ່ Greece ​ໄດ້ກູ້​ຢືມໄປເພື່ອ​ຟື້ນ​ຟູ​ເສດຖະກິດ​ໃນ​ປີ​ແລ້ວ​ນີ້.

XS
SM
MD
LG