ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນາຍົກລັດຖະມົນຕີກຣີສ ຜ່ານມະຕິບໍ່ໄວ້ວາງໃຈ


ນາຍົກລັດຖະມົນຕີ ກຣີຊ George Papandreou
ນາຍົກລັດຖະມົນຕີ ກຣີຊ George Papandreou

ທ່ານ George Papandreou ນາຍົກລັດຖະມົນຕີກຣີຊລອດພົ້ນໃນການລົງຄະແນນສຽງ ໄວ້ວາງໃຈທີ່ສຳຄັນຂອງສະພາແຫ່ງຊາດເມື່ອຕອນເຊົ້າຂອງ ວັນພຸດມື້ນີ້ ໂດຍການຮັບຜ່ານ ຂໍ້ສະເໜີການປະຕິຮູບທາງເສດຖະກິດທີ່ເປັນ ບັນຫາຖົກຖຽງໂຕ້ແຍ້ງກັນນັ້ນ ມີທາງເປັນໄປ ໄດ້ຫລາຍຂື້ນ.

ຕາມທີ່ຄາດຫວັງໄວ້ນັ້ນ ການລົງຄະແນນສຽງແມ່ນເປັນໄປຕາມແນວທາງຂອງພັກຢາງເຂັ້ມ ງວດ ຄືມີສະມາຊິກສະພາຈໍານວນ 155 ຄົນອອກສຽງ ເຫັນພ້ອມກັບລັດຖະບານຊຸດໃໝ່ ແລະມີ 143 ຄົນທີ່ອອກສຽງບໍ່ເຫັນພ້ອມ ແລະ ອີກສອງຄົນບໍ່ອອກສຽງ.

ຜົນການລົງຄະແນນສຽງດັ່ງກ່າວມີຂື້ນຫລັງຈາກການອະພິປາຍກັນຢ່າງດຸເດືອດ ຊຶ່ງພົບວ່າ ພວກສະມາຊິກຝ່າຍຄ້ານຫລາຍຄົນ ພາກັນຍ່າງອອກ ຈາກຫ້ອງສະພາ.

ຊາວກຣີຊຫລາຍພັນຄົນ ພາກັນໂຮມຊຸມນຸມກັນຢ່າງໜາແໜ້ນຢູ່ນອກຕຶກສະພາແຫ່ງຊາດ ສະແດງປະຕິກິລິຍາໂກດແຄ້ນເວລາຜົນຂອງການລົງຄະ ແນນສຽງຖືກປະກາດໃຫ້ຊາບ. ພວກຕໍາຫລວດປາບຈະລາຈົນໄດ້ໃຊ້ລະເບີດນໍ້າຕາຂັບໄລ່ພວກປະທ້ວງກຸ່ມນຶ່ງໃຫ້ສະຫລາຍ ຕົວຄືກຸ່ມທີ່ແຍກອອກ ຈາກກຸ່ມໂຮມຊຸມນຸມໃຫຍ່ນັ້ນ.

ນາຍົກລັດຖະມົນຕີ Papandreou ໄດ້ຂໍຮ້ອງໃຫ້ສະມາຊິກສະພາຈົ່ງຮັບຜ່ານຮ່າງສະເໜີ ການຕັດການໃຊ້ຈ່າຍ ຂື້ນພາສີ ແລະການຂາຍ ຊັບສິນຂອງລັດ. ການຮັບຜ່ານຂໍ້ສະເໜີ ດັ່ງກ່າວນີ້ ຈະຮັບປະກັນການຈ່າຍງວດຈໍານວນ 17 ພັນລ້ານໂດລາ ຂອງຈໍານວນ 160 ພັນລ້ານ ໂດລາຂອງປີຜ່ານມາ ທີ່ຖືກປະກັນໂດຍສະຫະພາບຢູໂຣບ ແລະກອງທຶນ ສາກົນ IMF ນັ້ນ.

ພວກລັດຖະມົນຕີການເງິນຂອງປະເທດທີ່ໃຊ້ເງິນຢູໂຣ ໄດ້ກ່າວໄວ້ວ່າພວກເຂົາເຈົ້າຈະໃຫ້ ການອະນຸມັດຕໍ່ການຈ່າຍງວດດັ່ງກ່າວ ກໍຕໍ່ເມື່ອກຣີຊຮັບຜ່ານ ມາດຕະການປະຕິຮູບດ້ານ ເສດຖະກິດເພີ່ມຂຶ້ນເທົ່ານັ້ນ.

XS
SM
MD
LG