ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຊັບຊ້ອນລັດຖະບານ ຢູ່ກຣີສ


ນາຍົກລັດຖະມົນຕີກຣີສ ທ່ານ George Papandreou
ນາຍົກລັດຖະມົນຕີກຣີສ ທ່ານ George Papandreou

ນາຍົກລັດຖະມົນຕີກຣີສ ທ່ານ George Papandreou ໄດ້ຊັບຊ້ອນລັດຖະບານຄັ້ງໃໝ່ ເພື່ອຊ່ອຍແກ້ໄຂບັນຫາໜີ້ສິນຂອງປະເທດ ທີ່ໄດ້ຂົ່ມຂູ່ວ່າ ຈະທຳລາຍສະເຖຍລະພາບຂອງ ເງິນຢູໂຣຊຶ່ງເປັນເງິນຕາຮ່ວມ ຂອງຢູໂຣບນັ້ນ.

ລັດຖະມົນຕີ ກະຊວງການເງິນ ທ່ານ George Papaconstantinou ຍັງສືບຕໍ່ຮັກສາ ຕຳແໜ່ງ ຂອງທ່ານໄວ້ ໃນການຊັບຊ້ອນລັດຖະບານ ທີ່ມີການປະກາດໃຫ້ຊາບ ໃນຕອນ ເຊົ້າຂອງວັນອັງຄານມື້ນີ້. ແຕ່ລັດຖະມົນຕີກະຊວງພັດທະນາ ແຮງງານ ແລະສາທາລະ ສະສຸກ ໄດ້ຖືກສັບປ່ຽນ.

ໂດຍລວມແລ້ວ ການຊັບຊ້ອນໃນຄັ້ງນີ້ ໄດ້ນຳເອົາ ພວກນັກການເມືອງໜ້າໃໝ່ ເຂົ້າມາສູ່ ລັດຖະບານ ພຽງບໍ່​ເທົ່າໃດ​ຄົນ.

ນອກນັ້ນແລ້ວ ຍັງເປັນທີ່ຄາດກັນວ່າ ການຊັບຊ້ອນລັດຖະບານ ໃນຄັ້ງນີ້ ຈະບໍ່ມີຜົນກະທົບ ໃດໆ ຕໍ່ການຕັດການໃຊ້ຈ່າຍ ຂອງລັດຖະບານ ແລະມາດຕະການປະຢັດມັດທະຍັດອື່ນໆທີ່ ບໍ່ໄດ້ຮັບຄວາມນິຍົມ ທີ່ລັດຖະບານກຣີສ ໃຫ້ຄຳໝັ້ນສັນຍາວ່າ ຈະຈັດຕັ້ງປະຕິບັດເພື່ອແລກ ປ່ຽນ ກັບການໃຫ້ເງິນກູ້ຢືມສຸກ​ເສີນກ້ອນໃຫຍ່ ຂອງສະຫະພາບຢູໂຣບ ແລະອົງການກອງ ທຶນສາກົນ IMF.

XS
SM
MD
LG