ບັນດາລັດຖະມົນຕີການເງິນຂອງເຂດຢູໂຣ ໄດ້ຮັບຮອງເອົາໂຄງການຊ່ອຍກູ້ໜີ້ສິນກຣິສ
ກ້ອນໃໝ່ໃນວົງເງິນ 171 ຕື້ໂດລາ ຫລື 130 ຕື້ຢູໂຣ ຫລັງຈາກທໍາການເຈລະຈາກັນ
ຢ່າງເຄັ່ງຂຶມມາເປັນເວລາດົນກວ່າ 13 ຊົ່ວໂມງໃນກຸງ Brussels.
ເງິນຊ່ອຍເຫຼືອກ້ອນນີ້ຈະລົດຜ່ອນຈໍານວນໜີ້ສິນຂອງລັດຖະບານກຣິສ ລົງຈາກປະມານ
160 ເປີເຊັນຂອງຜົນຜະລິດຮວມພາຍໃນປະເທດມາເປັນພຽງແຕ່ 120 ເປີເຊັນປາຍ
ເທົ່ານັ້ນ ພາຍໃນປີ 2020 ຊຶ່ງເປັນລະ ດັບຫຼາຍທີ່ສຸດທີ່ຖືວ່າຈະຍືນຍົງໄດ້ໂດຍກອງທຶນ
ສາກົນຫລື IMF ນັ້ນ.
ຂໍ້ຕົກລົງທີ່ວ່ານີ້ ໄດ້ບັນລຸກັນໃນເຊົ້າວັນອັງຄານມື້ນີ້ ຫລັງຈາກພວກຖືຮຸ້ນພາກເອກະ
ຊົນຂອງໜີ້ສິນຂອງກຣິສ ຕົກລົງຮັບເອົາໃນຈໍານວນຫລາຍກວ່າທີ່ຄາດກັນໄວ້ກ່ອນ
53.5 ເປີເຊັນຕາມມູນຄ່າທີ່ຫລຸບທຶນ ຂອງພັນທະບັດຂອງເຂົາເຈົ້ານັ້ນ. ພວກຖືຮຸ້ນ
ເຫລົ່ານີ້ ແຕ່ກ່ອນໄດ້ສະເໜີຫລຸບທຶນ 50 ເປີເຊັນ. ບັດນີ້ເງິນຈໍານວນປະມານ 130
ຕື້ໂດລາ ຫລື 100 ຕື້ຢູໂຣຈະຖືກຖືວ່າເປັນການຫລຸບທຶນອັນເປັນພາກສ່ວນນຶ່ງໃນ
ການແລກປ່ຽນໜີ້ສິນກັນນີ້.
ເງິນຢູໂຣໄດ້ມີຄ່າແຂງຂຶ້ນຢ່າງຫລວງຫລາຍໃນວັນອັງຄານມື້ນີ້ ຫລັງຈາກໄດ້ຮັບຂ່າວ
ມີການຕົກລົງກັນໄດ້ນີ້ ຊຶ່ງຄວນຈະຊ່ອຍກຣິສຫລີກ ລ້ຽງການທີ່ບໍ່ສາມາດຈ່າຍໜີ້
ຂອງຕົນໄດ້ ເວລາກໍານົດພັນທະບັດຂອງລັດຖະບານມີການຈ່າຍເງິນໃຫ້ໃນເດືອນ
ໜ້ານີ້.
ທ່ານ Jean-Claude Juncker ຫົວໜ້າເຂດຢູໂຣ ຫລືໃຊ້ເງິນຢູໂຣ ກ່າວວ່າ ການ
ຊ່ອຍກູ້ໜີ້ສິນນີ້ຈະຮັກສາໄວ້ແຫ່ງສະຖຽນລະພາບດ້ານການເງິນທັງຂອງກຣິສແລະ
ຂອງເຂດຢູໂຣ. ແຕ່ທ່ານເຕືອນວ່າ ກຸງ Athens ຈະຕ້ອງປະຕິບັດຕາມເງື່ອນໄຂ
ຕ່າງໆ ເພື່ອຮັບປະກັນເງິນໃຫ້ໄດ້ຮັບເງິນຊ່ອຍເຫຼືອສຸກເສີນຈໍານວນທັງໝົດ ຊຶ່ງງວດ
ນີ້ເປັນງວດທີສອງຂອງກຣິສໃນຮອບສອງປີຜ່ານມານີ້.