ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະສະພາກຣິສ ຈະລົງມະຕິ ກ່ຽວກັບ ມາດຕະການຮັດເຂັມຂັດ ຕື່ມອີກ (ເບິ່ງວີດີໂອ)


ຊາວກຣີກເດີນຂະບວນປະທ້ວງ ການເອົາມາດຕະການປະຍັດ ຮັດເຂັມຂັດຕື່ມອີກຂອງລັດຖະບານ, ວັນທີ 11 ກຸມພາ 2012.
ຊາວກຣີກເດີນຂະບວນປະທ້ວງ ການເອົາມາດຕະການປະຍັດ ຮັດເຂັມຂັດຕື່ມອີກຂອງລັດຖະບານ, ວັນທີ 11 ກຸມພາ 2012.

ລັດຖະສະພາ​ຂອງ​ກຣິສ ກໍານົດ​ຈະ​ລົງມະຕິ​ກັນ​ໃນ​ວັນ​ອາທິດ​ມື້​ນີ້ ກ່ຽວ​ກັບ​ຮ່າງ​ຍັດຕິ​ວ່າ​ດ້ວຍ​
ການ​ເອົາ​ມາດ​ຕະການ​ປະຢັດ​ມັດທະຍັດ​ຕື່ມ​ອີກ ທີ່​ສະຫະພາບ​ຢູ​ໂຮບ​ຮຽກຮ້ອງ​ໃຫ້ດໍາ​ເນີນ​
ການ ​ເພື່ອ​ແລກປ່ຽນກັບ​ເງິນ​ຊ່ອຍເຫລື້ອ​ກູ້​ໜີ້​ສິນ​ກ້ອນ​ໃໝ່​ນັ້ນ.

ຄະນະ​ລັດຖະບານ​ກຣິສ ​ໄດ້​ຮັບຮອງ​ເອົາ​ຮ່າງ​ຍັດຕິ​ປະຢັດ​ມັດທະຍັດດັ່ງກ່າວ​ໃນ​ຕອນ​ເດິກ
ວັນ​ສຸກ​ຜ່ານ​ມາ​ນີ້​. ຖ້າ​ລັດຖະພາ​ຮັບ​ຜ່ານ​ເອົາ​ຮ່າງ​ຍັດຕິ​ສະ​ບັບນີ້​ກໍ​ຈະ​ອະນຸມັດ​ໃຫ້ນາຍົກ
ລັດຖະມົນຕີ Lucas Papademos ຕົກລົງ​ຕໍ່​ການຕັດ​ຄ່າ​ໃຊ້​ຈ່າຍ​ລົງ​ຕື່ມ​ອີກ ​ທີ່​ຈໍາ​ເປັນ
ເພື່ອ​ໃຫ້​ໄດ້ຮັບ​ເງິນ​ຊ່ອຍ​ກູ້​ໜີ້​ສິນ​ງວດ​ໃໝ່ຈໍານວນ 172 ຕື້​ໂດ​ລາ ​ເພື່ອ​ຫລີກລ້ຽງ​ການ
ປະກາດ​ລົ້ມ​ລະລາຍ​ນັ້ນ.

ຄະນະ​ນໍາພາ​ກຣິສ ​ໄດ້​ພາກັນ​ທໍາ​ການ​ຂໍ້​ຮ້ອງ​ແລະອອກ​ຄໍາ​ເຕື່ອນ​ໃໝ່ ກ່ອນ​ການລົງມະຕິ​
ຂັ້ນ​ຊີ​ຂາດ​ກັນໃນ​ວັນ​ອາທິດ​ມື້​ນີ້.

ໃນ​ການ​ກ່າວ​ປາ​ໄສ​ທີ່​ຖ່າຍ​ທອດອອກ​ທາງ​ໂທລະພາບ​ໃນ​ວັນ​ເສົາ​ວານ​ນີ້ ນາຍົກລັດຖະມົນ
ຕີ Papademos ​ໄດ້ກ່າວປ້ອງ​ກັນ​ການ​ຕັດໜ້າ​ວຽກລົງ​ຫລາຍ​ພັນວຽກ ພ້ອມ​ກັບການ​
ຕັດ​ອັດຕາ​ຄ່າ​ແຮງ​ງານ​ຕໍ່າ​ສຸດລົງ ​ແລະມາດ​ຕະການ​ປະຢັດ​ມັດທະຍັດ​ອື່ນໆ​ ທີ່​ຈະເອື້ອ​ອໍາ
ນວຍໃຫ້ປະ​ເທດ ​ໄດ້​ຮັບເງິນຊ່ອຍ​ກູ້​ໜີ້​ສິນ​ງວດ​ທີ​ສອງນັ້ນ.

ທ່ານ George Papandreou ຜູ້​ນໍາ​ພັກ​ສັງຄົມ​ນິຍົມ​ຫລື Pasok ແລະ​ທ່ານ Antonis
Samaras ຜູ້​ນໍາ​ພັກ​ປະຊາທິປັດ​ໃໝ່ ​ກໍໄດ້​ອອກມາ​ກ່າວໃນ​ທໍານອງ​ດຽວ​ກັນ​ກັບ​ນາຍົກລັດ
ຖະມົນຕີ ​ແລະ​ຮຽກຮ້ອງໄປ​ຍັງບັນດາສະມາຊິກ​ສະພາ​ຜູ້​ແທນ ຈົ່ງໃຫ້ການ​ສະໜັບສະໜຸນ​
ຕໍ່​ການຕັດ​ງົບປະມານຮອບ​ຫລ້າສຸດນີ້ ​ໂດຍ​ກ່າວ​ວ່າ ມັນ​ບໍ່​ມີ​ທາງ​ເລືອກ​ອື່ນ​ໃດທີ່​ພໍ​ຈະ​ດໍາ​
ເນີນ​ການ​ໄດ້.

ທ່ານ Papandreou ກ່າວ​ເຕືອນ​ວ່າ ຄວາມ​ລົ້ມ​ແຫລວໃນການບໍ່​ຮັບຜ່ານ​ການ​ເອົາ​ມາດ​ຕະ
ການ​ປະຢັດ​ມັດທະຍັດ​ນີ້ ຈະ​ນໍາພາ​ປະ​ເທດ​ໄປສູ່​ຄວາມ​ພິນາດ.

XS
SM
MD
LG