ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Greece ຈະໄດ້ຮັບເງິນງວດທໍາອິດ 17 ພັນລ້ານ ດອລລາແລ້ວ ເພື່ອຊໍາລະໜີ້ສິນຂອງປະເທດ


ນາຍົກລັດຖະມົນຕີກຣີສ ທ່ານ George Papandreou (ຂວາ)
ນາຍົກລັດຖະມົນຕີກຣີສ ທ່ານ George Papandreou (ຂວາ)

ຄະນະລັດຖະມົນຕີການເງິນຂອງ​ກຸ່ມ​ປະ​ເທດທີ່ໃຊ້ເງິນຢູໂຣ ໄດ້ແຜ້ວທາງໃຫ້ປະ​ເທດກຣີສ ໄດ້ຮັບເງິນງວດນຶ່ງ ຈໍານວນ 17 ພັນລ້ານໂດລາ ພາຍ ໃນວັນທີ່ 15 ເດືອນກໍລະກົດນີ້ ອັນເປັນພາກສ່ວນນຶ່ງຂອງເງິນ​ຊ່ວຍ​ເຫລືອ ຈໍານວນ 156 ພັນລ້ານດອລລາ​ໃຫ້ແກ່​ປະ​ເທດກຣີສ ທີ່​ເປັນ​ໜີ້​ຖ້ວມ​ໂຕນັ້ນ ຊຶ່ງ​ສະຫະພາບຢຸໂຣບ ແລະກອງທຶນສາກົນ ຫລື IMF ໄດ້​ຮັບປາກ​ໄວ້ເມື່ອປີຜ່ານມານັ້ນ.

ລຸນຫລັງການປະຊຸມທາງໂທລະສັບກັນເມື່ອຕອນບ່າຍວັນເສົາວານນີ້ ຄະນະລັດຖະມົນຕີ ການເງິນເວົ້າວ່າ ພວກເຂົາເຈົ້າຍັງຈະສຶກສາເບິ່ງລາຍ ລະອຽດຕ່າງໆຂອງຄໍາຮ້ອງຂອງກຣີສ ເພື່ອການຄໍ້າປະກັນເທື່ອທີ່ສອງ​ໃນ ຈໍານວນເງິນປະມານເທົ່າໆກັນກັບຂອງປີຜ່ານມາ ໂຮມ ທັງການປະກອບຂອງພາກສ່ວນເອກະຊົນ. ແຕ່ແນວໃດກໍດີ ຄາດວ່າພວກເຂົາເຈົ້າຈະບໍ່ລົງມື ປະຕິບັດການໃດໆໃນເວລານີ້ ກ່ຽວກັບການປະກັນຄັ້ງໃໝ່ ຈົນກວ່າທ້າຍ ປີນີ້.

ພວກເຈົ້າໜ້າທີ່ກ່າວວ່າ ເງິນຊ່ວຍ​ເຫລືອງວດທໍາ​ອິດຈໍານວນ 17 ພັນລ້ານ ດອລລານັ້ນ ແມ່ນຈະພຽງພໍສໍາລັບ​ໃຫ້ກຣີສຊໍາລະໜີ້​ສິນຕ່າງໆຂອງຕົນ ກຸ້ມເຖິງສາມສີ່ເດືອນຕໍ່ໜ້າ.

ຄະນະລັດຖະມົນຕີ​ເຂດ eurozone ໄດ້ອະນຸມັດເງິນ ຈໍານວນ 17 ພັນ ລ້ານດອລລານີ້ ຫລັງຈາກສະພາແຫ່ງຊາດກຣີສ​ໄດ້​ຮັບ​ຜ່ານແຜນການ ປະຢັດມັດທ​ະຍັດໃນຕົ້ນອາທິດນີ້ ເພື່ອເພີ່ມອັດຕາພາສີ ຕັດຄ່າໃຊ້ຈ່າຍ ຂອງລັດ ແລະ ຂາຍທອດຊັບສິນຕ່າງໆຂອງລັດ.

XS
SM
MD
LG