ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາກຣີສ ລົງຄະແນນ ຮອບ 2 ຮັບເອົາແຜນການ ມັດທະຍັດ (ເບິ່ງວີດີໂອ)


ຕຳຫຼວດປາບຈະລາຈົນຂອງກຣີສ ຈັບຜູ້ປະທ້ວງຄົນນຶ່ງ ທີ່ຈະຕຸລັດ Syntagma ໃນນະຄອນຫຼວງເອເທັນ (29 ມິຖຸນາ 2011)
ຕຳຫຼວດປາບຈະລາຈົນຂອງກຣີສ ຈັບຜູ້ປະທ້ວງຄົນນຶ່ງ ທີ່ຈະຕຸລັດ Syntagma ໃນນະຄອນຫຼວງເອເທັນ (29 ມິຖຸນາ 2011)

ຕຳຫຼວດກຣີສໄດ້ປະທະກັນອີກໃນວັນພະຫັດມື້ນີ້ ກັບພວກປະທ້ວງຢູ່ນອກຫໍສະພາແຫ່ງຊາດ ກ່ອນການລົງຄະແນນສຽງເພື່ອໃຫ້ການອະນຸມັດຂັ້ນສຸດທ້າຍຕໍ່ຮ່າງກົດໝາຍປະຢັດມັດທະຍັດ
ນັ້ນ.

ໃນມື້ວານນີ້ສະພາແຫ່ງຊາດຂອງກຣີສ ໄດ້ຮັບຮອງເອົາບາດກ້າວຂັ້ນທຳອິດ ກ່ຽວກັບມາດຕະ
ການປະຢັດມັດທະຍັດໃນຂອບເຂດທີ່ກວ້າງຂວາງແນໃສ່ເພື່ອໃຫ້ນາໆຊາດໃຫ້ການຊ່ອຍເຫຼືອ
ທາງດ້ານການ​ເງິນແກ່ກຣິສ ທີ່ເປັນໜີ້ຢ່າງໜັກໃນເວລານີ້.

ການລົງຄະແນນສຽງຂອງສະພາແຫ່ງຊາດໃນວັນພະຫັດມື້ນີ້ ແມ່ນມີຄວາມຈຳເປັນເພື່ອຈັດຕັ້ງ
ປະຕິບັດແຜນການ ທີ່ໄດ້ມີການຮັບຮອງເອົາໃນມື້ວານນີ້. ເປັນທີ່ຄາດກັນວ່າການລົງຄະແນນ
ສຽງຈະມີຂຶ້ນໃນຕອນບ່າຍຂອງມື້ນີ້ ຕາມເວລາໃນທ້ອງຖິ່ນ.

ມື້ວານນີ້ສະພາ​ໄດ້ຮັບຜ່ານແຜນການມູນຄ່າ 40 ພັນລ້ານຂອງນາຍົກລັດຖະມົນຕີສັງກັດພັກ
ສັງຄົມນິຍົມຂອງກຣີສທ່ານ George Papandreou ທີ່ຈະຂຶ້ນພາສີ ຕັດການໃຊ້ຈ່າຍແລະ
ຂາຍຊັບສິນຂອງຫຼວງ. ແຜນການທີ່ວ່ານີ້ ໄດ້ມີການຮັບຮອງ ເອົາດ້ວຍຄະແນນສຽງລື່ນກັນ
ຫຼາຍກວ່າທີ່ໄດ້ຄາດຄິດໄວ້ ຄື 155 ຕໍ່ 138.

ບັນດາສະມາຊິກສະພາແຫ່ງຊາດໄດ້ລົງຄະແນນສຽງຮັບຮອງເອົາຮ່າງກົດໝາຍດັ່ງກ່າວໃນຂະ
ນະທີ່ພວກປະທ້ວງແກວ່ງກ້ອນຫີນຈຳນວນຫຼາຍພັນຄົນ ທີ່ຄັດຄ້ານຕໍ່ຮ່າງກົດໝາຍສະບັບນີ້
ປະທະກັນກັບຕຳຫຼວດເປັນມື້ທີ 2 ຢູ່ຕາມຫົນທາງນອກຫໍສະພາແຫ່ງຊາດໃນເຂດໃຈກາງນະ
ຄອນຫຼວງເອເທັນ. ຕຳຫຼວດໄດ້ຍິງລະເບີດນໍ້າຕາເຂົ້າໃສ່ພວກປະທ້ວງ ແລະຈະຕຸລັດຢູ່ນອກ
ຕຶກຫໍສະພາແຫ່ງຊາດແມ່ນເຕັມໄປດ້ວຍຄວັນສີຂາວ ຂອງລະເບີດດັ່ງກ່າວ.

ການຮັບຜ່ານແຜນການປະຢັດມັດທະຍັດທີ່ວ່ານີ້ ຈະ​ເຮັດ​ໃຫ້ກຣີສ ຫຍັບເຂົ້າໃກ້ຫຼາຍຂຶ້ນໃນ
ການທີ່ຈະໄດ້ຮັບເງິນ 17 ພັນລ້ານໂດລາຂອງ​ເງິນຊ່ອຍເຫຼືອຈໍານວນ 156 ພັນລ້ານໂດລາ
ທີ່ອົງການກອງທຶນສາກົນ IMF ແລະສະຫະພາບຢູໂຣບ ​ໄດ້​ຮັບປາກ​ໄວ້​ວ່າຈະ​ມອບ​ໃຫ້ໃນ
ປີກາຍນີ້. ຖ້າປາດສະຈາກການຮັບຜ່ານເອົາຮ່າງກົດໝາຍນີ້ແລ້ວ ກໍມີທ່າທາງວ່າກຣີສຈະບໍ່
ສາມາດປະຕິບັດຕາມພັນທະໃນ​ການ​ຊໍາລະ​ໜີ້​ສິນຕ່າງປະ​ເທດຂອງຕົນ​ໄດ້ເລີ່​ມ​ແຕ່ເດືອນໜ້າ
ນີ້​ໄປ ຊຶ່ງອາດສາມາດຍັງຜົນໃຫ້ເກີດຄວາມຫາຍະນະຕໍ່ຢູໂຣບ ແລະຕະຫຼາດການເງິນຂອງ
ໂລກ​ໄດ້.

XS
SM
MD
LG