ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Greece ກຽມຮັບມືກັບ ການນັດຢຸດງານ ເປັນເວລາ 48 ຊົ່ວໂມງ (ເບິ່ງວີດີໂອ)


ພວກປະທ້ວງລັດຖະບານໃນ Greece
ພວກປະທ້ວງລັດຖະບານໃນ Greece

ລັດຖະບານຂອງ Greece ໄດ້ມີການຕຽມພ້ອມເພື່ອຮັບມືກັບການນັດຢຸດງານເປັນເວລາ
48 ຊົ່ວໂມງ ຂະນະທີ່ສະມາຊິກສະພາພວມທຳການອະພິປາຍ ກ່ຽວກັບແຜນການປະຕິຮູບ
ເພື່ອທຳການປະຢັດມັດທະຍັດຮອບໃໝ່.

ເຈົ້າໜ້າທີ່ຄົນນຶ່ງຂອງສະຫະພັນກຳມະບານທີ່ຄວມຄຸມການສັນຈອນທາງອາກາດຂອງ
Greece ກ່າວວ່າ ສະໜາມບິນຕ່າງໆຈະປິດໃຫ້ບໍລິການເປັນ ເວລາ 4 ຊົ່ວໂມງ
ໃນຕອນເຊົ້າແລະໃນຕອນແລງ ທັງໃນວັນອັງຄານມື້ນີ້ແລະວັນພຸດມື້ອື່ນ.

ການນັດຢຸດງານທີ່ວ່ານີ້ແມ່ນຈະລົບກວນຫຼືບໍ່ກໍ​ເຮັດໃຫ້ການບໍລິການຕ່າງໆຂອງລັດຖະບານ
ຍຸຕິລົງ. ພວກທ່ານໝໍ, ພວກຄົນຂັບລົດໂຮງໝໍ, ພວກນັກຂ່າວ, ແລະແມ່ນກະທັງພວກນັກ
ສະແດງ ທີ່ໄດ້ຮັບເງິນເດືອນຈາກລັດຖະບານ ກໍຈະເຂົ້າຮ່ວມການປະທ້ວງນັດຢຸດງານ
ໃນຄັ້ງນີ້.

ໃນຂະນະດຽວກັນ, ທ່ານ Nicolas Sarkozy ປະທານາທິບໍດີ​ຝຣັ່ງ ກ່າວວ່າ ບັນດາ
ທະນາຄານຝຣັ່ງ ໄດ້ຕົງລົງທີ່ຈະຊ່ອຍເຫຼືອ Greece ໃຫ້ລຸດພົ້ນອອກ ຈາກວິກິດການ
ໜີ້ສິນອັນ ແລະວ່າຈະຍືດເວລາໃນການໃຊ້ໜີ້ຂອງລັດຖະບານ Greece ນັ້ນອອກໄປ
ຊຶ່ງພວມຢູ່ໃນລະຫວ່າງການດຳເນີນຄວາມພະຍາຍາມ ເພື່ອຮັບຜ່ານແຜນການປະຢັດ
ມັດທະຍັດຮອບໃໝ່ ເພື່ອໃຫ້ Greece ລອດພົ້ນຈາກການລົ້ມລະລາຍນັ້ນ.

XS
SM
MD
LG