ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວກຣີສສືບຕໍ່ປະທ້ວງ ແຜນການປະຢັດມັດທະຍັດ ຂອງລັດຖະບານ (ເບິ່ງວີດີໂອ)


ພວກຕໍາຫລວດສີດແກສນໍ້າຕາໃສ່ພວກປະທ້ວງກຣີຊ
ພວກຕໍາຫລວດສີດແກສນໍ້າຕາໃສ່ພວກປະທ້ວງກຣີຊ

ໄດ້​ເກີດ​ການ​ປະ​ທະ​ກັນ​ໃນ​ວັນ​ພຸດ​ມື້​ນີ້ ລະ​ຫວ່າງ​ຕໍາຫລວດ​ກັບ​ພວກ​ປະທ້ວງ​ທີ່​ພະຍາຍາມ​ຈະ​ເຂົ້າ​ໄປ​ອອ້ມຫໍ​ສະພາ​ແຫ່ງ​ຊາດ​ຂອງ​ປະ​ເທດ​ກຣີສ​ໄວ້. ຕໍາຫລວດ​ໄດ້​ຍິງ​ແກ​ສນໍ້າຕາ​ໃສ່​ພວກ​ປະ​ທ້ວງ ​ເພື່ອ​ໃຫ້​ສະຫລາຍ​ໂຕ.

ປະເທດກຣີສປະເຊີນກັບການນັດຢຸດງານໃນທົ່ວປະເທດສີ່ສິບແປດຊົ່ວໂມງ ເປັນມື້ທີ່ສອງ ໃນການປະທ້ວງບັ້ນໃໝ່ ຕໍ່ຕ້ານການປະຕິຮູບແຜນການປະຢັດມັດທະຍັດແຫ່ງຊາດນັ້ນ.

ການປະທະຄັ້ງກັນຫລາຍໆບັ້ນເກີດຂຶ້ນເມື່ອວັນພຸດມື້ນີ້ ຂະນະທີ່ພວກສະມາຊິກສະພາ ພວມພິຈາລະນາ ແຜນການຂອງນາຍົກລັດຖະມົນຕີ Papandreou ທີ່ຈະເພີ່ມພາສີ ຕັດການໃຊ້ຈ່າຍຂອງລັດຖະບານ ແລະຂາຍຊັບສິນ ຕ່າງໆຂອງລັດຖະບານນັ້ນ.

ເມື່ອວັນອັງຄານວານນີ້ ປະຊາຊົນປະມານ 20,000 ຄົນ ໄດ້ເຕົ້າໂຮມກັນໃນນະຄອນ ຫລວງ Athens ເພື່ອທຳການເດີນຂະບວນປະທ້ວງ ໃນເບື້ອງ ຕົ້ນຢ່າງສັນຕິແຕ່ໄດ້ກາຍ ເປັນຄວາມຮຸນແຮງໃນເວລາຕໍ່ມານັ້ນ. ພວກເຈົ້າ ໜ້າທີ່ຕໍາຫລວດຈໍານວນຢ່າງໜ້ອຍ 4,000 ຄົນ ທີ່ມີປືນຍິງໃຫ້ສະລົບ ລະເບີດນໍ້າຕາ ແລະໄມ້ຄ້ອນ ເປັນອາວຸດ ໄດ້ຕໍ່ສູ້ກັບ ພວກປະທ້ວງ ທີ່ແກວ່ງກ້ອນຫິນ ແລະລະເບີດໄຟເຂົ້າໃສ່ຕຳຫຼວດ.

ພວກເຈົ້າໜ້າທີ່ກ່າວວ່າ ພວກປະທ້ວງຖືກຈັບກຸມ ຢ່າງໜ້ອຍ 14 ຄົນ ແລະ ມີຫລາຍກວ່າ 20 ຄົນທີ່ໄດ້ຮັບບາດເຈັບ.

ບັນດາສະມາຊິກສະພາມີກຳນົດຈະເລີ່ມທໍາການລົງຄະແນນສຽງກ່ຽວກັບ ມາດຕະການປະຢັດ ມັດທະຍັດຕ່າງໆໃນວັນພຸດມື້ນີ້. ປະເທດກຣີສ ແມ່ນ ຈະຕ້ອງຮັບຮອງເອົາແຜນການດັ່ງກ່າວ ໃຫ້ທັນກັບວັນພະຫັດ ຄືມື້ອື່ນນີ້ ເພື່ອຫລີກລ່ຽງການຜິດສັນຍາຈ່າຍໜີ້ສິນເງິນກູ້ຢືມທີ່ຕົນໄດ້ ຮັບເມື່ອປີຜ່ານມາ ອັນເປັນພາກສ່ວນເງິນຊ່ອຍເຫຼືອຂອງນານາຊາດຈໍານວນ 156 ພັນລ້ານ ໂດລາແລະຈະຕ້ອງໄດ້ຈ່າຍງວດ 17 ພັນລ້ານໂດລາ ຂອງການ ຊ່ວຍເຫລືອດັ່ງກ່າວ.

ພວກປະທ້ວງຫລາຍໆຄົນມີຄວາມຮູ້ສຶກວ່າ ແຜນການປະຢັດຈໍານວນ 40 ພັນລ້ານໂດລາ ນັ້ນ ແມ່ນຈະເປັນການລົງໂທດຢ່າງຮ້າຍແຮງຕໍ່ພວກຄົນງານ ແລະພວກກິນເບ້ຍບໍານານ ໃນຂະນະທີ່ມີການຜ່ອນຜັນໃຫ້ພວກຮັ່ງມີນັ້ນ.

ການນັດຢຸດງານປະທ້ວງເປັນມື້ທີ່ສອງນີ້ ເກືອບວ່າໄດ້ເຮັດໃຫ້ປະເທດກຣີສ ກາຍເປັນ ອຳມະພາດໄປ.

XS
SM
MD
LG