ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ກຣີສ ຂໍ​ຮ້ອງ ໃຫ້​​ເລື່ອນເວລາ ການ​ໃຊ້​ໜີ້ຂອງຕົນ ​ອອກ​ໄປ​ອີກ​ 6 ​ເດືອນ


Greece Bailout SOTVO
please wait
Embed

No media source currently available

0:00 0:01:03 0:00

ອິງ​ຕາມ​ເຈົ້າ​ໜ້າທີ່​ເຂດ​ທີ່​ໃຊ້​ເງິນ​ຢູ​ໂຣແລ້ວ ກຣີສໄດ້ຂໍ​ຮ້ອງ​ຢ່າງ
​ເປັນ​ທາງ​ການຕໍ່​ເຈົ້າ​ໜີ້​ຢູ​ໂຣບ ​ໃນ​ວັນ​ພະຫັດ​ມື້​ນີ້ ​ໃຫ້​ເລື່ອນເວ
ລາການ​ໃຊ້​ໜີ້ໃນ​ການ​ກອບ​ກູ້​ເສດຖະກິດຂອງ​ປະ​ເທດ​ອອກ
​ໄປ​ອີກ​ 6 ​ເດືອນ.

ທ່ານ Jeroen Dijsselbloem ຜູ້ນຳ​ຂອງ​ຄະນະ​ລັດຖະມົນຕີ
​ການ​ເງິນ​ ຂອງ​ຂົງ​ເຂດ​ທີ່​ໃຊ້​ເງິນ​ຢູ​ໂຣ​ໄດ້​ກ່າວຜ່ານທາງ Twitter
ຂອງ​ທ່ານວ່າ ທ່ານ “​ໄດ້​ຮັບ​ຄຳຂໍຮ້ອງຂອງກຣິສເພື່ອ ​ເລື່ອນເວລາ
ໃນການໃຊ້ໜີ້ອອກ​ໄປ​ອີກ 6 ​ເດືອນ” ​ແຕ່​ວ່າ​ບໍ່​ໄດ້​ໃຫ້​ລາຍ
​ລະອຽດ​ເພີ້​ມ​ຕື່ມ​ແຕ່​ຢ່າງ​ໃດກ່ຽວກັບການຂໍຮ້ອງດັ່ງກ່າວ.

ເຈົ້າໜ້າທີ່ສະຫະພາບຢູໂຣບ ທີ່ບໍ່ປະສົງອອກ​ຊື່ ​ກ່າວໃນເວລາຕໍ່​ມາ​ວ່າ​ ຄະນະ​ລັດຖະມົນຕີ​ການ​ເງິນ​ຂອງ​ຂົງ​ເຂດ​ທີ່​ໃຊ້​ເງິນ​ຢູ​ໂຣ ຈະ​ພົບ​ປະກັນ​ໃນ​ວັນ​ສຸກ​ມື້​ອື່ນ​ນີ້ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ຮ້ອງຂໍ​ທີ່​ວ່າ​ນີ້.

​ໃນ​ວັນ​ພຸດ​ວານ​ນີ້ ລັດຖະມົນຕີການ​ເງິນ​ຂອງ​ກຣີສ ທ່ານ Yanis Varoufakis ​ໄດ້​ກ່າວ​ວ່າ ທ່ານ​ມອງ​ໄປ​ໃນ​ທາງ​ບວກ ທີ່​ວ່າ ກຣີສ ຈະ​ໄດ້​ຮັບ​ການ​ເລື່ອນ​ເວລາໃນການໃຊ້ໜີ້​ອອກ​ໄປ​ອີກ ​6 ​ເດືອນ ​ແລະ​ຫຼີກ​ເວັ້ນຈາກການ​ລົ້ມ​ລະລາຍ ທີ່ອາດມີຂຶ້ນ.

ທ່ານ Varoufakis ​ໄດ້​ກ່າວ​ວ່າ “ການ​ຮ້ອງ​ຂໍ​ຂອງ​ພວກ​ເຮົາ ຈະ​ຮ່າງ​ຂຶ້ນ​ໃນ​ທາງ​ທີ່​ຈະ​ກວມ​ເອົາທັງ​ຄວາມຮຽກຮ້ອງ​ຕ້ອງການ ​ຂອງ​ທັງ​ຝ່າຍ​ກຣີສ ​ແລະກຸ່ມໃຊ້ເງິນ​ຢູ​ໂຣ ນຳ. ພວກ​ເຮົາ​ມາ​ຖືກ​ທາງ​ແລ້ວ. ຂ້າພະ​ເຈົ້າ ​ມີຄວາມຫວັງໄປໃນແງ່ດີວ່າ ມັນ​ຈະ​ໄດ້​ຈົບ​ລົງ​ດ້ວຍ​ດີ​ໃນ​ມື້​ວັນ​ພະຫັດ​ມື້​ນີ້ ຫຼື​ບໍ່ ກໍ​ມື້​ຕໍ່​ໄປ.”

ກຣີສ ມີ​ເວລາ​ຈົນ​ຮອດ​ທ້າຍ​ເດືອນນີ້ ທີ່​ຈະ​ຈ່າຍເງິນຄືນ​ໃຫ້​ກັບ​ທາງ​ເຈົ້າ​ໜີ້​ຢູ​ໂຣບ ຫຼື​ບໍ່ ກໍ​ເຈ ລະຈາເພື່ອລົງກັນ​ໃໝ່. ການ​ບໍ່ຈ່າຍໜີ້​ຕາມ​ຂໍ້​ຕົກລົງນັ້ນ ອາດຈະໝາຍ​ເຖິງເປັນການຜິດ
ສັນຍາ ແລະ​ຖືກໄລ່ອອກຈາກ​ຂົງ​ເຂດ​ທີ່​ໃຊ້​ເງິນ​ຢູ​ໂຣ.

ລັດຖະບານຊຸດໃໝ່ ທີ່ອຽງຊ້າຍຂອງກຣີສ ​ໄດ້​ໂຕ້​ຖຽງ​ວ່າໂຄງການປະຢັດມັດທະຍັດທີ່ບັງ
ຄັບ ໂດຍການຊ່ອຍກອບກູ້ເສດຖະກິດຈຳນວນມະຫາສານນັ້ນ​ວ່າ ສ້າງຄວາມເສຍຫາຍ
ໃຫ້ແກ່ປະ ຊາຊົນກຣີສ ​ແລະຂັດຂວາງ​ຕໍ່ການຈະ​ເລີ​ນ​ເຕີບ​ໂຕ​ຂອງເສດຖະກິດກຣີສ.

XS
SM
MD
LG