ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຣີສ ອະນຸມັດ ຮ່າງ ກ.ມ. ສັ່ງພັກການ ຄົນງານ ລັດຖະບານ (ສະໄລດ໌/ວີດີໂອ)


ການນັດຢຸດງານປະທ້ວງ ເປັນເວລາ 24 ຊົ່ວໂມງ ຂອງຊາວກຣີສ ຢູ່ເມືອງ Thessaloniki, ວັນອັງຄານ ທີ 16 ກໍລະກົດ 2013.
ການນັດຢຸດງານປະທ້ວງ ເປັນເວລາ 24 ຊົ່ວໂມງ ຂອງຊາວກຣີສ ຢູ່ເມືອງ Thessaloniki, ວັນອັງຄານ ທີ 16 ກໍລະກົດ 2013.
ກຣີສ ​ໄດ້​ອະນຸມັດ ການ​ສັ່ງ​ພັກງານ ​ແລະ​ຕັດ​ເງິນ​ເດືອນ ອີກຮອບ​ນຶ່ງ ດ້ວຍຄະ​ແນນ​ສຽງ​ທີ່​ສູ​ສີ​ກັນ ຊຶ່ງຈະ​ມີ​ຜົນ​ກະທົບ​ຕໍ່​ພວກ​ຄົນ​ງານ​ລັດຖະບານຫຼາຍພັນ​ຄົນ.

ສະພາ ​ໄດ້​ຮັບ​ຜ່ານຮ່າງ​ກົດໝາຍ​ການ​ປະຕິ​ຮູບ​ຕ່າງໆ​ ໃນ​ຕອນ​ເຊົ້າວັນພະ ຫັດ​ມື້​ນີ້ ໂດຍໄດ້​ຮັບການສະໜຸນ ຈາກສະມາຊິກ​ສະພາ​ 153 ສຽງ ​ແລະ 140 ສຽງ​ ຄັດຄ້ານ.

ຮ່າງ​ກົດໝາຍ​ດັ່ງກ່າວ​ ​ໄດ້​ໃຫ້​ເວລາແກ່​ພວກ​ຄົນ​ງານລັດຖະບານ 25,000 ຄົນ ​ແປດ​ເດືອນ ​ເພື່ອຊອກ​ວຽກ​ງານ​ອື່ນ ​ແລະ​ຖືກ​ສັ່ງໃຫ້ພັກ​ການ.



ການ​ຮັບ​ຜ່ານ​ຮ່າງ​ກົດໝາຍ​ປະຕິ​ຮູບ​ດັ່ງກ່າວ ​ເປີດ​ໂອກາດ​ໃຫ້ກຣີສ​ໄດ້​ຮັບ​ເງິນຊ່ອຍ​ເຫຼືອ​ຕື່ມ​ອີກ ​ແປດ​ພັນເກົ້າຮ້ອຍ​ລ້ານ​ໂດລາ ​ເພື່ອ​ກອບ​ກູ້​ເສດ​ຖະ ກິດຈາກ​ສະຫະພາບ​ຢູ​ໂຣບ ​ແລະ​ກອງ​ທຶນ​ສາກົນ ຫຼື IMF

ຮ່າງ​ກົດໝາຍການ​ປະຕິ​ຮູບທີ່​ວ່າ​ນີ້ ພາ​ໃຫ້​ມີ​ການເດີນ​ຂະ​ບວນ ​ໂຮມ​ຊຸມນຸມ​ກັນ ​ແລະ​ນັດ​ຢຸດ​ງານ​ປະ​ທ້ວງ​ແທບ​ທຸກ​ມື້ ​ໃນ​ໄລຍະ​ນຶ່ງ​ອາທິດ​ນັ້ນ.

ການ​ລົງ​ຄະ​ແນນ​ສຽງ ​ມີ​ຂື້ນໃນ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ກ່ອນໝາຍ​ກໍານົດການ ຢ້ຽມຢາມ​ນະຄອນຫຼວງ Athen ຂອງ​ທ່ານ Wolfgan Scheauble ລັດຖະມົນຕີ​ການ​ເງິນ​ຂອງ​ເຢຍຣະມັນ.

ທ່ານ Scheauble ຖື​ວ່າ​ເປັນ​ຜູ້​ສະ​ໜັບສະ​ໜຸນ​ແກນ​ນໍາ ໃນ​ການ​ປະຢັດ ມັດທະຍັດ​ຂອງ​ຢູ​ໂຣບ. ​ຊາວ​ກຣີສຫຼາຍໆ​ຄົນ​ ຖິ້ມ​ໂທດ​ໃສ່​ທ່ານ​ ສໍາລັບ​ຄວາມ​ທຸກ​ຍາກ​ລຳບາກ​ ຂອງ​ພວກ​ເຂົາ​ເຈົ້າ ນັບ​ຕັ້ງ​ແຕ່ກຣີສປະສົບ​ກັບ​ວິ​ກິ​ດການໜີ້​ສິນ ​ໃນປີ 2009 ​ເປັນ​ຕົ້ນ​ມາ.

ເບິ່ງວີດີໂອ:

ຂ່າວກ່ຽວກັບປະເທດ Greece
please wait

No media source currently available

0:00 0:00:44 0:00
XS
SM
MD
LG