ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີຜູ້ເສຍຊີວິດ3ຄົນໃນການປະທ້ວງທີ່Greece


ການປະທ້ວງທີ່ເອເຕນ, ກຣີສ ທີ່ພາໃຫ້ມີຜູ້ເສຍຊີວິດ 3 ຄົນ
ການປະທ້ວງທີ່ເອເຕນ, ກຣີສ ທີ່ພາໃຫ້ມີຜູ້ເສຍຊີວິດ 3 ຄົນ

ທີ່ປະເທດກຣີສພວກພະນັກງານຂອງທະນາຄານໄດ້ພາກັນ
ນັດຢຸດງານເພື່ອປະທ້ວງຕໍ່ການເສຍຊີວິດຂອງພະນັກງານ
3 ຄົນ ທີ່ຕົກຄ້າງຢູ່ຂ້າງໃນຂອງທະນາຄານທີ່ພວກປະທ້ວງ
ຈູດ ໃນມື້ວານນີ້.

ຊາວກຣີສຈຳນວນຫລາຍພັນຄົນໄດ້ປະທະກັບພວກ
ຕຳຫລວດໃນວັນພຸດວານນີ້ໃນລະຫວ່າງການເດີນ
ຂະບວນທີ່ນະຄອນຫລວງເອເທັນ ເພື່ອປະທ້ວງຕໍ່
ແຜນການປະຢັດມັດທະຍັດຂອງລັດຖະບານທີ່ມີຈຸດ
ມຸ່ງໝາຍຈະຊ່ອຍກຣີສໃຫ້ລອດພົ້ນຈາກການລົ້ມລະລາຍນັ້ນ.

ລັດຖະມົນຕີການເງິນຂອງກຣີສທ່ານ GEORGE PAPACONSTAN
TINOUກ່າວຕໍ່ສະພາແຫ່ງຊາດ ໃນວັນພະຫັດມື້ນີ້ວ່າ ຄວາມຫວັງອັນດຽວ
ຂອງກຣີສທີ່ຈະຫລີກລ່ຽງບໍ່ໃຫ້ເກີີດການລົ້ມລະລາຍ ກໍຄືຕົກລົງຮັບເອົາ
ແຜນການປະຢັດມັດທະຍັດ ຕະຫລອດທັງການກູ້ຢືມຈາກສະຫະພາບຢູໂຣບ
ແລະກອງທຶນສາກົນ IMF.

ເປັນທີ່ຄາດກັນວ່າບັນດາສະມາຊິກສະພາຂອງກຣີສຈະລົງຄະແນນສຽງ
ກ່ຽວກັບແຜນການດັ່ງກ່າວ ພາຍໃນທ້າຍອາທິດນີ້.

XS
SM
MD
LG