ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາວກຣີສ ເດີນຂະບວນ ປະທ້ວງ ແຜນການປະຢັດ ມັດທະຍັດ ຂອງລັດຖະບານ


ຊາວກຣີຊຫລາຍພັນຄົນ ເດີນຂະບວນປະທ້ວງຕໍ່ຕ້ານແຜນການ ປະຢັດຂອງລັດຖະບານ
ຊາວກຣີຊຫລາຍພັນຄົນ ເດີນຂະບວນປະທ້ວງຕໍ່ຕ້ານແຜນການ ປະຢັດຂອງລັດຖະບານ

ພວກສະໜັບສະໜຸນພັກຄອມມີວນີສຈໍານວນຫລາຍພັນຄົນ ໄດ້ພາກັນເດີນຂະ​ບວນໃນ ນະຄອນຫລວງ Athens ເພື່ອປະທ້ວງແຜນການປະຢັດມັດທະຍັດຂອງ​ລັດຖະບານ ທີ່ແນ ໃສ່ເພື່ອປ້ອງກັນບໍ່ໃຫ້ປະເທດຜິດສັນຍາ​ໃນການ ຊໍາລະໜີ້ສິນນັ້ນ.

ພວກປະທ້ວງປະມານ 5,000 ຄົນ ໄດ້ເດີນຂະ​ບວນໄປຍັງສະພາ​ແຫ່ງ​ຊາດຂອງກຣີສ ​ໃນ ວັນເສົາວານນີ້ ນໍາໂດຍທ່ານ Alex Papariga ຜູ້ນໍາພັກຄອມມີວນີສ ທີ່ກ່າວຫາລັດຖະ ບານວ່າ ສົມຮູ້ຮ່ວມຄິດກັບພວກເຈົ້າໜີ້ ເພື່ອລອກ​ໜັງປະຊາຊົນທັງ​ເປັນ ກໍ​ຄື​ຂູດ​ຮີດ​ປະຊາຊົນ. ການເດີນຂະບວນປະທ້ວງໄດ້ສິ້ນສຸດລົງ ໂດຍບໍ່ມີເຫດການຮ້າຍແຮງຫຍັງ ເກີດຂື້ນ.

ນັບເປັນເວລາຫລາຍອາທິດມາແລ້ວຢູ່ໃນປະເທດກຣີສ ທີ່ມີການປະທ້ວງ ເກືອບວ່າທຸກມື້ ຕໍ່ຕ້ານແຜນການຂອງທ່ານ George Panandreou ນາຍົກລັດຖະມົນຕີພັກສັງຄົມນິຍົມ ຂອງກຣີສ ທີ່ຈະຂື້ນພາສີ ຕັດການໃຊ້ຈ່າຍ ແລະຂາຍຊັບສິນຂອງລັດ ທີ່ພວກເຈົ້າໜີ້ຕ່າງ ປະ​ເທດ​ໄດ້​ທວງ​ໃຫ້​ເຮັດ​ເພື່ອແລກປ່ຽນກັບການກູ້ຢືມສຸກເສີນນັ້ນ.

ທ່ານ Papandreou ໄດ້ສັບຊ້ອນຄະນະລັດຖະບານຂອງທ່ານເມື່ອວັນສຸກ ຜ່ານມານີ້ ໂດຍໄດ້ແຕ່ງຕັ້ງຄູ່ແຂ່ງຄົນສໍາຄັນຂອງທ່ານຈາກພັກສັງຄົມນິຍົມ ໃຫ້ເປັນລັດຖະມົນຕີ ກະຊວງການເງິນ ເພື່ອລົດຜ່ອນການຕໍາໜິຕິຕຽນຂອງພັກ ກ່ຽວ​ກັບວິທີການແກ້ໄຂວິກິດ ການຂອງທ່ານ. ລັດຖະບານຊຸດໃໝ່ຂອງ ທ່ານປະເຊີນກັບການລົງຄະແນນສຽງໄວ້ວາງໃຈ ໃນວັນອັງຄານໜ້ານີ້ ໃນສະພາ​ ຊຶ່ງພັກຂອງ​ລັດຖະບານ​ຂອງ​ທ່ານ ເປັນຜູ້ກໍາສຽງສ່ວນ ຫລາຍພຽງໜ້ອຍດຽວ ຄື 155 ບ່ອນນັ່ງ ໃນຈໍານວນທັງໝົດ 300 ບ່ອນນັ່ງ ໃນສະພາ ແຫ່ງຊາດ.

ຖ້າຫາກວ່າລັດຖະບານຊະນະການລົງຄະແນນສຽງໄວ້ວາງໃຈດັ່ງກ່າວ ກໍຄາດວ່າ ທ່ານ Papandreou ຈະຂໍໃຫ້ສະພາອະນຸມັດແຜນການປະຢັດ ຂອງທ່ານໃນທ້າຍເດືອນນີ້ ບັນດາສະຫະພັນກໍາມະບານກຣີກ ​ໄດ້ຂູ່ທີ່ຈະ ນັດຢຸດງານປະທ້ວງເປັນເວລາ 48 ຊົ່ວໂມງ ຖ້າ​ແຜນການດັ່ງກ່າວຜ່ານ.

XS
SM
MD
LG