ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ NATO ສາມັກຄີກວ່າເກົ່າ ເພື່ອຮັບມື ກັບການທ້າຍ ຂອງລັດອິສລາມ ແລະຣັດເຊຍ


ປະທານ​ເສນາ​ທິການ​ຮ່ວມ ຂອງກອງ​ທັບສະຫະລັດ ນາຍ​ພົນ Joe Dunford ຢູ່ເທິງເຮືອບິນທະຫານ C-17.
ປະທານ​ເສນາ​ທິການ​ຮ່ວມ ຂອງກອງ​ທັບສະຫະລັດ ນາຍ​ພົນ Joe Dunford ຢູ່ເທິງເຮືອບິນທະຫານ C-17.

ຫລັງ​ຈາກ​ໄດ້​ມີ​ການ​ແບ່ງ​ແຍກ​ກັນ ມາ​ໄດ້ຫລາຍ​ເດືອນ​ແລ້ວ ພວກ​ຜູ້​ບັນຊາ​ການຂອງ​ອົງ ການ NATO ບັດ​ນີ້ ​ໄດ້​ມີ​ຄວາມ​ເຫັນ​ພ້ອມ​ນຳ​ກັນ ກ່ຽວ​ກັບ​ການ​ຮັບ​ມື​ກັບ​ບັນຫາ​ທ້າ​ທາຍ ທີ່ບັນດາ​ສະມາຊິກ​ປະ​ເທດ​ຕ່າງໆປະ​ເຊີນໜ້າ​ ທາງພາກ​ຕາ​ເວັນ​ອອກແລະ​ພາ​ກໃຕ້ ອີງ​ ຕາມຄຳ​ເວົ້າຂອງ​ນາຍ​ພົນ​ອະ​ວຸ​ໂສສະຫະລັດ ທີ່ກ່າວ​ໃນ​ວັນພ​ະຫັດ​ວ່າ​ນນີ້​.

ປະທານ​ເສນາ​ທິການ​ຮ່ວມ ຂອງກອງ​ທັບ ນາຍ​ພົນ Joe Dunford ກ່າ​ວວ່າ ບັນດາ​ປະ​ເທດ​ພັນທະ​ມິດ​ໄດ້​ມີ “ຮູບ​ພາບ​ຄ້າຍຄື​ກັນ” ລະ​ຫວ່າງ​ກອງ​ປະຊຸມສຸດ​ຍອດລັດຖະມົນຕີ ປ້ອງ​ກັນປະ​ເທດຂອງ​ອົງການ NATO ​ແລະ​ສາມາດ​ສຶກສາ​ເບິ່ງບັນຫາດ້ານ​ຄວາມ​ປອດ ​ໄພ ​ພ້ອມ​ດ້ວຍ​ຍຸດທະ​ສາດທີ່​ສາມາດ​ເອົາ​ໄຊຊະນະຫລາຍ​ຂຶ້ນ.

ນາຍ​ພົນ Danford ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ ​ທີ່​ເດີນທາງ​ໄປ​ກັບ​ທ່ານ ຈາກ​ນະຄອນ Brussels ​ມາ​ຍັງ​ສະຫະລັດວ່າ “ຂ້າພະ​ເຈົ້າ​ຄິດ​ວ່າ​ນີ້ ເປັນ​ກອງ​ປະຊຸມ ທີ່​ມີ​ໝາກ​ຜົນ ​ຫລາຍ​ກວ່າ ​ກອງ​ປະຊຸມ ​ໃນ​ເດືອນ​ກຸມພາຜ່ານມາ​. ​ ໂດຍເປັນ​ທີ່​ເຂົ້າ​ໃຈທົ່ວໄປ​ແລ້ວ
​ເປັນ​ກາ​ນທ້າ​ທາຍທຳ​ມະ​ດາ​ຕໍ່ພາກ​ໃຕ້ ​ແລະ​ພາກ​ຕາ​ເວັນ​ອອກ ທີ່ມີ​ຢູ່​ນັ້ນ.”

ປະທານ Dunford ​ແລະ​ປະທານ​ເສນາ​ທິການ​ຮ່ວມ​ຄົນ​ກ່ອນນາຍ​ພົນ Martin Demp-
sey ຕ່າງ​ກໍ​ໄດ້​ສ​ະ​ແດງ​ຄວາມ​ບໍ່​ດີ​ໃຈ ​ຫຼັງ​ຈາກກອງ​ປະຊຸມ​ລັດຖະມົນຕີປ້ອງ​ກັນປະ​ເທດ ​ຄັ້ງ​ກ່ອນຊຶ່ງ​ບັນດາ​ປະ​ເທດ​ພັນທະ​ມິດໄດ້​ຖົກ​ຖຽງ​ກັນກ່ຽວ​ກັບ​ວ່າອົງການ NATO ຄວນ ​ທີ່ຈະ​ໃຫ້​ຄວາມ​ສຳ​ຄັນ​ສຸດ ໃນ​ການ​ເພັ່ງ​ເລັງ​ໃສ່​ໄພຂົ່ມຂູ່​ຈາກການ​ຮຸກ​ຮານຂອງຣັດເຊຍ ຢູ່ທາງ​ພາກ​ຕາ​ເວັນ​ອອກ ຫລື​ໄພ​ຂົ່ມຂູ່​ຂອງ​ພວກ​ນັກ​ລົບ​ອິສລາມ ຕໍ່ອົງການ NATO ຢູ່​ທາງ​ພາກໃຕ້.

ບັນດາ​ຜູ້ນຳ​ສະຫະລັດ ​ໄດ້​ຮຽກຮ້ອງ​ໃຫ້ປະ​ເທດ​ພັນທະ​ມິດ ​ເພັ່ງ​ເລັງ​ໃສ່ໄພ​ຂົ່ມຂູ່​ທັງ​ສອງ ​ພ້ອມໆ​ກັນ ​ເຖິງ​ແມ່ນ​ວ່າ​ຜົນ​ປະ​ໂຫຍ​ດ ດ້ານຄວາມ​ໝັ້ນຄົງ​ຂອງແຕ່ລະປະ​ເທດ ​ໃນ​ອັນ ​ທີ່ນາ​ຍພົນ Dan Ford ອ້າງ​ເຖິງ​ວ່​າ​ເປັນວິທີ​ຮັບ​ມື​ແບບ “​360 ອົງສາ” ນັ້ນ. ທ່ານ​ກ່າວ​ວ່າ “ຂ້າພະ​ເຈົ້າ​ຄິດ​ວ່າ ພວກ​ເຮົາ​ມາ​ຮອດ​ທີ່​ນັ້ນ​ແລ້ວ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG