ທີ່ເກົາຫຼີໃຕ້ ມີຢ່າງນ້ອຍ 16 ຄົນເສຍຊີວິດ ຫຼັງຈາກທີ່ຕາໜ່າງເຫຼັກ
ງວມປ່ອງລະບາຍອາກາດ ທີ່ພວກເຂົາເຈົ້າຢືນຢູ່ເທິງນັ້ນ ໄດ້ຍຸບພັງ
ລົງ ຢູ່ບ່ອນສະແດງຄອນເສີດ ໃກ້ໆກັບນະຄອນຫລວງໂຊລ.
ບັນດາເຈົ້າໜ້າທີ່ ກ່າວວ່າ ອີກ 11 ຄົນໄດ້ຮັບບາດເຈັບ ໃນອຸບັດ
ເຫດດັ່ງກ່າວ ຢູ່ບ່ອນສະແດງກາງແຈ້ງຂອງວົງດົນຕີຍິງລ້ວນ ທີ່ຊື່
ວ່າ 4Minute ທີ່ໄດ້ຮັບຄວາມນິຍົມຊົມຊອບຢ່າງຫຼວງຫຼາຍ ໃນ
ເມືອງ Seongnam ທາງພາກໃຕ້ຂອງນະຄອນຫລວງ.
ນາຍົກລັດຖະມົນຕີເກົາຫຼີໃຕ້ ທ່ານ Chung Hong-won ໄດ້ໄປ
ຢ້ຽມເບິ່ງຈຸດເກີດເຫດໃນວັນສຸກວານນີ້ ແລະໄດ້ຮັບຟັງລາຍງານຈາກພວກເຈົ້າໜ້າທີ່ສຸກເສີນ.
ພວກໄປຊົມຄອນເສີດ ໄດ້ຕົກລົງໄປໃນຮູຊີມັງລະບາຍອາກາດໃຫຍ່ໆນັ້ນ ຢ່າງນ້ອຍ 30 ແມັດ ທີ່ເຊື່ອມຕໍ່ໄປໃສ່ບ່ອນຈອດລົດຢູ່ໃຕ້ດິນ.
ມີຫຼາຍກວ່າ 700 ຄົນ ເຂົ້າໄປຊົມການສະແດງກາງແຈ້ງດັ່ງກ່າວ.