ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັງກລາແດັສ ໄດ້ຮັບເງິນ 100 ລ້ານ ໂດລາ ເພື່ອປັບປຸງ ສູນອົບພະຍົບ ໂຣຮິງຢາ


ອົບພະຍົບໂຣຮິງຢາ ກຳລັງຍູ້ລົດບັນທຸກ ທີ່ຄາຂີ້ຕົມ ທີ່ສູນອົບພະຍົບ ກູຕູປາລອງ. (ວັນທີ 4 ກໍລະກົດ 2018)
ອົບພະຍົບໂຣຮິງຢາ ກຳລັງຍູ້ລົດບັນທຸກ ທີ່ຄາຂີ້ຕົມ ທີ່ສູນອົບພະຍົບ ກູຕູປາລອງ. (ວັນທີ 4 ກໍລະກົດ 2018)

ບັງກລາແດັສພວມໄດ້ຮັບການຊ່ອຍເຫຼືອຈາກທະນາຄານພັດທະນາເອເຊຍ ຫຼື ADB ເພື່ອປັບປຸງສູນອົບພະຍົບ ບ່ອນທີ່ອົບພະຍົບຊາວໂຣຮິງຢາ ທີ່ຫຼົບໜີມາຈາກປະເທດ
ມຽນມາ ທີ່ເປັນເພື່ອນບ້ານ ພັກພາອາໄສຢູ່ນັ້ນ.

ທະນາຄານພັດທະນາເອເຊຍ ໄດ້ໃຫ້ການຊ່ອຍເຫຼືອລ້າ 100 ລ້ານໂດລາແກ່ບັງກລາ
ແດັສ. ນີ້ແມ່ນເຄິ່ງນຶ່ງ ຂອງເງິນ 200 ລ້ານໂດລາ ທີ່ໃຫ້ການຊ່ອຍເຫຼືອທັງໝົດ.

ທ່ານຕາເຕຮິໂກະ ນາກາໂອະ ປະທານທະນາຄານພັດທະນາເອເຊຍ ກ່າວວ່າ “ດ້ວຍ
ຫຼັກການໃຫ້ຄວາມສຳຄັນແກ່ຜູ້ຄົນກ່ອນໝູ່ໝົດນັ້ນ ໂຄງການໃນໄລຍະເລີ້ມຕົ້ນຂອງ
ເອດີບີແມ່ນຊອກຫາຊ່ອງທາງເພື່ອໃຫ້ການສະໜອງພື້ນຖານໂຄງລ່າງທີ່ຈຳເປັນແລະ
ການບໍລິການ ທີ່ຈະຊ່ອຍບັນເທົາຄວາມຮ້າຍແຮງແລະຄວາມສ່ຽງໃນການອຶດຫິວ ໂຣ ຄາພະຍາດ ແລະໄພພິບັດ.”

ທະນາຄານພັດທະນາເອເຊຍ ກ່າວວ່າ ເວລາຄຳຮ້ອງ ໃນການຂໍເງິນນີ້ ໄດ້ຮັບແລ້ວ
ທາງທະນາຄານກໍຈະ “ລິເລີ້ມ ແລະດຳເນີນການ ກ່ຽວກັບໂຄງການດັ່ງກ່າວໂດຍໄວ
ເປັນພິເສດ ພາຍໃຕ້ລະບຽບການແບບສຸກເສີນ.”

ທຶນໃນຂັ້ນຕົ້ນຈະຊ່ອຍສ້ອມແປງຖະໜົນຫົນທາງພາຍໃນສູນອົບພະຍົບຕ່າງໆເພື່ອ
ໃຫ້ເຊື່ອມຕໍ່ກັບສູນກາງແຈກຢາຍແລະເກັບມ້ຽນອາຫານ ໂຮງໝໍ ໂຮງຮຽນ ແລະປັບ
ປຸງການເຂົ້າເຖິງສະຖານທີ່ສຸກເສີນຕ່າງໆ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG