ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜົນການປະກາດລາງວັນ Grammy ຂອງວົງການດົນຕີ ສະຫະລັດ (ສະໄລດ໌)


ນັກຮ້ອງ Gotye ຖືລາງວັນຕຸກກະຕາຄໍາ ຮ່ວມກັບ Kimbra (ຂວາ) ຢູ່ຫລັງເວທີ ຫລັງງານປະກາດລາງວັນ Grammy ຫລືຕຸ໊ກກະຕາຄໍາຂອງອຸດສາຫະກໍາ ດົນຕີຂອງສະຫະລັດ ປະຈໍາປີທີ 55 ຢູ່ເມືອງ Los Angeles, ລັດ California ໃນວັນທີ 10 ກຸມພາ 2013. REUTERS/Jonathan Alcorn (UNITED STATES
ນັກຮ້ອງ Gotye ຖືລາງວັນຕຸກກະຕາຄໍາ ຮ່ວມກັບ Kimbra (ຂວາ) ຢູ່ຫລັງເວທີ ຫລັງງານປະກາດລາງວັນ Grammy ຫລືຕຸ໊ກກະຕາຄໍາຂອງອຸດສາຫະກໍາ ດົນຕີຂອງສະຫະລັດ ປະຈໍາປີທີ 55 ຢູ່ເມືອງ Los Angeles, ລັດ California ໃນວັນທີ 10 ກຸມພາ 2013. REUTERS/Jonathan Alcorn (UNITED STATES
ຜົນການປະກາດລາງວັນ Grammy ຫລືຕຸ໊ກກະຕາຄໍາຂອງ
ອຸດສາຫະກໍາດົນຕີຂອງສະຫະລັດ ປະຈໍາປີທີ 55 ປາກົດວ່າ
ນັກຮ້ອງ Gotye ແລະ Kimbra ໄດ້ຮັບນຶ່ງໃນບັນດາລາງວັນ
ສູງສຸດ ຄືລາງວັນແຜ່ນສຽງເດ່ນແຫ່ງປີ ຍ້ອນບົດເພງ Some-
body That I used to Know ຂອງເຂົາເຈົ້າ ໃນພິທີມອບ
ລາງວັນຢູ່ Los Angeles ເມື່ອຄືນວັນອາທິດວານນີ້ ທີ່ຖືກ
ຖ່າຍທອດອອກ ທາງໂທລະພາບ ໃຫ້ຄົນໄດ້ຊົມກັນທົ່ວປະເທດ.

ງານມອບລາງວັນ Grammy ຖືວ່າເປັນງານບັນເທິງໃຫຍ່ປະຈໍາ
ປີອັນນຶ່ງ ໃນ ສະຫະລັດ. ຜູ້ທີ່ໄດ້ຮັບລາງວັນກໍຖືວ່າ ຕົນໄດ້ຮັບ
ກຽດອັນສູງສົ່ງ ເພາະໄດ້ຮັບການຮັບຮູ້ຈາກເພື່ອນຮ່ວມວົງການ
ດ້ວຍກັນ ກໍຄືບັນດາສະມາຊິກຂອງວົງການ ອຸດສາຫະກໍາດົນຕີ ທີ່ເປັນຜູ້ລົງຄະແນນສຽງເລືອກເອົາ.

ນອກນັ້ນ ເພງ Somebody That I used to Know ຍັງໄດ້ນໍາລາງວັນ ສະແດງຍອດ ຍ້ຽມປະເພດຮ້ອງເພງຄູ່ ຫລື ຮ້ອງໝູ່ ທໍານອງພອ໊ບມາໃຫ້ Gotye ເຊ່ນກັນ ແລະອາລະບໍາ
ຊຸດ Making Mirrors ຂອງລາວ ກໍໄດ້ຮັບລາງວັນອາລະບໍາດົນຕີທາງເລືອກຍອດຍ້ຽມ.
ຄະນະ Fun ຊະນະລາງວັນເພງເດັ່ນທີ່ສຸດຂອງປີ ສໍາລັບບົດເພງ We Are Young ແລະ ຍັງໄດ້ຮັບລາງວັນ ສິນລະປິນໜ້າໃໝ່ຜົນງານດີເດ່ນກັບບ້ານໄປອີກດ້ວຍ.

ສ່ວນລາງວັນອາລະບໍາແຫ່ງປີ ຕົກເປັນຂອງວົງ Mumford and Sons ສໍາລັບຊຸດ Babel.

ສິນລະປິນສາວ Adele ເປັນຜູ້ທໍາອິດທີ່ໄດ້ຂຶ້ນເວທີໄປຮັບລາງວັນໃນຄືນວານນີ້ ໂດຍ ຄ້ວາເອົາລາງວັນສະແດງດ່ຽວ ທໍານອງ pop ສໍາລັບການສະແດງຮ້ອງສົດ ໃນເພງ Set Firs to the Rain.

ເພງ Love on Top ຂອງ Beyonce ໄດ້ນໍາລາງວັນການສະແດງຍອດຍ້ຽມທໍານອງ R & B ດັ້ງເດີມ ມາໃຫ້ນາງ.

ສ່ວນລາງວັນ ອາລະບໍາຍອດຍ້ຽມ ທໍານອງ pop ປະເພດຮ້ອງ ຕົກເປັນຂອງ Kelly Clarkson ສໍາລັບເພງ Stronger ຂອງນາງ.

Carrie Underwood ໄດ້ຮັບລາງວັນ Grammy ປະເພດເພງລູກທົ່ງຍອດຍ້ຽມຍ້ອນ ເພງ Blown Away.

ປະມວນພາບ ການປະກາດລາງວັນ Grammy ທີ່ Los Angeles:

XS
SM
MD
LG