ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

“Need You Now” - Lady Antebellum


ວົງ Lady Antebellum ທີ່ໄດ້ຮັບລາງວັນ Grammy ເຖິງ 5 ລາງວັນດ້ວຍກັນ
ຮວມທັງ Record of the Year ທີ່​ສູງ​ສຸດ.
ວົງ Lady Antebellum ທີ່ໄດ້ຮັບລາງວັນ Grammy ເຖິງ 5 ລາງວັນດ້ວຍກັນ ຮວມທັງ Record of the Year ທີ່​ສູງ​ສຸດ.

ທາງຣາຍການສຽງເພງຈາກແດນຂອງ VOA ວັນທີ 20 ເດືອນກຸມພານີ້ ວັນນະສອນ ຈະນຳບັນດາເພງທີ່ຫາກໍໄດ້ຮັບລາງວັນ Grammy ປີ 2011 ໃນສັບປະດາແລ້ວນີ້ ມາຝາກທ່ານຜູ້ຟັງ ເພື່ອແຟນເພງຂອງ VOA ຈະໄດ້ທັນໂລກ ທັນສະໄໝສຸດໆ ຂໍເຊີນເຂົ້າສູ່ລາຍການໄດ້ເລີຍ.

ສບາຍດີແຟນເພງທັງຫຼາຍ ຄໍ່າຄືນວັນນະສອນ​ຈະພາທ່ານ
ໄປ​ຮັບ​ຟັງ​ເພງ​ສາກົນ​ທີ່ຫາກໍໄດ້ຮັບລາງວັນ Grammy
ຄັ້ງທີ່ 53 ປີ 2011 ໃນອາທິດທີແລ້ວນີ້. ອາກາດໃນ
ນະຄອນຫຼວງ Washington DC ໃນເດືອນກຸມພານີ້
ກໍດີຂຶ້ນຫຼາຍແລ້ວ ບໍ່ມີຫິມມະໃຫ້ເຫັນຫຼາຍອາທິດແລ້ວ
ແຕ່ກໍບໍ່ແນ່ ເພາະວ່າພະຍາກອນອາກາດຄາດຄະເນວ່າ
ວັນຈັນມື້ອື່ນນີ້ ອາດຈະມີຫິມມະຕົກລົງມາອີກ ໃຫ້ຜູ້ຄົນໄດ້
ຢິບໃສ່ເສື້ອໂຄຕແລະເກີບ boot ອອກມາສວມໃສ່ໃຫ້ເທ່
ເລີຍພ້ອມທັງກັນໜາວນໍາ. ວັນນະສອນກໍຫວັງເຊັ່ນກັນວ່າ
ທ່ານຜູ້ຟັງຄົງຈະຈິນຕະນາຄ້ອຍຕາມ ກັບວັນນະສອນໄປ
ດ້ວຍ ພ້ອມທັງຟັງເພງມ່ວນໆທີ່ຕັ້ງໃຈຈັດມາຝາກໃຫ້ແຟນ VOA ໃນບົດເພງ
Need You Now” ຂອງກຸ່ມສິນລະປິນ Lady Antebellum ເປັນ​ວົງ​ທີ່​ມີ​ທັງ
ແຟນຄລັບ ທັງລູກ​ທົ່ງ​ແລະ Pop ນິຍົມ​ຢ່າງ​ລົ້ນ​ຫຼາມແລະ Grammy ປີ 2011 ນີ້
ໄດ້ຮັບກຽດສູງສຸດ ເຖິງ 5 ລາງວັນ​ດ້ວຍ​ກັນ ​ຮວມທັງ Record of The Year
ທີ່​ສູງ​ສຸດ ຖ້າ​ຈະ​ບອກ​ເປັນ​ພາສາ​ລາວ​ໃນ​ຄວາມ​ໝາຍ​ຂອງ​ເພງ​ນີ້ ກໍ​ຄົງ​ປະມານ​ວ່າ
…ຂ້ອຍ​ຈໍາ​ເປັນ​ຕ້ອງ​ມີ​ເຈົ້າຕ້ອງການ​ເຈົ້າດຽວ​ນີ້.

Music: Need You Now by Lady Antebellum

“Need You Now” - Lady Antebellum
“Need You Now” - Lady Antebellum

Lady Gaga ຖື​ວ່າ​ເປັນ​ນັກ​ຮ້ອງແບບ​ວ່າ ​ລຸດໂລກ​ໄປ​ເລີຍ​ໃນ​ກາ​ນ​ແຕ່ງ​ຕົວທຸກ​ຄັ້ງຈະ
shock ທັງ​ວົງ​ການ​ແລະ​ມື້​ປະກາດ​ລາງວັນ Grammy ກໍ​ເຊັ່ນ​ກັນ ​ Lady Gaga ມາ​
ຊຸດ​ແປກ​ຫູ​ແປ​ກຕາ ຢູ່​ໃນໄຂ່ໃຫ້ຄົນ​ຫາມ ແຕ່​ອອກ​ມາ​ບໍ່​ໄດ້​ເພື່ອ​ລົງ​ມາ​ຍ່າງ​ໃນ RED
CARPET ​ເພາະ​ມີ​ບັນຫາ​ຂັດຂ້ອງ​ທາງ technic ນ້ອຍ​ນຶ່ງ ຈົນ​ໃນ​ທີ່​ສຸດ​ກໍ​ອອກ​ມາ​ໄດ້
ເພື່ອ​ຮ້ອງໂຊ​ໃນ​ງານ ​ເຖິງ​ຢ່າງ​ນັ້ນກໍ​ເທາະ ​ Lady Gaga ກໍ​ຖື​ວ່າ​ເປັນ​ນັກ​ຮ້ອງ​ແຖວ​ໜ້າ​
ທີ່​ກ້າ​ເຮັດ​ກ້າ​ກະ​ທໍາ ນໍ້າສຽງ​ດີ​ມີ​ພະລັງ
ຈະ​ດ້ວຍ​ເຫດ​ນີ້​ຕິ ຈຶ່ງ​ເຮັດ​ໃຫ້​ນາງໄດ້​ຮັບ
ລາງວັນ​ຕິດ​ໄມ້​ຕິດ​ມື​ໄປ​ເຖິງ 3 ລາງວັນ​
ດ້ວຍ​ກັນ…​ເອົາ​ພວກ​ເຮົາ​ໄປ​ຟັງ​ພ້ອມ​ໆ
ກັນ​ເລີຍ​ວ່າ​ເພງ “Alejandro” ຈະ​ອອກ​
ແນວລຸດ​ໂລກ ຫຼື​ມ່ວນ​ຫູ​ຈົນ​ຢາກ​ຮ້ອງ​ຕາມ
ເອົາ​ນ້ອງໆ​ໄວຣຸ່ນທັງຫຼາຍ…ຮ້ອງ​ຕາມ​ຫຼັງ​ເດີ.

Music: “Alejandro” ໂດຍ ​ Lady Gaga.

ກຸ່ມ​ວົງ Alternative Rock ຈາກ ກາ​ນາ​ດາ Arcade Fire ໄດ້​ຮັບ​ລາງວັນ​ໃຫຍ່​ຄື
Album of the Year ​ແລະ ​ເພງ “Ready To Start” ນີ້ ຈັດມອບ​ໃຫ້ຜູ້​ທີ່​ມີ
Rock ໃນ​ຫົວ​ໃຈ ແລະຫວັງວ່າ​ຄົງ​ຈະ​ໄດ້​ເຫັນ​ນ້ອງໆ​ຜູ້​ທີ່​ມີ ຫົວ​ໃຈທີ່​ເຕັມ​ປ່ຽມ​ໄປ​ດ້ວຍ
ແນວ​ເພງ Rock ນີ້​ຂຽນ​ເຂົ້າ​ມາຕິ​ຊົມ. ອາທິດ​ໜ້າ ​ເອື້ອຍວັນນະ​ສອນ​ຈະ​ມາ​ຕອບຈມ
ແລະ​ຈັດ​ເພງໃຫ້ຜູ້​ທີ່​ຂຽນ​ເຂົ້າ​ມາຂໍ​ຟັງ​ນັ້ນ ​ເອົາຜູ້​ທີ່​ຍັງ​ບໍ່ເຄີຍຂຽນ​ເຂົ້າ​ມາ​ ກໍ​ບໍ່​ຕ້ອງ​ລີ​ລໍ
ເຂົ້າ internet ສົ່ງ email ​ມາ​ຫາ​ເອື້ອຍ​ໄດ້ເລີ​ຍທີ່ lao@voanews.com

ຂໍ​ໃຫ້ທຸກໆທ່ານນອນ​ລັບ​ຝັນ​ດີ.

Music: “Ready To Start” ​ໂດຍ Arcade Fire.

ກ່ຽວຂ້ອງກັນ

XS
SM
MD
LG