ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນະຄອນ ຮີວສຕັນ ຈົມຢູ່ພື້ນນ້ຳແລ້ວ ແລະຍັງຈະ ປະເຊີນໜ້າກັບ ນຳ້ຝົນຕື່ມອີກ ຈາກພາຍຸເຂດຮ້ອນ


Heavy Toll in Houston, South Texas From Hurricane Harvey
please wait

No media source currently available

0:00 0:02:19 0:00

ຊົມວີດີໂອ ລາຍງານ ສະຖານະການ ໃນນະຄອນ Houston ລັດ Texas

ຂົງເຂດອ້ອມເມືອງ Houston ລັດ Texas, ແມ່ນບໍ່ໄດ້ຮັບການຜ່ອນເບົາຈາກພາຍຸຝົນ
ເຂດຮ້ອນ ຄັ້ງປະຫວັດສາດ ໃນວັນຈັນມື້ນີ້, ເຊິ່ງຄາດວ່າຈະສືບຕໍ່ໄປອີກຫຼາຍວັນ ໃນ
ຂະນະທີ່ບັນດານັກກູ້ໄພ ໄດ້ເຮັດວຽກເພື່ອເຂົ້າໄປເຖິງ ຜູ້ທີ່ຕິດຄ້າງຢູ່ ຍ້ອນນໍ້າຖ້ວມ
ຂະໜາດໃຫຍ່.

ພົນລະເມືອງ ພາກັນຍົກຍ້າຍອອກຈາກເຮືອນຊານ ຂອງພວກເຂົາເຈົ້າ ທີ່ຖືກນ້ຳຖ້ວມທຸກດ້ານ ຈາກພາຍຸເຂດຮ້ອນ Harvey ໃນວັນອາທິດ ວານນີ້, ວັນທີ 27 ສິງຫາ 2017, ໃນນະຄອນ Houston ລັດ Texas.
ພົນລະເມືອງ ພາກັນຍົກຍ້າຍອອກຈາກເຮືອນຊານ ຂອງພວກເຂົາເຈົ້າ ທີ່ຖືກນ້ຳຖ້ວມທຸກດ້ານ ຈາກພາຍຸເຂດຮ້ອນ Harvey ໃນວັນອາທິດ ວານນີ້, ວັນທີ 27 ສິງຫາ 2017, ໃນນະຄອນ Houston ລັດ Texas.

ບັນດານັກພະຍາກອນອາກາດ ໄດ້ຄາດວ່າ ພາຍຸທີ່ໄດ້ພັດເຂົ້າຊາຍຝັ່ງຄື ເຮີຣິເຄນ
Harvey ໃນຕອນຄໍ່າຂອງວັນສຸກທີ່ຜ່ານມານນັ້ນ ຈະເຮັດໃຫ້ຝົນຕົກຫຼາຍ ເຖິງ 25
ຊັງຕີແມັດ ຢູ່ອ້ອມເມືອງ Houston ໃນຂ້າມຄືນ. ເຮັດໃຫ້ເມືອງທີ່ໃຫຍ່ເປັນອັນດັບສີ່
ໃນ ສະຫະລັດ ປຽກຊຸ່ຢູ່ຕໍ່ໄປ.

ເຊີນຊົມວີດີໂອ: ລາຍງານ ຈາກນະຄອນ Houston ຂອງວີໂອເອ ພະແນກພາສາສະເປນ

Celia Mendoza's Video Report From Houston
please wait

No media source currently available

0:00 0:02:39 0:00

ພາກພື້ນດັ່ງກ່າວໄດ້ຮັບນໍ້າຝົນຫຼາຍກວ່າ 60 ຊັງຕີແມັດແລ້ວ ໃນບາງບ່ອນ.

ນັກພະຍາກອນອາກາດຂອງ ສູນພະຍາກອນອາກາດ ສະຫະລັດ ທ່ານ Patrick Burke
ໄດ້ກ່າວຕໍ່ວີໂອເອວ່າ ຝົນອີກ 40 ຫາ​ 60 ຊັງຕີແມັດ ແມ່ນຄາດວ່າ ຈະຕົກໄປຮອດ ຢ່າງ
ໜ້ອຍ ເຖິງ ວັນພຸດມື້ຮືນີ້.

ເຊີນຊົມວີດີໂອ: ການປະຕິບັດງານ ຂອງບັນດາເຈົ້າໜ້າທີ່ ອົງການ FEMA

FEMA Focusing on 'Life Sustaining' Mission
please wait

No media source currently available

0:00 0:00:29 0:00

ທ່ານ Burke ກ່າວວ່າ “ຂໍ້ຄວາມທີ່ພວກເຮົາໄດ້ປະກາດອອກໄປມື້ນີ້ ກໍແມ່ນພວກເຮົາ
ບໍ່ເຄີຍເຫັນພາຍຸແບບນີ້ມາກ່ອນ. ພວກເຮົາບໍ່ເຄີຍເຫັນຈຳນວນນໍ້າຝົນພວກນີ້ ໃນ
ຂົງເຂດທີ່ກວ້າງໃຫຍ່, ແລະ ດັ່ງນັ້ນ ຄວາມເສຍຫາຍແມ່ນໄດ້ກາຍເປັນຄວາມຫາຍາ
ນະແລ້ວ ແລະ ໂຊກບໍ່ດີ ມັນຈະສືບຕໍ່ ສ້າງຄວາມຫາຍອີກ ຕໍ່ໄປຫຼາຍມື້.”

ຮູບສະໄລດ໌ ຂອງ ພາຍຸ Hurricane Harvey ພັດຂຶ້ນລັດ Texas:

ອົງການບໍລິການພະຍາກອນອາກາດແຫ່ງຊາດ ໄດ້ກ່າວ ສູນກາງຂອງພາຍຸ ແມ່ນກຳລັງ
ພັດຢ່າງຊ້າໆ ໄປສູ່ເຂດຕາເວັນຕົກສຽງໃຕ້ ໃນຕອນເຊົ້າຂອງວັນຈັນມື້ນີ້ ໃນເສັ້ນທາງ
ທີ່ມັນຈະພັດກັບອອກໄປ ໃນອ່າວ ເມັກຊິໂກ ໃນເວລາໃດນຶ່ງ ຂອງວັນຈັນມື້ນີ້ ແລະອາດ
ຈະເຮັດໃຫ້ມັນມີກຳລັງແຮງຂຶ້ນ ໜ້ອຍໜຶ່ງ ກ່ອນທີ່ມັນຈະເຮັດໃຫ້ດິນເຈື່ອນອີກ ຄັ້ງໜຶ່ງໃນວັນອັງຄານມື້ອື່ນ.


The latest satellite imagery from the Gulf of Mexico

ດ້ວຍພາຍຸທີ່ນຳເອົາຝົນຕົກໜັກເຂົ້າມາໃນພາກພື້ນຫຼາຍຮອບນັ້ນ, ອົງການຄະນະວິສະ
ວະກອນກອງທັບບົກ ສະຫະລັດ ໄດ້ປະກາດໃນຕອນເຊົ້າວັນຈັນມື້ນີ້ວ່າ ເຂົາເຈົ້າໄດ້
ເລີ່ມຄວບຄຸມການປ່ອຍນໍ້າອອກຈາກອ່າງເກັບນໍ້າ ເພື່ອທີ່ຈະຊ່ວຍປ້ອງກັນມັນຈາກ
ການລົ້ມແຫຼວ ແລະ ເພື່ອຫຼຸດຜ່ອນຄວາມສ່ຽງຂອງນໍ້າຖ້ວມຕໍ່ໄປ. ການປ່ອຍນໍ້າອອກ
ຈະດຳເນີນໄປຫຼາຍສັບປະດາ.

Texas Storm
please wait
Embed

No media source currently available

0:00 0:02:22 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG