ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າແຂວງບໍ່ແກ້ວ ຍອມຮັບວ່າ ພະນັກງານຈຳນວນນຶ່ງ ມີສ່ວນພົວພັນ ກັບອາຊະຍາກຳເພີ່ມຂຶ້ນນັບມື້


ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ລາວ, ສຳຫຼວດຢາເສບຕິດທີ່ຖືກຍຶດໄດ້.
ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ລາວ, ສຳຫຼວດຢາເສບຕິດທີ່ຖືກຍຶດໄດ້.

ເຈົ້າແຂວງບໍ່ແກ້ວຍອມຮັບວ່າ ພະນັກງານຈຳນວນນຶ່ງມີສ່ວນພົວພັນກັບອາຊະຍາກຳເພີ່ມຂຶ້ນນັບມື້ ໂດຍສະເພາະແມ່ນການຄ້າຢາເສບຕິດ, ການຄ້າມະນຸດ ແລະ ການພະນັນທີ່ພົວພັນກັບແກັ່ງຈາກ ຈີນ.

ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ຖະແຫຼງຍອມຮັບວ່າການກໍ່ອາຊະຍາກຳກ່ຽວຂ້ອງກັບການຄ້າຢາເສບຕິດ, ການຄ້າມະນຸດ ແລະ ການຫຼິ້ນການພະນັນທີ່ພົວພັນກັບແກັ່ງຈາກ ຈີນ ໂດຍມີພະນັກງານຂອງທາງການ ລາວ ເຂົ້າໄປມີສ່ວນກ່ຽວຂ້ອງນັ້ນມີທ່າອຽງເພີ່ມຂຶ້ນນັບມື້ ເຊິ່ງເຫັນໄດ້ຈາກການຈັບກຸມ ແລະ ຍຶດຢາບ້າໄດ້ຫຼາຍກວ່າ​ 17 ລ້ານເມັດໃນປີ 2019 ທີ່ຜ່ານມາ. ສ່ວນໃນປີ 2020 ນີ້ເຖິງແມ່ນວ່າຈະເກີດການລະບາດຂອງພະຍາດໄວຣັສ COVID-19 ທີ່ເຮັດໃຫ້ລັດຖະ ບານ ລາວ ຕ້ອງດຳເນີນມາດຕະການປິດຊາຍແດນທຸກດ້ານທີ່ຕິດຕໍ່ກັບປະເທດເພື່ອບ້ານກໍຕາມ ແຕ່ວ່າກໍຍັງປາກົດມີການລັກລອບຂົນສົ່ງຢາເສບຕິດເກີດຂຶ້ນຢູ່ເລື້ອຍມາ ອັນລວມເຖິງອາຊະຍາກຳອື່ນໆທີ່ມີພະນັກງານລັດເຂົ້າໄປມີສ່ວນພົວພັນດ້ວຍນັ້ນ ຈຶ່ງເຮັດໃຫ້ທາງການແຂວງບໍ່ແກ້ວ ໄດ້ເພີ່ມມາດຕະການເຂັ້ມງວດເຂົ້າໃນການປ້ອງກັນ ແລະ ປາບປາມຫຼາຍຂຶ້ນຢູ່ໃນເຂດ 39 ບ້ານທີ່ເມືອງຕົ້ນເຜິ້ງ ອັນເປັນທີ່ຕັ້ງຂອງເສດຖະກິດພິເສດສາມຫຼ່ຽມຄຳ ທັງຍັງໄດ້ລົງໂທດພະນັກງານລັດທີ່ມີສ່ວນພົວພັນໃນອາຊະຍາກຳດ້ວຍ ດັ່ງທີ່ທ່ານ ບົວຄົງ ຢືນຢັນວ່າ

“ພວກຂ້າພະເຈົ້າໄດ້ຫັນເອົາກຳລັງພະນັກງານ, ທະຫານ, ຕຳຫຼວດລົງກໍ່ສ້າງຮາກຖານ, ການເມືອງ ແກ້ໄຂປາກົດການຫຍໍ້ທໍ້ ຕິດພັນກັບວຽກງານ 3​ ສ້າງໃນ 39 ບ້ານຈຸດສຸມຕັ້ງແຕ່ທ້າຍປີ 2017 ແລ້ວກະມາຮອດດຽວນີ້ກະຍັງສືບຕໍ່ໃນການປະຕິບັດໜ້າທີ່ວຽກງານຢູ່ພ້ອມກັນນັ້ນ ກໍໄດ້ມີການສຳຫຼວດກວດກາ, ການປະຕິບັດວິໄນຕໍ່ບຸກຄົນນັບທັງການນຳ ແລະ ກຳລັງພະນັກງານລັດຖະກອນ ທີ່ເຮັດຜິດກັບລະບຽບກົດໝາຍ ຜູ້ທີ່ເຮັດວຽກງານແລ້ວສວຍໃຊ້ໜ້າທີ່ເພື່ອຄວາມສະດວກໃນການເຄື່ອນຍ້າຍໃນການຂົນສົ່ງຢາເສບຕິດພວກເຮົາກະມີຄວາມເດັດຂາດ.”

ໂດຍນັບແຕ່ເດືອນກໍລະກົດ 2020 ເປັນຕົ້ນມາທາງການແຂວງບໍ່ແກ້ວໄດ້ຈັບກຸມ ແລະ ສົ່ງຊາວ ຈີນ ທີ່ລັກລອບເດີນທາງເຂົ້າມາ ລາວ ໂດຍຜິດກົດໝາຍກັບຄືນໄປ ຈີນ ຫຼາຍກວ່າ 300 ຄົນຊຶ່ງນຶກຈາກຈະເປັນສ່ວນນຶ່ງຂອງມາດຕະການປ້ອງກັນການລະບາດຂອງພະຍາດໄວຣັສ COVID-19 ໃນລາວ ແລ້ວກໍຍັງມີສາເຫດມາຈາກເຫດການທີ່ຊາວ ຈີນ ໄດ້ສັງຫານຊາວ ຈີນ ດ້ວຍກັນເຖິງ 4 ສົບ ແລະ ພະຍາຍາມຫຼົບໜີໄປກັບພັນລະຍາພ້ອມດ້ວຍເງິນ ຈີນ 8 ແສນຢວນ, ເງິນ ໄທ 5 ໝື່ນບາດ ແລະ ຊິບພະນັນ 1 ແສນຢວນ ແຕ່ຜູ້ກ່ຽວກໍຖືກຈັບກຸມ ເພາະໄດ້ຮັບບາດເຈັບຈາກການຖືກຍິງໃນປະຕິບັດການຈັບກຸມຂອງຕຳຫຼວດ ລາວ ສ່ວນພັນລະຍາຂອງຜູ້ກ່ຽວນັ້ນຍັງສາມາດຫຼົບໜີໄປໄດ້ຈົນເຖິງປັດຈຸບັນນີ້.

ສ່ວນເຈົ້າໜ້າທີ່ຂັ້ນສູງໃນກະຊວງປ້ອງກັນຄວາມສະຫງົບເປີດເຜີຍວ່າ ການກໍ່ອາຊະຍາກຳທີ່ພົວ ພັນກັບບັນດານັກຫຼິ້ນການພະນັນ ແລະ ແກັ່ງອາຊະຍາກຳຈາກ ຈີນ ໃນ ລາວ ມີທ່າອຽງເພີ່ມຂຶ້ນນັບມື້ໂດຍສະເພາະແມ່ນໃນໄລຍະຂອງການສົ່ງເສີມການທ່ອງທ່ຽວລະຫວ່າງ ລາວ ກັບ ຈີນ ປີ 2018-2019 ນັ້ນທາງການ ລາວ ໄດ້ຈັບກຸມອາຊະຍາກອນຊາວ ຈີນ ທີ່ກະທຳຄວາມຜິດໃນ ລາວ ແລະ ໄດ້ສົ່ງຕົວໃຫ້ກັບທາງການ ຈີນ ຈຳນວນ 313 ຄົນທີ່ຮ່ວມກັນສໍ້ໂກງເງິນຈາກຊາວ ຈີນ ດ້ວຍກັນໂດຍຜ່ານລະບົບອິນເຕີແນັດເກີນກວ່າ 1,200 ກໍລະນີທີ່ຄິດເປັນມູນຄ່າໃນການສໍ້ໂກງຫຼາຍກວ່າ 100 ລ້ານຢວນ.

ທາງດ້ານສະຫະພັນແມ່ຍິງ ລາວ ລາຍງານວ່າສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ ແລະ ເດັກ ໄດ້ໃຫ້ການຊ່ວຍເຫຼືອແມ່ຍິງ ລາວ ທີ່ຕົກເປັນເຫຍື່ອຂອງແກັ່ງຄ້າມະນຸດຂ້າມຊາດ 146 ຄົນໃນປີ 2019 ໃນນີ້ແບ່ງເປັນ 94 ຄົນທີ່ຕົກເປັນເຫຍື່ອຂອງການຄ້າມະນຸດໃນ ຈີນ 17 ຄົນໃນໄທ 3 ຄົນໃນຫວຽດນາມກັບ 32 ຄົນທີ່ຕົກເປັນເຫຍື່ອຂອງການຄ້າມະນຸດໃນ ລາວ ໂດຍສະເພາະແມ່ນການຖືກ ຫຼອກໃຫ້ແຕ່ງດອງກັບຜູ້ຊາຍ ຈີນ ແລ້ວກະຖືກບັງຄັບໃຫ້ຂາຍບໍລິການທາງເພດເມື່ອເດີນທາງໄປປະເທດ ຈີນ ຂອງຝ່າຍຊາຍນັ້ນ.

ສ່ວນຕຳຫຼວດ ລາວ ກໍສາມາດຈັບນັກຄ້າຢາເສບຕິດໄດ້ 13,900 ກວ່າຄົນຈາກ 9,430 ກວ່າຄະດີ, ຍຶດຢາບ້າ 37 ກວ່າລ້ານເມັດ, ເຮໂຣອິນກວ່າ 735 ກິໂລກຣາມ, ຢາໄອຊ໌ກວ່າ 2 ໂຕນ, ກັນຊາ 6.3 ໂຕນ, ຢາຝິ່ນກວ່າ 500 ກິໂລກຣາມ, ໂຄເຄນ 8 ກິໂລກຣາມ, ສານເຄມີ 10 ໂຕນ, ອາວຸດປືນ ແລະ ອຸປະກອນສື່ສານກວ່າໝື່ນລາຍການ.

XS
SM
MD
LG