ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າຄອງນະຄອນວຽງຈັນ ຢືນຢັນວ່າ ປະຊາຊົນໃນນະຄອນວຽງຈັນ ມີສະພາບຊີວິດການເປັນຢູ່ ທີ່ດີຂຶ້ນ


ໂຄງການພັດທະນາສ້າງຄອນໂດຫຼືຕຶກບ້ານພັກ ແລະສູນການຄ້າທີ່ບຶງທາດຫຼວງ ລົງທຶນໂດຍບໍລິສັດຈີນ ໃນນະຄອນວຽງຈັນ.
ໂຄງການພັດທະນາສ້າງຄອນໂດຫຼືຕຶກບ້ານພັກ ແລະສູນການຄ້າທີ່ບຶງທາດຫຼວງ ລົງທຶນໂດຍບໍລິສັດຈີນ ໃນນະຄອນວຽງຈັນ.

ເຈົ້າຄອງນະຄອນວຽງຈັນ ຢືນຢັນວ່າ ປະຊາຊົນໃນນະຄອນວຽງຈັນມີສະພາບຊີວິດການເປັນຢູ່ທີ່ດີກວ່າປະຊາຊົນລາວໃນເຂດແຂວງອື່ນໆ ທັງຍັງມີລາຍໄດ້ສະເລ່ຍສູງທີ່ສຸດໃນປະເທດລາວອີກດ້ວຍ.

ທ່ານສິນລະວົງ ຄຸດໄພທູນ ເຈົ້າຄອງເຂດນະຄອນວຽງຈັນ ຖະແຫລງວ່າ ສະຖຽນລະພາບທາງການເມືອງທີ່ສົມທົບດ້ວຍການຮັກສາຄວາມສະຫງົບຮຽບຮ້ອຍໃນສັງຄົມໄດ້ຢ່າງມີປະສິດທິພາບນັ້ນ ໄດ້ເປັນຜົນເຮັດໃຫ້ການພັດທະນາທາງເສດຖະກິດໃນເຂດນະຄອນວຽງຈັນຍັງຄົງສືບຕໍ່ການຂະຫຍາຍຕົວເພີ້ມຂຶ້ນ ເຖິງແມ່ນວ່າ ຈະໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໄວຣັສ ໂຄວິດ-19 ກໍຕາມ ຫາກແຕ່ຍອດຜະລິດຕະພັນລວມພາຍໃນ ຫຼື GDP ຂອງເຂດນະຄອນວຽງຈັນ ກໍຍັງມີມູນຄ່າສູງທີ່ສຸດຫຼືຄິດເປັນ 30 ເປີເຊັນ ຂອງມູນຄ່າ GDP ທັງໝົດຂອງລາວ ສ່ວນການຈັດເກັບລາຍຮັບເຂົ້າງົບປະມານຂອງລັດຖະບານ ກໍຄິດເປັນຫລາຍກວ່າ 40 ເປີເຊັນຂອງລາຍຮັບທັງໝົດພາຍໃນທົ່ວປະເທດ ທັງກໍຍັງປາກົດດ້ວຍວ່າ ປະຊາຊົນໃນນະຄອນວຽງຈັນນ ມີສະພາບຊີວິດການເປັນຢູ່ທີ່ດີຂຶ້ນນັບມື້ ດັ່ງທີ່ ທ່ານສິນລະວົງ ໄດ້ໃຫ້ການຢືນຢັນວ່າ:

“ນະຄອນຫຼວງວຽງຈັນ ມີສະຖຽນລະພາາບທາງການເມືອງຢ່າງໜັກແໜ້ນສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ ເສດຖະກິດສືບຕໍ່ຂະຫຍາຍຕົວໃນຖ່ວງທ່າດີແລະຖືກທິດ ຖານະເສດຖະກິດນະຄອນຢືນຢູ່ແຖວໜ້າຂອງບັນດາທ້ອງຖິ່ນທົ່ວປະເທດ GDP ກວມເອົາ 30 ເປີເຊັນ ແລະການຈັດເກັບລາຍຮັບທີ່ເກີດຂຶ້ນຢູ່ພື້ນທີ່ນະຄອນຫລວງກວມເອົາຫລາຍກວ່າ 40 ເປີເຊັນຂອງລາຍຮັບພາຍໃນ ລະດັບຊີວິດການເປັນຢູ່ທາງດ້ານວັດຖຸແລະຈິດໃຈຈຂອງປະຊາຊົນໄດ້ຮັບການຍົກລະດັບນັບມື້ນັບດີຂຶ້ນ.”

ແຕ່ຢ່າງໃດກໍຕາມ ເຈົ້າໜ້າທີ່ຂັ້ນສູງໃນກະຊວງຖະແຫລງຂ່າວ-ວັດທະນະທຳແລະທ່ອງທ່ຽວ ກໍໄດ້ເປີດເຜີຍວ່າ ທຸລະກິດທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດໃນທ່າມກາງການລະບາດຂອງພະຍາດໄວຣັສ Covid-19 ໃນລາວ ຄືພາກທຸລະກິດບໍລິການແລະທ່ອງທ່ຽວ ໂດຍສະເພາະແມ່ນນະຄອນວຽງຈັນ ທີມີໜ່ວຍທຸລະກິດບໍລິການ-ທ່ອງທ່ຽວ ໂຮງແຮມ-ບ້ານພັກ ຮ້ານອາຫານ ສະຖານບັນເທິງຕ່າງໆ ຫລາຍທີ່ສຸດໃນລາວນັ້ນ ກໍຍ່ອມເປັນເຂດທີ່ໄດ້ຮັບຜົນກະທົບຫລາຍທີ່ສຸດ ເພາະວ່າ ການປິດດ່ານຊາຍແດນນັບແຕ່ເດືອນເມສາເປັນຕົ້ນມາ ເຮັດໃຫ້ບໍ່ມີນັກທ່ອງທ່ຽວຕ່າງຊາດເດີນທາງເຂົ້າມາໃນລາວເລີຍນັ້ນເອງ.

ແສງໄຟໃນຍາມລາຕີ ຢູ່ເຂດອະນຸສາວະລີ ປະຕູໄຊ ໃນນະຄອນວຽງຈັນ
ແສງໄຟໃນຍາມລາຕີ ຢູ່ເຂດອະນຸສາວະລີ ປະຕູໄຊ ໃນນະຄອນວຽງຈັນ

ໂດຍໃນຊ່ວງ 3 ເດືອນຕົ້ນປີ 2020 ມີນັກທ່ອງທ່ຽວຊາວຕ່າງຊາດ 886,000 ກວ່າຄົນທີ່ເດີນທາງເຂົ້າມາໃນລາວ ກໍຄືເຂດນະຄອນວຽງຈັນ ຄິດເປັນ 40 ເປີເຊັນຂອງແຜນການປີ 2020 ທີ່ໄດ້ວາງຄາດໝາຍຈະດຶງດູດເອົານັກທ່ອງທ່ຽວຕ່າງຊາດໃຫ້ເດີນທາງມານະຄອນວຽງຈັນຫລາຍກວ່າ 2.2 ລ້ານຄົນ ຫາກແຕ່ກໍເປັນໄປບໍ່ໄດ້ຢ່າງແນ່ນອນແລ້ວ ເພາະວ່າ ລັດຖະບານລາວຍັງຄົງສືບຕໍ່ມາດຕະການປິດດ່ານຊາຍແດນແລະບໍ່ອະນຸຍາດໃຫ້ນັກທ່ອງທ່ຽວຊາວຕ່າງຊາດເດີນທາງເຂົ້າມາໃນລາວຈົນເຖິງປັດຈຸບັນນີ້ ທັງຍັງມີທ່າທີວ່າ ຈະຈັດຕັ້ງປະຕິບັດມາດຕະການດັ່ງກ່າວຕໍ່ໄປ ຈົນກວ່ານານາຊາດຈະສາມາດຄວບຄຸມເຊື້ອໄວຣັສ Covid-19 ໄດ້ຢ່າງຄັກແນ່ແລ້ວນັ້ນ.

ການລະບາດຂອງເຊື້ອໄວຣັສ Covid-19 ທີ່ເຮັດໃຫ້ລັດຖະບານລາວຕ້ອງປິດດ່ານຊາຍແດນທົ່ວປະເທດນັບຕັ້ງແຕ່ເດືອນເມສາ 2020 ເປັນຕົ້ນມາ ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ພາກທຸລະກິດ ການຄ້າແລະການລົງທຶນໃນທົ່ວປະເທດລາວ ໂດຍສະເພາະແມ່ນນະຄອນວຽງຈັນທີ່ເສດຖະກິດມີມູນຄ່າສູງສຸດໃນລາວນັ້ນ ກໍຍ່ອມຈະໄດ້ຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດ ໂດຍຈາກການສຳຫຼວດພົບວ່າ ບັນດາຫົວໜ່ວຍທຸລະກິດໃສພາກບໍລິການທີ່ຖືກກະທົບຈາກການລະບາດຂອງໄວຣັສ Covid-19 ຄິດເປັນ 62 ເປີເຊັນຂອງຫົວໜ່ວຍທຸລະກິດໃນພາກບໍລິການທັງໝົດ ສ່ວນພາກອຸດສາຫະກຳແລະກະສິກຳນັ້ນ ກໍໄດ້ຮັບຜົນກະທົບເຖິງ 32 ເປີເຊັນ ແລະ 6 ເປີເຊັນຕາມລຳດັບ ດັ່ງທີ່ເຈົ້າໜ້າທີ່ກະຊວງການເງິນ ໄດ້ໃຫ້ການຢືນຢັນວ່າ:

“ອັນທີ່ກະທົບແຮງນີ້ ກະແມ່ນພະແນກບໍລິການ ກະມີເລື້ອງການທ່ອງທ່ຽວ ການຄົມມະນາຄົມ-ຂົນສົ່ງ ການຂາຍຍົກຂາຍຍ່ອຍແລະການບໍລິການອື່ນໆທີ່ວ່າ ຜນສຳຫຼວດອອກມານີ້ແມ່ນກະທົບແຮງນີ້ກວມເອົາ 62 ເປີເຊັນ ຖັດລົງມານີ້ ກະແມ່ນຂະແໜງອຸດສາຫະກຳ ຊຶ່ງປະກອບມີໂຮງຈັກ ໂຮງງານ ຜູ້ຜະລິດອຸດສາຫະກຳ ຫັດຖະກຳ ແລະກະອຸດສາຫະກຳອື່ນໆນີ້ ທີ່ກະທົບແຮງນີ້ມີຢູ່ 32 ເປີເຊັນ ແລະຂະແໜງກະສິກຳ ພວກຟາມໝູ ຟາມໄກ່ ປາກະຊັງ ແລະປູກພືດຜັກຕ່າງໆນີ້ ຖືກກະທົບບໍ່ຫຼາຍ ພຽງແຕ່ 6 ເປີເຊັນ.”

ສ່ວນອົງການທ່ອງທ່ຽວໂລກ ຄາດວ່າ ນັກທ່ອງທ່ຽວຕ່າງຊາດທີ່ເດີນທາງມາລາວລົດລົງກວ່າ 60 ເປີເຊັນໃນຕະຫຼອດປີ 2020 ນີ້ ຈະເຮັດໃຫ້ພາກບໍລິການແລະທ່ອງທ່ຽວໃນລາວເສຍຫາຍຫຼາຍກວ່າ 700 ລ້ານໂດລາ.

XS
SM
MD
LG