ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະບານໃນທົ່ວໂລກ ສືບຕໍ່ວາງມາດຕະການ COVID ສອງປີຫຼັງຈາກໂຣກລະບາດ ໄດ້ເລີ່ມຂຶ້ນ


ປະຊາຊົນລໍຖ້າໃນແຖວເພື່ອກວດໂຣກສຳລັບ COVID-19 ຢູ່ໜ່ວຍປິ່ນປົວສາທາລະນະສຸກໃນນະຄອນ ຣີໂອ ເດິ ຈາເນໂຣ, ປະເທດ ບຣາຊິລ. 5 ມັງກອນ, 2022.
ປະຊາຊົນລໍຖ້າໃນແຖວເພື່ອກວດໂຣກສຳລັບ COVID-19 ຢູ່ໜ່ວຍປິ່ນປົວສາທາລະນະສຸກໃນນະຄອນ ຣີໂອ ເດິ ຈາເນໂຣ, ປະເທດ ບຣາຊິລ. 5 ມັງກອນ, 2022.

ເປັນເວລາສອງປີເຕັມຫຼັງຈາກອົງການອະນາໄມໂລກ ໄດ້ປະກາດແຈ້ງເຕືອນ ກ່ຽວກັບ “ກໍລະນີໂຣກປອດອັກເສບລວມໝູ່ ທີ່ບໍ່ຮູ້ສາເຫດ” ໃນເມືອງ ວູຫານ ທາງພາກກາງຂອງ ຈີນ ທີ່ໄດ້ກາຍເປັນໂຣກລະບາດ COVID-19 ໃນທົ່ວໂລກ, ເຊິ່ງໂລກຂອງເຮົາຕອນນີ້ແມ່ນກຳລັງດີ້ນຮົນພາຍໃຕ້ບັນຫາຂອງສາຍພັນໂອໄມຄຣອນທີ່ເຄື່ອນໄຫວຢ່າງວ່ອງໄວຂອງໄວຣັສໂຄໂຣນາທີ່ໄດ້ກໍ່ໃຫ້ເກີດໂຣກດັ່ງກ່າວນັ້ນ.

ໃນປະເທດ ບຣາຊິລ, ການເພີ່ມຂຶ້ນຂອງກໍລະນີ COVID-19 ໃໝ່ທີ່ຖືກຜັກດັນໂດຍສາຍພັນໂອໄມຄຣອນ ໄດ້ເຮັດໃຫ້ບັນດາເຈົ້າໜ້າທີ່ໃນນະຄອນ ຣີໂອ ເດ ຈາເນໂຣ ຕ້ອງຍົກເລີກເທດສະການແຫ່ຕາມຖະນົນ ທີ່ເປັນສັນຍາລັກຂອງເຂົາ ເຈົ້າເປັນປີທີສອງລຽນຕິດ.

ເຈົ້າຄອງນະຄອນ ຣີໂອ ທ່ານ ເອດູອາໂດ ປາເອ (Eduardo Paes) ໄດ້ປະ ກາດການຍົກເລີກໃນວັນອັງຄານທີ່ຜ່ານມາໃນລະຫວ່າງການກ່າວຄຳປາໄສທາງອອນໄລນ໌. ທ່ານ ປາເອ ໄດ້ກ່າວວ່າ “ລັກສະນະ ແລະ ວິທີການສະຫຼອງທີ່ເປັນປະຊາທິປະໄຕ” ຂອງເທດສະການແຫ່ນັ້ນ ຈະເຮັດໃຫ້ມັນເປັນໄປບໍ່ໄດ້ທີ່ຈະຄວບຄຸມການແຜ່ລາມທີ່ອາດເປັນໄປໄດ້ຂອງໄວຣັສ.

ແຕ່ເຈົ້າຄອງນະຄອນ ທ່ານ ປາເອ ໄດ້ກ່າວວ່າ ການແຫ່ຕາມປະເພນີຂອງໂຮງຮຽນເຕັ້ນ ຊຳບາ ຂອງນະຄອນ ຣີໂອ ເຂົ້າໄປໃນສະໜາມກິລາ ຊຳບາໂດຣເມ ຂອງເມືອງນັ້ນຈະຖືກຈັດຂຶ້ນໃນເດືອນໜ້າ, ໃນຂະນະທີ່ບັນດາເຈົ້າໜ້າທີ່ຈະໃຊ້ຄວາມພະຍາຍາມຜ່ອນຄາຍ ເພື່ອຍັບຢັ້ງການແຜ່ລາມຂອງໄວຣັສໃນບັນດາຜູ້ຊົມ.

ໃນເກາະຮົງກົງ, ຜູ້ບໍລິຫານໃຫຍ່ ທ່ານນາງ ແຄຣີ ແລມ ໃນວັນພຸດວານນີ້ໄດ້ປະກາດການຫ້າມຖ້ຽວບິນຕ່າງໆຈາກ 8 ປະເທດເປັນເວລາສອງອາທິດ ເພື່ອບັນເທົາການຕິດເຊື້ອ COVID-19 ຄື້ນທີ 5 ທີ່ອາດເປັນໄປໄດ້ຍ້ອນສາຍພັນໂອໄມຄຣອນ. ການຫ້າມໃນຖ້ຽວບິນຂາເຂົ້າຈາກປະເທດ ອອສເຕຣເລຍ, ອັງກິດ, ການາດາ, ຝຣັ່ງ, ອິນເດຍ, ປາກິສຖານ, ຟີລິບປິນ ແລະ ສະຫະລັດ ຈະມີຜົນບັງຄັບໃຊ້ໃນວັນອາທິດນີ້.

ບັນດາເຈົ້າໜ້າທີ່ໃນສູນກາງດ້ານການເງິນເຄິ່ງປົກຄອງຕົນເອງຂອງ ຈີນ ນັ້ນ ແມ່ນໄດ້ສັ່ງໃຫ້ຜູ້ໂດຍສານ 2,500 ຄົນຂອງກຳປັ່ນສຳລານ ໂຣຢອລ ຄາຣີບບຽນ (Royal Caribbbean) ຢູ່ເທິງກຳປັ່ັນດັ່ງກ່າວ ຫຼັງຈາກໄດ້ຄົ້ນພົບວ່າຜູ້ໂດຍສານ 9 ຄົນໄດ້ມີການຕິດຕໍ່ທີ່ໃກ້ຊິດກັບກຸ່ມຜູ້ຕິດສາຍພັນໂອໄມຄຣອນໃນເມືອງນັ້ນ. ກຳປັ່ນສຳລານ Spectrum of the Seas ໄດ້ກັບຄືນສູ່ ຮົງກົງ ໃນວັນພຸດວານນີ້ ພຽງບໍ່ເທົ່າໃດວັນຫຼັງຈາກໄດ້ເດີນທາງອອກໄປທ່ຽວເປັນເວລາສັ້ນໆ. ຜູ້ໂດຍສານ 9 ຄົນໄດ້ຖືກນຳຕົວອອກໄປຈາກກຳປັ່ນ ແລະ ຖືກສົ່ງເຂົ້າໃນສູນກັກຕົວ, ເຊິ່ງທັງໝົດ 9 ຄົນຖືກກວດເປັນຜົນລົບ. ຜູ້ໂດຍສານທີ່ຍັງເຫຼືອ 1,200 ຄົນ ແລະ ລູກເຮືອຈະຖືກກວດໂຣກກ່ອນທີ່ເຂົາເຈົ້າຈະໄດ້ຮັບອະນຸຍາດໃຫ້ລົງຈາກເຮືອ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG