ຕົວເມືອງໃຫຍ່ຕ່າງໆໃນທົ່ວໂລກ ໄດ້ເພີ່ມການຮັກສາຄວາມປອດໄພ, ເພີ່ມຈຳນວນ
ຕຳຫຼວດ ແລະ ແມ່ນກະທັ້ງໃຊ້ໂດຣນ ເພື່ອຕິດຕາມຝູງຄົນທີ່ຄາດວ່າຈະໄປເຂົ້າຮ່ວມ
ການຊຸມນຸມວັນແຮງງານ.
ວັນແຮງງານສາກົນ, ເຊິ່ງຮູ້ຈັກກັນໂດຍທົ່ວໄປວ່າ May Day ນັ້ນ, ຈະສະເຫຼີມສະ
ຫຼອງການເຄື່ອນໄຫວແຮງງານສາກົນ ໃນວັນທຳອິດຂອງເດືອນພຶດສະພາທຸກໆປີ. ມັນ
ແມ່ນວັນພັກແຫ່ງຊາດໃນຫຼາຍກວ່າ 80 ປະເທດທົ່ວໂລກ.
ຝຣັ່ງ, ເຊິ່ງເມື່ອບໍ່ດົນມານີ້ ໄດ້ປະເຊີນກັບຄວາມຮຸນແຮງ ຂອງການເຄື່ອນໄຫວເສື້ອກັກ
ສີເຫຼືອງ ຕໍ່ຕ້ານລັດຖະບານນັ້ນ, ມີແຜນທີ່ຈະສົ່ງຕຳຫຼວດຫຼາຍກວ່າ 7,400 ຄົນ ແລະ
ໂດຣນຫຼາຍສິບລຳໄປນະຄອນຫຼວງ ປາຣີ.
ລັດຖະມົນຕີກະຊວງພາຍໃນ ທ່ານ ຄຣິສໂຕຟ ກາຕາແນ ກ່າວວ່າ ມັນມີຄວາມສ່ຽງທີ່
ວ່າ “ພວກນັກເຄື່ອນໄຫວຫົວຮຸນແຮງ” ອາດເຂົ້າຮ່ວມກັບພວກປະທ້ວງເສື້ອກັກສີເຫຼືອງ
ຕໍ່ຕ້ານລັດຖະບານ ແລະ ສະຫະພັນກຳມະກອນຢູ່ຖະໜົນຕ່າງໆໃນນະຄອນຫຼວງ ປາຣີ
ແລະ ທົ່ວປະເທດໃນວັນພຸດມື້ນີ້. ທ່ານໄດ້ກ່າວວ່າ ເປົ້າໝາຍແມ່ນເພື່ອປ້ອງກັນພວກ
ປະທ້ວງດ້ວຍເຈຕະນາທີ່ຖືກຕ້ອງຕາມກົດໝາຍ” ແລະ ປົກປ້ອງນະຄອນຫຼວງ ປາຣີ
ຈາກການຮຽກຮ້ອງໃນສື່ສັງຄົມຕ່າງໆເພື່ອເຮັດໃຫ້ມັນ “ເປັນນະຄອນຫຼວງຂອງການກໍ່
ຈະລາຈົນ.”
ທ່ານໄດ້ກ່າວວ່າ ເມືອງອື່ນໆໃນທົ່ວ ຝຣັ່ງ ກໍໄດ້ລະມັດລະວັງຕົວເຊັ່ນກັນ.
ໃນປະເທດ ເຢຍຣະມັນ, ເຈົ້າໜ້າທີ່ຫຼາຍກວ່າ 5,500 ຄົນຈະຖືກສົ່ງໄປນະຄອນຫຼວງ
ເບີລິນ ບ່ອນທີ່ພວກປະທ້ວງ, ນຳໜ້າໂດຍຂະບວນການ “ປະຕິວັດ 1 ພຶດສະພາ” ນັ້ນ,
ໄດ້ຮຽກຮ້ອງໃຫ້ປະຊາຊົນອອກມາປະທ້ວງຫຼາຍອາທິດແລ້ວ. ນັກເຄື່ອນໄຫວຫຼາຍເຖິງ
20,000 ຄົນຄາດວ່າຈະປະທ້ວງຕໍ່ຕ້ານ ວິທີການຍົກລະດັບຊຸມຊົນໃນເມືອງ
ໄຟຣດຣິກເຊນ (Friedrichshain) ທາງພາກຕາເວັນອອກຂອງປະເທດ.
ໃນນະຄອນຫຼວງ ຈາກາຕາ, ໂຄສົກຕຳຫຼວດ ຜູ້ບັນຊາການ ອາໂກ ຢູໂວໂນ ໄດ້ກ່າວ
ວ່າ ເຈົ້າໜ້າທີ່ 1,500 ຄົນຈະຖືກສົ່ງໄປຄວບຄຸມການປະທ້ວງໃນຂົງເຂດ ອິສໂຕຣາ
ເຊນາຢານ ແລະ 25,000 ຄົນ ສຳລັບການປະທ້ວງໃກ້ໆກັບທຳນຽບລັດຖະບານ.”
ທ່ານໄດ້ກ່າວວ່າ ພວກປະທ້ວງຫຼາຍກວ່າ 40,000 ຄົນຄາດວ່າຈະອອກມາຖະໜົນ
ຕ່າງໆໃນນະຄອນຫຼວງຂອງ ອິນໂດເນເຊຍ.