ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຫຼາຍ​ປະ​ເທດ​ ເຫັນ​ພ້ອມ​ ກ່ຽວ​ກັບ ​ກົດລະ​ບຽບ ສະ​ພາບ​ອາ​ກາດ


ບັນ​ດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ໃນກອງ​ປະ​ຊຸມສຸດຍອດ ​ດິນ​ຟ້າ​ກາ​ອາ​ກາດ COP24 ທີ່ນະ​ຄອນ​ ກາ​ໂຕ​ວາຍ​ສ໌, ປະ​ເທດ ໂປ​ແລນ ວັນ​ທີ 15 ທັນ​ວາ 2018.
ບັນ​ດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ໃນກອງ​ປະ​ຊຸມສຸດຍອດ ​ດິນ​ຟ້າ​ກາ​ອາ​ກາດ COP24 ທີ່ນະ​ຄອນ​ ກາ​ໂຕ​ວາຍ​ສ໌, ປະ​ເທດ ໂປ​ແລນ ວັນ​ທີ 15 ທັນ​ວາ 2018.

ບັນ​ດາ​ຜູ້​ຕາງ​ໜ້າ​ຈາກເກືອບ 200 ປະ​ເທດ​ໄດ້ສິ້ນສຸດກອງ​ປະ​ຊຸມ​ສະ​ຫະ​ປະ​ຊາ​ຊາດ
ກ່ຽວ​ກັບ​ ດິນ​ຟ້າ​ອາ​ກາດ ດ້ວຍ​ການ​ສະຫຼຸບປຶ້ມກົດ​ລະ​ບຽບ​ທີ່​ເຫັນ​ພ້​ອມ​ນຳ​ກັນ ທີ່​ຈະ
​ຊ່ວຍ​ບໍ​ລິ​ຫານ​ຄ​ວາມ​ພະ​ຍາ​ຍາມ​ ເພື່ອ​ຫລຸ​ດ​ຜ່ອນການ​ປ່ອຍ​ແກັສ​ເຮືອນ​ແກ້ວ ແລະ
​ ຍັບ​ຢັ້ງການ​ເພີ່ມ​ຂຶ້ນ​ຂອງ​ອຸນ​ຫະ​ພູມ​ໂລກ.

ຂໍ້​ຕົກ​ລົງດັ່ງ​ກ່າວ​ໄດ້​ຖືກບັນ​ລຸ​ໃນ​ເມືອງ ກາ​ໂຕ​ວາຍ​ສ໌ (Katowice) ປະ​ເທດ​ ໂປ​ແລນ
ຫຼັງ​ຈາກ​ການເຈ​ລະ​ຈາສອງ​ອາ​ທິດ ທີ່​ຈະ​ເຮັດ​ໃຫ້​ປະ​ເທດທັງຫຼາຍ ດຳ​ເນີນ​ການ​ໃຊ້​
ຫຼັກ​ເກ​ນ​ຕ່າງໆ​ໃນຂໍ້​ຕົກ​ລົງ​ດິນ​ຟ້າ​ອາ​ກາດ ປາ​ຣີ ​ປີ 2015.

ປະ​ທາ​ນ​ກອງ​ປະ​ຊຸມສະ​ພາບ​ອາ​ກາດ​ປ່ຽນ​ແປງ COP24, ທ່ານ​ໄມ​ເກີ​ລເຄິດ​ຢາ​ກາ
ກ່າວ​ວ່າ “ມັນ​ໄດ້​ເປັນ​ຫົນ​ທາງ​ທີ່​ຍາວໄກ. ພວກ​ເຮົາ​ໄດ້ເຮັດ​ດີ​ທີ່​ສຸດ​ເພື່ອ​ບໍ່​ໃຫ້ມີ​ໃຜ
ຕົກ​ຄ້າງ.

ພະ​ນັກ​ງານ​ຄົນ​ນຶ່ງ​ກຳ​ລັງ​ມ້າງ​ບ່ອນ​ສະ​ແດງຂອງ ອອ​ສ​ເຕ​ຣຍ ໃນ​ຂະ​ນະ​ທີ່ກອງ​ປະ​ຊຸມ​ດິນ​ຟ້າ​ອາ​ກາດ​ເສັດ​ສິ້ນ​ລົງ ທີ່​ເມືອງ ກາ​ໂຕ​ທວຍ​ສ໌ ທີ​ໂ​ປ​ແລນ ວັນ​ທີ 15 ທັນ​ວາ 2018.
ພະ​ນັກ​ງານ​ຄົນ​ນຶ່ງ​ກຳ​ລັງ​ມ້າງ​ບ່ອນ​ສະ​ແດງຂອງ ອອ​ສ​ເຕ​ຣຍ ໃນ​ຂະ​ນະ​ທີ່ກອງ​ປະ​ຊຸມ​ດິນ​ຟ້າ​ອາ​ກາດ​ເສັດ​ສິ້ນ​ລົງ ທີ່​ເມືອງ ກາ​ໂຕ​ທວຍ​ສ໌ ທີ​ໂ​ປ​ແລນ ວັນ​ທີ 15 ທັນ​ວາ 2018.

ແນວ​ໃດ​ກໍ​ຕາມ ​ບາງ​ປະ​ເທດກໍໄດ້ຄິດ​ວ່າ ​ກອ​ງ​ປະ​ຊຸມດັ່ງ​ກ່າວ ​ແມ່​ນ​ເຮັດ​ບໍ່ໄດ້​ດີ​ພໍ​ໃນ
​ຄວາມ​ພະ​ຍ​າ​ຍາມ ດັ່ງ​ທີ່​ການ​ຄົ້ນ​ຄວ້າ​ຫວ່າງ​ມໍ່ໆ​ມາ​ນີ້​ໄດ້​ສ​ະ​ແດງ​ໃຫ້​ເຫັນ​ວ່າ ຄວາມ
​ອົບ​ອຸ່ນ​ຂອງ​ໂລກ​ອາດ​ເພີ່ມ​ຂຶ້ນໄວ​ກວ່າການ​ຕອບ​ໂຕ້​ມັນ​ໂດຍລັດ​ຖະ​ບານຕ່າງໆ.

ເດືອນ​ແລ້ວ​ນີ້​ການ​ສຶກ​ສາ​ໄດ້​ເປີດ​ເຜີຍ​ວ່າ ​ພາ​ວະ​ໂລກ​ຮ້ອນ ​ຈະເຮັດ​ໃຫ້​ໄພ​ພິ​ບັດ​
ຕ່າງໆ​ໂຫດ​ຮ້າຍກວ່າ​ເກົ່າເຊັ່ນ ​ໄຟ​ໄໝ້​ປ່າທີ່​ຮ້າຍ​ແຮງ​ໃນ​ລັດ​ຄາ​ລິ​ຟໍ​ເນຍ ແລະ​ ເຮີ​ຣິ
​ເຄນທີ່ຮຸນ​ແຮງ ທີ່​ໄດ້ພັດ​ຖະ​ຫລົ່ມ​ ສະ​ຫະ​ລັດ ໃນ​ປີ​ນີ້.

ພວກ​ຊາ​ວ​ໜຸ່ມ​ໂປ​ແລນ ພາ​ກັນ​ປະ​ທ້ວງ ຢູ່ກ​ອງ​ປະ​ຊຸມ​ດິນ​ຟ້າ​ອາ​ກາດ ຮຽກ​ຮ້ອງ​ໃຫ້ເກືອບ 200 ປະ​ເທດ​ເຫັນ​ພ້ອມ​ກັບ​ຂໍ້​ຕົກ​ລົງຫລຸດ​ຜ່ອນ​ຄວາມ​ທ​ອົບ​ອຸ່ນ​ໂລກ ມັນ​ທີ 14 ທັນ​ວາ 2018.
ພວກ​ຊາ​ວ​ໜຸ່ມ​ໂປ​ແລນ ພາ​ກັນ​ປະ​ທ້ວງ ຢູ່ກ​ອງ​ປະ​ຊຸມ​ດິນ​ຟ້າ​ອາ​ກາດ ຮຽກ​ຮ້ອງ​ໃຫ້ເກືອບ 200 ປະ​ເທດ​ເຫັນ​ພ້ອມ​ກັບ​ຂໍ້​ຕົກ​ລົງຫລຸດ​ຜ່ອນ​ຄວາມ​ທ​ອົບ​ອຸ່ນ​ໂລກ ມັນ​ທີ 14 ທັນ​ວາ 2018.

ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ ກຣີນ​ພີ​ສ ທ່ານ​ນາງ​ ເຈ​ນີ​ເຟີຣ ມໍ​ຣ​ແກນ ໄດ້ກ່າວ​ວ່າ
“ພວກ​ເຮົາ​ສືບ​ຕໍ່​ເປັນ​ພິ​ຍານ ​ໃນ​ການ​ແຕກ​ແຍກທີ່​ບໍ່ມີ​ຄວາມ​ຮັບ​ຜິດ​ຊອບ​ລະ​ຫວ່າງ
​ບັນ​ດ​າປະ​ເທດ​ໝູ່​ເກາະທີ່​ມີ​ຄວາມ​ສ່ຽງ ແລະ​ ບັນ​ດາ​ປະ​ເທດທີ່​ທຸກ​ຍາກ ທີ່​ໄດ້​ຕໍ່​ສູ້
​ກັບ​ພວກ​ຜູ້​ທີ່ກີດ​ກັ້ນ​ ການ​ດຳ​ເນີນ​ການ​ດ້ານ​ສະ​ພາບ​ອາ​ກາດ ຫຼື ຜູ້​ທີ່ລົ້ມ​ແຫຼວ​ໃນ
​ດ້ານ​ສິນທຳ ເພື່ອ​ປະ​ຕິ​ບັດ​ການໃຫ້​ໄວ​ພໍ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG