ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໙ ມັງກອນ ໒໐໒໕

ລັດຖະບານຊີເຣຍ ເຕັມໃຈຈະເຈລະຈາກັບ ຝ່າຍຄ້ານທີ່ປະກອບອາວຸດ (ສະໄລດ໌)


ພວກນັກລົບຊີເຣຍເສຣີ ໝອບລົງ ຂະນະຍິງລູກຈະຫລວດ ຢູ່ທີ່ແນວໜ້າ.
ພວກນັກລົບຊີເຣຍເສຣີ ໝອບລົງ ຂະນະຍິງລູກຈະຫລວດ ຢູ່ທີ່ແນວໜ້າ.
ລັດຖະບານ​ຊີ​ເຣຍ ກ່າວ​ວ່າ ຕົນ​ພ້ອມ​ແລ້ວ​ທີ່​ຈະເຈລະຈາ​
ກັບຝ່າຍ​ປະ​ກອບ​ອາວຸດ ທີ່​ຕໍ່ຕ້ານ​ປະທານາທິບໍດີ Bashar
al-Assad ນັ້ນ.

ລັດຖະມົນຕີ​ຕ່າງປະ​ເທດຊີ​ເຣຍ ທ່ານ Walid al-Moallem
ກ່າວ​ໃນ​ວັນ​ຈັນ ມື້​ນີ້ ທີ່​ກຸງ​ມົສກູ​ວ່າ ຊີ​ເຣຍ​ແມ່ນ​ເປີດກ້ວາງ​ຕໍ່
​ການ​ສົນທະນາ​ກັບ​ພວກ​ທີ່​ຢາກ​ເຂົ້າ​ຮ່ວມ.

ທ່ານ Walid al-Moallem ກໍາລັງ​ປະຊຸມ​ກັບ​ ລັດຖະມົນຕີ​ຕ່າງ
ປະ​ເທດຣັດ​ເຊຍ ທ່ານ Sergei Lavrov ຜູ້​ທີ່​ກ່າວ​ໃນວັນອາທິດ
​ແລ້ວ​ນີ້ວ່າ ບໍ່​ມີ​ການ​ແກ້​ໄຂ​ທາງ​ທະຫານຕໍ່​ວິ​ກິດ​ການ​ຂອງ​ຊີ​ເຣຍ ​
ແລະວ່າ ​ການ​ສູ້​ລົບ​ກັນ​ຕໍ່​ໄປ​ລະຫວ່າງຝ່າຍ​ຕໍ່ຕ້ານ​ແລະກໍາລັງ​
ລັດຖະບານນັ້ນ ມີ​ແຕ່ຈະ​ນໍາ​ໄປ​ສູ່ “ຄວາມ​ພິນາດ​ທັງ​ສອງ​ຝ່າຍ.”

ບັນດາ​ນັກ​ເຄື່ອນ​ໄຫວຝ່າຍ​ຄ້ານຊີ​ເຣຍ ລາຍ​ງານ​ວ່າ ​ເຮືອບິນ​ລັດຖະບານ​ໄດ້ທໍາ​ການ​ໂຈມ
​ຕີ​ເຂດ​ຂອງ​ຝ່າຍ​ຕໍ່ຕ້ານໃນ ກຸງ Damascas ​ແລະ ເມືອງ Aleppo ​ໃນ​ວັນ​ອາທິດ​ວານນີ້.

ພວກ​ນັກ​ເຄື່ອນ​ໄຫວ ​ໄດ້​ນໍາ​ເອົາຮູບ​ວີ​ດີໂອ ​ລົງ​ເຜີຍແຜ່​ທາງ​ອິນ​ເຕີແນັດ ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ພາບຫລັງ​ຈາກ​ການ​ໂຈມ​ຕີ​ທາງ​ອາກາດ ​ໃສ່ທີ່​ໝັ້ນ​ຂອງ​ຝ່າຍ​ຕໍ່ຕ້ານ ຢູ່ໃນ​ເຂດຊານ​ເມືອງກໍ້າ
ຕາ​ເວັນ​ອອກ​ຂອງ​ Damascus ​ແລະ​ເຂດ Ezaz ທີ່​ເປັນຊາ​ນ​ເມືອງ Aleppo. ຍັງ​ບໍ່​ທັນມີ
​ລາ​ຍງານ​ ກ່ຽວ​ກັບການບາດ​ເຈັບ​ແລະ​ເສຍ​ຊີວິດ ໃນ​ທັນທີ​ນີ້​ເທື່ອ.

XS
SM
MD
LG