ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ປິດ​ລັດ​ຖະ​ບານບາງ​ພາກ​ສ່ວນ ຕົກມາ​ເຖິງ​ມື້ທີ 10 ແລ້ວ


Partial Federal Shutdown to Continue Into 2019
please wait

No media source currently available

0:00 0:02:16 0:00

ປ້າຍບອກ​ເຖິງ​ການ​ປິດ​ຫ້ອງ​ການ​ລັດ​ຖະ​ບານກາງ.

ການ​ປິດ​ລັດ​ຖະ​ບານ​ສະ​ຫະ​ລັດພາກ​ສ່ວນ​ລົງ ​ໄດ້ເປັນ​ມື້​ທີ 10 ແລ້ວ ໂດຍປາດ​ສະ​ຈາກ
​ຮ່ອງ​ຮອຍ​ທີ່ຈະ​ສິ້ນ​ສຸດລົງ ໃນ​ຂະ​ນະ​ທີ່​ການ​ເຈ​ລະ​ຈາ​ຕໍ່​ລອງ​ຍັງ​ບໍ່ທັນ​ໄປ​ໃສ​ມາໃສ ​ລະ​
ຫວ່າງ ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ກັບ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ ທີ່ກຳລັງ​ກ້າວ​ເຂົ້າ​ສູ່​ປີ 2019ຢູ່ນີ້.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ ຍັງສືບ​ຕໍ່​ຮຽກ​ຮ້ອງ​ເອົາ​ເງິນໃຊ້​ຈ່າຍຈາກ​ລັດ​ຖະ​ບານ​ກາງຫຼາຍ​
ພັນ​ລ້ານ​ໂດ​ລາ​ ເພື່ອ​ສ້າງ​ກຳ​ແພງ​ຢູ່​ຕາມ​ຊາຍ​ແດນ​ສະ​ຫະ​ລັດ ກັບເມັກ​ຊິ​ໂກ. ບັນ​ດາ​
ສະ​ມາ​ຊິກ​ສະ​ພາ ​ພັກ​ເດ​ໂມ​ແຄ​ຣັດ​ຈຳ​ນວນ​ນຶ່ງ ໄດ້​ໜູນ​ຫຼັງ ​ເຫັນສົມ​ຄວນໃນ​ການ​ເພີ້ມ​
ທຶນ​ຮັກ​ສາ​ຊາຍ​ແດນທັງ​ໝົດ ແຕ່​ວ່າ​ໄດ້​ພິ​ຈາ​ລະ​ນາວ່າ​ບໍ່​ເຫັນ​ພ້ອມນຳ​ ໃນການ​ສ້າງ
ກຳ​ແພງ. ການ​ອະ​ນຸ​ຍາດ​ໃຊ້​ຈ່າຍ​ເງິນນຶ່ງ​ສ່ວນ​ສີ່​ຂອງ​ລັດ​ຖະ​ບານ​ສະ​ຫະ​ລັດ ໄດ້​ໝົດ
​ກຳ​ນົດ​ລົງ​ໃນ​ວັນ​ທີ 22 ທັນ​ວາ.

ພວກ​ເຈົ້າ​ໜ້​າ​ທີ່​ທຳ​ນຽບ​ຂາວ​ກ່າວ​ວ່າ ການ​ສົນ​ທະ​ນາ​ເພື່ອ​ແກ້​ໄຂ​ຫາທາງ​ຜ່ານ ​ໄດ້​ພັງ​
ທະ​ລາຍ​ລົງ.

ໃນ​ວັນ​ອາ​ທິດ​ວານ​ນີ້ ປະ​ທາ​ນາ​ທິບໍດີ​ທ​ຣຳ​ໄດ້​ສົ່ງ​ຂໍ້​ຄວາມທາງ​ທວິດ​ເຕີ​ວ່າ​ ພວກເດ​ໂມ​
ແຄ​ຣັດ “ໄດ້​ໜີ​ອອກ​ໄປຈາກ​ເມືອງ ແລະ​ບໍ່​ພາກັນເປັນ​ຫ່ວງ​ນຳ​ຄວາມ​ປອດ​ໄພ ແລະ
​ການ​ຮັກ​ສາຄວາມ​ປອດ​ໄພໃຫ້ແກ່ຊາວ​ອາ​ເມ​ຣິ​ກັນ.”

ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ​ເຫັນວ່າ ການ​ກ່າວ​ຫານັ້ນ​ ເປັນ​ການເວົ້າ​ສຽດ​ສີ.​

ລັດ​ຖະ​ສະ​ພາ​ປິດ ລະ​ຫວ່າງ​ບາງ​ພາກ​ສ່ວນຂອງ​ການ​ປິດ​ລັດ​ຖະ​ບານກາງ​ ໃນ​ນ​ະ​ຄອນ​ຫຼວງວໍ​ຊິງ​ຕັນ ວັນ​ທີ 27, 2018.
ລັດ​ຖະ​ສະ​ພາ​ປິດ ລະ​ຫວ່າງ​ບາງ​ພາກ​ສ່ວນຂອງ​ການ​ປິດ​ລັດ​ຖະ​ບານກາງ​ ໃນ​ນ​ະ​ຄອນ​ຫຼວງວໍ​ຊິງ​ຕັນ ວັນ​ທີ 27, 2018.

ສະ​ມາ​ຊິກ​ສະ​ພາ​ຕ່ຳຈາກ​ລັດ​ນິວຢອກ ທ່ານ​ຮາ​ກິມ ແ​ຈັ​ຟ​ຟ​ຣີ ກ່າວ​ຕໍ່​ລາຍ​ການ​ໂທ​ລະ​
ພາບເອ​ບີ​ຊີອາ​ທິດ​ນີ້​ວ່າ “ນີ້​ແມ່ນ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ດຽວ​ກັນກັບ ຜູ້​ທີ່​ໄດ້​ເວົ້າ​ຊ້ຳ​ແລ້ວ​
ຊໍ້​າ​ອີກ​ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ແກ່​ຊາວ​ອາ​ເມ​ຣິ​ກັນ​ວ່າ ເມັກ​ຊິ​ໂກ​ຈະ​ຈ່າຍ​ຄ່າສ້າງ​ກຳ​ແພງ
​ທີ່​ທ່ານ​ວາງ​ແຜນໄວ້​. ບັດ​ນີ້​ທ່ານ​ກຳ​ລັງ​ພະ​ຍາ​ຍາມ​ທີ່​ຈະ​ຫັກ​ເອົາ​ເງິນ 5 ພັນ​ລ້ານ​ໂດ
​ລາ​ຈາກ​ຊາວ​ອາ​ເມ​ຣິ​ກັນ​ຜູ້​ເສຍ​ພາ​ສີ ເພື່ອຈ່າຍ​ຄ່າ​ສິ່ງ​ໃດ​ສິ່ງ​ນຶ່ງ​ທີ່​ເຫັນ​ແຈ້ງວ່າ​ບໍ່​ເປັນ​ຜົນປະໂຫຍດ.”

ໂຕ​ຢ່າງ​ຝາ​ກຳ​ແພງ​ກັ້​ນເຂດ​ແດ​ນ ສະ​ຫະ​ລັດ ກັບ​ເມັກ​ຊິ​ໂກ ທີ່​ເຫັນ​ຈາ​ກເມືອງທີ​ວາ​ນາ ເມັກ​ຊິ​ໂກ ວັນ​ທີ 22 ທັນ​ວາ 2018.
ໂຕ​ຢ່າງ​ຝາ​ກຳ​ແພງ​ກັ້​ນເຂດ​ແດ​ນ ສະ​ຫະ​ລັດ ກັບ​ເມັກ​ຊິ​ໂກ ທີ່​ເຫັນ​ຈາ​ກເມືອງທີ​ວາ​ນາ ເມັກ​ຊິ​ໂກ ວັນ​ທີ 22 ທັນ​ວາ 2018.

ະ​ມາ​ຊິກ​ສະ​ພາ​ສູງ​ນ້ຳ​ເບີ 2 ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ​ຈາກ​ລັດ​ອີ​ລ​ລີ​ນອຍ ທ່ານ​ດິກ
ເດີ​ບິນ ໄດ້​ສົ່ງ​ຂໍ້​ຄວາມ​ທາງ​ທວິດ​ເຕີ​ວ່າ “ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ໄດ້​ເອົາ​ການ​ຈ່າຍ​ເງິນ​
ແກ່​ພະ​ນັກ​ງານ​ລັດ​ຖະ​ບານ​ກາງ​ຫຼາຍ​ຮ້ອຍ​ພັນ​ຄົນ​ເປັນ​ໂຕ​ປະ​ກັນ ເພື່ອ​ເປັນ​ທາງ​
ອອກ​ສຸດ​ທ້າຍສຳລັບການ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ໃນການ​ໂຄ​ສະ​ນາ​ຫາ​ສຽງ. ການສ້າງ​
ກຳ​ແພງ​ຈາກມະ​ຫາ​ສະ​ໝຸດກໍ້າ​ນຶ່ງ​ໄປ​ຫາ​ມະ​ຫາ​ສະ​ໝຸດອີກກໍ້າ​ນຶ່ງ​ຈະບໍ່​ເຮັດ​ໃຫ້​ພວກ
​ເຮົາ​ມີ​ຄວາມ​ປອ​ດ​ໄພຫຼາຍຂຶ້ນ ຫຼື​ຢຸດເຊົາ​ຢາ​ເສບ​ຕິດ​ເຂົ້າ​ມາ​ປະ​ເທດ​ຂອງພວກເຮົາ.”

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG