ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກ​ານ​ປິດ​ລັດ​ຖະ​ບານ ສະ​ຫະ​ລັດ ກ້າວ​ເຂົ້າ​ສູ່​ວັນ​ທີ 23


ເຈົ້າ​ໜ້າ​ທີ່​ປະ​ຕິ​ບັດ​ການ​ລັບ ເຝົ້າ​ຍາມ​ໃນ​ວັນ​ທີ​ 22 ຂອງ​ການ​ປິດ​ລັດ​ຖະ​ບານ​ບາງ​ສ່ວນຢູ່​ທຳ​ນຽບ​ຂາວ, ນະ​ຄອນຫຼວງ ວໍ​ຊິງ​ຕັນ, 12 ມັງ​ກອນ 2019.
ເຈົ້າ​ໜ້າ​ທີ່​ປະ​ຕິ​ບັດ​ການ​ລັບ ເຝົ້າ​ຍາມ​ໃນ​ວັນ​ທີ​ 22 ຂອງ​ການ​ປິດ​ລັດ​ຖະ​ບານ​ບາງ​ສ່ວນຢູ່​ທຳ​ນຽບ​ຂາວ, ນະ​ຄອນຫຼວງ ວໍ​ຊິງ​ຕັນ, 12 ມັງ​ກອນ 2019.

ການ​ປິດ​ລັດ​ຖະ​ບານທີ່​ດົນ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ ສະ​ຫະ​ລັດ ຍັງ​ດຳ​ເນີນ​ຕໍ່​ໄປ​ຢູ່, ແລະ
ໄດ້ກ້າວເຂົ້າສູ່ວັນທີ 23 ແລ້ວໃນວັນອາທິດມື້ນີ້.

ໃນ​ວັນ​ເສົາ​ວານນີ້, ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ຂຽນ​ຂໍ້​ຄວາມ​
ໃນທວິດເຕີ ກ່ຽວກັບ ພັກເດໂມແຄຣັດ ແລະ ບັນດາຜູ້ນຳລັດຖະສະພາຂອງເຂົາເຈົ້າ.

ໃນ​ການ​ອ້າງ​ອີງ​ເຖິງ​ປະ​ທານ​ສະ​ພາ​ຕ່ຳ ທ່ານ​ນາງ ແນນ​ຊີ ເພ​ໂລ​ຊີ ແລະ ຜູ້​ນຳ​ພັກ​
ເດໂມແຄຣັດ ໃນສະພາສູງທ່ານ ຈັກ ຊູເມີ ນັ້ນ, ທ່ານ ທຣຳ ໄດ້ຂຽນໃນຕອນແລງວັນ
ເສົາວານນີ້ວ່າ: ຂ້າພະເຈົ້າຢູ່ໃນທຳນຽບຂາວ ລໍຖ້າ ທ່ານ ຈັກ ແລະ ທ່ານນາງ ເພໂລຊີ
ທີ່ກຳລັງຮ້ອງໄຫ້ຢູ່ໂທມາ ສະນັ້ນພວກເຮົາຈຶ່ງສາມາດເລີ່ມຊ່ວຍປະເທດຂອງພວກເຮົາ
ຈາກທັງເຂດຊາຍແດນ ແລະ ຈາກພາຍໃນ.”

ໃນ​ຕອນ​ເຊົ້າ​ວັນ​ເສົາ​ວານນີ້, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ຂຽນ​ໃນ​ທວິດ​ເຕີ​ວ່າ: ພວກ​ເຮົາ​ມີ​
ວິກິດການດ້ານມະນຸດສະທຳຂະໜາດໃຫຍ່ຢູ່ເຂດຊາຍແດນພາກໃຕ້ຂອງພວກເຮົາ.
ພວກເຮົາຈະບໍ່ໄດ້ເຮັດວຽກເປັນເວລາດົນຫຼາຍ ນອກຈາກວ່າພັກເດໂມແຄຣັດຈະກັບ
ຄືນມາຈາກ “ການພັກຜ່ອນຂອງເຂົາເຈົ້າ” ແລະ ກັບມາເຮັດວຽກ. ຂ້າພະເຈົ້າຢູ່ໃນທຳ
ນຽບຂາວ ກຽມພ້ອມທີ່ຈະເຊັນເອກະສານ.

ການ​ປິດ​ລັດ​ຖະ​ບານ​ໄດ້​ເກີດ​ມາ​ຈາກ​ການ​ຮຽກ​ຮ້ອງ​ເງິນຫຼາຍ​ພັນ​ລ້ານ​ໂດ​ລາ​ຂອງ ທ່ານ
ທຣຳ ເພື່ອສ້າງກຳແພງລະຫວ່າງ ສະຫະລັດ ແລະ ເມັກຊິໂກ, ເປັນການເຄື່ອນໄຫວທີ່
ສະພາຕ່ຳໄດ້ປະຕິເສດ. ທ່ານປະທານາທິບໍດີເວົ້າວ່າ ກຳແພງດັ່ງກ່າວຈະປ້ອງກັນພວກ
ຜູ້ຍົກຍ້າຍຖິ່ນຖານ ຜູ້ທີ່ທ່ານເອີ້ນວ່າ “ອາຊະຍາກອນ” ແລະ “ນັກຂົ່ມຂືນ” ໃນລະ
ຫວ່າງການໂຄສະນາຫາສຽງປະທານາທິບໍດີທີ່ປະສົບຄວາມສຳເລັດຂອງທ່ານ.

ໃນ​ຂະ​ນະ​ດຽວ​ກັນ, ການ​ປິດ​ລັດ​ຖະ​ບານ​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ພະ​ນັກ​ງານ​ລັດ​ຖະ​ບານ​
ກາງ 800,000 ຄົນຜູ້ທີ່ຖືກສັ່ງພັກວຽກຊົ່ວຄາວ ຫຼື ຜູ້ທີ່ເຮັດວຽກໂດຍບໍ່ໄດ້ຮັບຄ່າຈ້າງ.
ທັງສອງກຸ່ມນັ້ນບໍ່ມີໃຜຮູ້ວ່າ ມື້ໃດເຂົາເຈົ້າຈະໄດ້ເຫັນເງິນເດືອນຂອງເຂົາເຈົ້າອີກ.

ເຂດ​ເທດ​ສະ​ບານ​ບາງ​ແຫ່ງ ແລະ ຫົວ​ໜ່ວຍ​ທຸ​ລະ​ກິດ​ຕ່າງໆ ແມ່ນ​ກຳ​ລັງ​ພະ​ຍາ​ຍາມ​ທີ່​
ຈະຊ່ວຍເຫຼືອບັນດາພະນັກງານລັດຖະບານກາງ ແລະ ຄອບຄົວຂອງເຂົາເຈົ້າ ດ້ວຍ
ການຫຼຸດລາຄາພິເສດ ແລະ ການສະໜອງໃຫ້ຕ່າງໆ.

ໃນ​ນະ​ຄອນຫຼວງວໍ​ຊິງ​ຕັນ, ໃນ​ເຂດ​ຕົວ​ເມືອງ, ຮ້ານ​ Giant Foods ໄດ້​ເປີດ​ຕະຫຼາດ​
ຊົ່ວຄາວຢູ່ບ່ອນຈອດລົດຫຼາຍແຫ່ງຂອງເຂົາເຈົ້າໃນວັນເສົາວານນີ້ ເພື່ອເອົາອາຫານ
ໂດຍບໍ່ເສຍຄ່າໃຊ້ຈ່າຍໃຫ້ພະນັກງານລັດຖະບານກາງ. ໂຮງຮຽນໃນເມືອງຕ່າງໆຢູ່
ນະຄອນຫຼວງ ວໍຊິງຕັນ ແລະ ຂົງເຂດທີ່ຢູ່ອ້ອມແອ້ມ ໄດ້ຂະຫຍາຍໂຄງການອາຫານ
ທ່ຽງຂອງໂຮງຮຽນເຂົາເຈົ້າອອກໄປ ເພື່ອສະໜອງອາຫານທ່ຽງໂດຍບໍ່ເສຍຄ່າໃຊ້ຈ່າຍ
ໃຫ້ພວກນັກຮຽນ ຜູ້ທີ່ພໍ່ແມ່ຂອງເຂົາເຈົ້າໄດ້ເປັນຜູ້ເຄາະຮ້າຍຈາກການປິດລັດຖະບານ
ດັ່ງກ່າວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG