ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, 24 ຕຸລາ 2026

ຝ່າຍຕໍ່ຕ້ານຊີເຣຍ ເສຍຫາຍໜັກ ໃນການຕໍ່ສູ້ກັບ ຝ່າຍລັດຖະບານ (ສະໄລດ໌)

ກຸ່ມ​ສິ້​ງຊອມສິດ​ທິມະນຸດຊີ​ເຣຍ ກ່າວ​ວ່າ ​ຝ່າຍ​ລັດຖະບານ ​​ໄດ້​ຍິງ​ປືນ​ຄົກຖ​ະຫລົ່ມ​ ເມືອງ Ariha ​ຕາ​ເວັນ​ຕົກ​ສຽງເໜືອ​ຂອງປະ​ເທດ​
ກຸ່ມ​ສິ້​ງຊອມສິດ​ທິມະນຸດຊີ​ເຣຍ ກ່າວ​ວ່າ ​ຝ່າຍ​ລັດຖະບານ ​​ໄດ້​ຍິງ​ປືນ​ຄົກຖ​ະຫລົ່ມ​ ເມືອງ Ariha ​ຕາ​ເວັນ​ຕົກ​ສຽງເໜືອ​ຂອງປະ​ເທດ​
ນັກ​ເຄື່ອນ​ໄຫວຊີ​ເຣຍ ກຸ່ມ​ນຶ່ງ ກ່າວ​ວ່າ ​ການ​ຍິງຖະຫລົ່ມ​ ຂອງ​
ຝ່າຍລັດຖະບານ ໄດ້​ສັງຫານ​ຢ່າງ​ໜ້ອຍ 18 ຄົນ​ ທີ່​ພາກ​ເໜືອ​
ຂອງຊີ​ເຣຍ ໃນ​ຂະນະ​ທີ່​ພວກ​ຕໍ່ຕ້ານ​ເສຍ​ຊີວິດ 28 ຄົນ ຢູ່ໃກ້
​ກັບ​ກຸງ Damascus ​ໃນ​ການ​ຕໍ່ສູ້​ກັນ​ກັບ ​ທະຫານ​ລັດຖະບານ.

ກຸ່ມ​ສິ້​ງຊອມສິດ​ທິມະນຸດຊີ​ເຣຍ ກ່າວ​ວ່າ ​ໃນ​ວັນ​ອາທິດວານ​ນີ້
​ຝ່າຍ​ລັດຖະບານ ໄດ້​ຍິງ​ປືນ​ຄົກຖ​ະຫລົ່ມ​ໃສ່ ເມືອງ Ariha ທາງ
ພາ​ກ​ຕາ​ເວັນ​ຕົກ​ສຽງເໜືອ​ຂອງປະ​ເທດ​ ຊຶ່ງສ່ວນ​ໃຫຍ່​ແມ່ນ​ຢູ່​
ໃຕ້​ການ​ຄວບ​ຄຸມ​ຂອງພວກ​ນັກ​ລົບ​ຝ່າຍ​ຄ້ານ. ກຸ່ມ​ດັ່ງກ່າວ​ເວົ້າ
ວ່າ ຜູ້​ເຄາະ​ຮ້າຍ​ມີຮວ​ມທັງ ຜູ້​ຍິງ​ສອງ​ຄົນ ​ແລະ​ເດັກນ້ອຍ​ນຶ່ງ​ຄົນ.

ກ່ອນ​ໜ້າ​ນັ້ນ ພວກຝ່າຍຄ້ານ ​ແລະ​ທະຫານ​ລັດຖະບານ ​ໄດ້​ສູ້​
ລົບ​ກັນ​ຢ່າງດຸ​ເດືອດ ທີ່​ເມືອງ Adra ໃກ້​ກັບ​ກຸງ Damascus. ​
ກຸ່ມ​ສິ້ງຊອມສິດ​ທິມະ​ນຸດຊີ​ເຣຍກ່າວ​ວ່າ ນອກຈາກພວກ​ຝ່າຍ
ຕໍ່ຕ້ານ​ທີ່​ຖືກ​ຂ້າ​ຕາ​ຍ​ນັ້ນ​ແລ້ວ ຜູ້​ນໍາ​ຄົນ​ນຶ່ງ ​ແລະ​ສະ​ມາ​ຊິກ​ຈໍາ
ນວນ​ນຶ່ງ​ຂອງ ໜ່ວຍ​ພິທັກສາ​ທາ​ລະນະ​ລັດ ຫລື Republican
Guard ອັນ​ເປັນກອງ​ກໍາລັງ​ພິ​ເສດ​ຊັ້ນ​ຫົວ​ກະທິ ຂອງ​ລັດຖະ
ບານ ​ກໍໄດ້​ເສຍ​ຊີວິດ​ ​ໃນ​ການປະ​ທະ​ກັນນັ້ນ.

ບໍ່​ມີ​ການ​ຢັ້ງຢືນ​ທີ່ເປັນ​ເອກ​ກະລາດ ຕໍ່ລາຍ​ງາ​ນ​ເຫລົ່າ​ນີ້.

ພາບຫລ້າສຸດ ຈາກຊີເຣຍ

Free Syrian Army fighters take their positions in a room as they try to locate snipers in Aleppo's Salaheddine neighborhood, July 21, 2013.
1/4 Free Syrian Army fighters take their positions in a room as they try to locate snipers in Aleppo's Salaheddine neighborhood, July 21, 2013.
ເບິ່ງຕື່ມອີກ Show less
Free Syrian Army fighters eat their iftar meal as they break fast, in Aleppo's Karm al-Jabal neighborhood, July 21, 2013.
2/4 Free Syrian Army fighters eat their iftar meal as they break fast, in Aleppo's Karm al-Jabal neighborhood, July 21, 2013.
ເບິ່ງຕື່ມອີກ Show less
A member of the Free Syrian Army sits inside a room in Aleppo's Karm al-Jabal neighborhood, July 21, 2013.
3/4 A member of the Free Syrian Army sits inside a room in Aleppo's Karm al-Jabal neighborhood, July 21, 2013.
ເບິ່ງຕື່ມອີກ Show less
People cross a makeshift bridge after a bridge was destroyed by shelling in Deir al-Zor, Syria, July 20, 2013.
4/4 People cross a makeshift bridge after a bridge was destroyed by shelling in Deir al-Zor, Syria, July 20, 2013.
ເບິ່ງຕື່ມອີກ Show less
Previous slide
Next slide
​
XS
SM
MD
LG