ກະປະມານວ່າ ຈະມີຊາວອາເມຣິກັນ ຈຳນວນ 23 ລ້ານຄົນ ສູນເສຍປະກັນໄພສຸຂະພາບ
ໃນໄລຍະ 10 ປີຕໍ່ໜ້າ ພາຍໃຕ້ຮ່າງປະກັນໄພສຸຂະພາບ ຂອງພັກ Republican ທີ່ມີ
ຈຸດປະສົງ ທີ່ຈະຍົກເລີກປະກັນໄພສຸຂະພາບລາຄາຍ່ອມເຍົາ ອີງຕາມຄຳເວົ້າ ຂອງຫ້ອງການງົບປະມານລັດຖະສະພາ ຫຼື CBO ທີ່ບໍ່ຂຶ້ນກັບພັກໃດພັກນຶ່ງນັ້ນ.
ຫ້ອງການ CBO ໄດ້ເປີດເຜີຍ ໃນວັນພຸດວານນີ້ ບົດວິເຄາະຂອງຕົນ ກ່ຽວກັບປະກັນໄພສຸຂະພາບທີ່ທາງສະພາຕ່ຳຫາກໍຮັບຮອງເອົາໂດຍກະປະມານເບິ່ງຜົນກະທົບທີ່ມາດຕະ
ການດັ່ງກ່າວຈະມີຕໍ່ການຊື້ປະກັນໄພສຸຂະພາບ ລາຄາແລະງົບປະມານຂອງລັດຖະບານ.
ການວິເຄາະລະບຸວ່າ ບັນດາຜູ້ບໍລິໂພກໃນຈຳນວນເພີ່ມຂຶ້ນ ຈະຕັດການປະກັນຂອງເຂົາ
ເຈົ້າໃຫ້ໜ້ອຍລົງ ແລະອີກຫຼາຍໆຄົນຈະປະເຊີນໜ້າກັບຄ່າສົບທົບທີ່ສູງຂຶ້ນ ພາຍໃຕ້ຮ່າງ
ກົດໝາຍນີ້ ຊຶ່ງໄດ້ມີການຮັບຮອງເອົາ ດ້ວຍຄະແນນສຽງທີ່ໃກ້ຄຽງກັນ 217 ຕໍ່ 213
ໃນວັນທີ 4 ພຶດສະພາ ຜ່ານມານີ້.
ການນຳເອົາກົດໝາຍໃໝ່ ມາໃຊ້ແທນປະກັນໄພສຸຂະພາບລາຄາຍ່ອມເຍົາ ທີ່ຮູ້ກັນດີ
ໃນຊື່ Obamacare ນັ້ນ ແມ່ນເປັນບູລິມມະສິດຂອງທ່ານ ດໍໂນລ ທຣຳ ໃນລະຫວ່າງ
ການໂຄສະນາຫາສຽງ ແລະບັນດາສະມາຊິກສະພາພັກ Republican ນັບຕັ້ງແຕ່
ກົດໝາຍດັ່ງກ່າວໄດ້ປະກາດໃຊ້ ໃນປີ 2010.
ຫ້ອງການ CBO ໄດ້ອອກລາຍງານ 2 ສະບັບ ກ່ຽວກັບຮ່າງກົດໝາຍສະບັບກ່ອນ
ຂອງພັກ Republican ທີ່ເອີ້ນວ່າ American Health Care Act ໃນເດືອນມີນາ
ຜ່ານມານີ້.
ລາຍງານທັງສອງສະຫຼຸບວ່າ ຮ່າງກົດໝາຍທີ່ວ່ານີ້ ຈະເຮັດໃຫ້ຊາວອາເມຣິກັນທີ່ບໍ່ມີ
ປະກັນໄພສຸຂະພາບ ມີຈຳນວນເພີ່ມຂຶ້ນ ເຖິງ 24 ລ້ານຄົນ ໃນໄລຍະ 10 ຂ້າງໜ້າ.
ນອກນັ້ນ ລາຍງານນີ້ ຍັງຄາດຄະເນວ່າ ຮ່າງກົດໝາຍດັ່ງກ່າວ ຈະເຮັດໃຫ້ຄ່າປະກັນໄພສຸຂະພາບສູງຂຶ້ນຕື່ມ ໂດຍສະເລ່ຍ 15 ຫາ 20 ເປີເຊັນພາຍໃນໄລຍະ 2 ປີຕໍ່ໜ້າ ແຕ່ກໍ
ຈະເຮັດໃຫ້ຄ່າປະກັນໄພຫລຸດລົງ 10 ເປີເຊັນຕ່ຳລົງກວ່າທີ່ຄວນຈະເປັນພາຍໃນປີ 2026.
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ