ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາຍ​ງານ​​ລັດ​ຖະ​ບານ​ພົບ​ວ່າ ອະ​ດີດ​ຜູ້​ບໍ​ລິ​ຫານ​ໃຫຍ່​ຂອງອົງ​ການ USAGM ລະ​ເມີດ​ອຳ​ນາດ, ເສຍ​ຖິ້ມ​ເງິນ​ທຶນ 1.6 ລ້ານ​ໂດ​ລາ


ທ່ານ ໄມ​ເກິ​ລ ແພັກ ເຂົ້າ​ຮ່ວມ​ການ​ໃຫ້​ການ​ຂອງ​ທ່ານ​ເພື່ອ​ນຳ​ພາ​ອົງ​ການ USAGM, 19 ກັນ​ຍາ 2019.
ທ່ານ ໄມ​ເກິ​ລ ແພັກ ເຂົ້າ​ຮ່ວມ​ການ​ໃຫ້​ການ​ຂອງ​ທ່ານ​ເພື່ອ​ນຳ​ພາ​ອົງ​ການ USAGM, 19 ກັນ​ຍາ 2019.

ຫົວ​ໜ້າ​ອົງ​ການ​ສື່ມວນ​ຊົນ​ໂລກ ສະ​ຫະ​ລັດ ຫຼື USAGM ທີ່​ຖືກ​ແຕ່ງ​ຕັ້ງ​ໂດຍ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ທຳ​ອິດ​ໄດ້​ລະ​ເມີດ​ກົດ​ລະ​ບຽບ​ລະ​ບົບ​ການ​ປ້ອງ​ກັນ​ບັນ​ນາ​ທິ​ການ, ໄດ້ພົວ​ພັນ​ໃນ​ການ​ເຮັດ​ໃຫ້ເງິນ​ທຶນ​ສ​າ​ທາ​ລະ​ນະ​ເສຍ​ຖິ້ມ​ຢ່າງຫຼວງຫຼາຍ ແລະ ໄດ້​ລະ​ເມີ​ດ​ອຳ​ນາດ​ຂອງ​ລາວ, ອີງ​ຕາມ​ລາຍ​ງານ 145 ໜ້າ​ທີ່​ຖືກ​ເປີດ​ເຜີຍ​ໃນ​ວັນ​ພຸດ​ວານນີ້ ​ໂດຍ​ຫ້ອງ​ການ​ຂອງ​ສະ​ພາ​ພິ​ເສດ ຫຼື OSC.

OSC, ເຊິ່ງ​ແມ່ນ​ອົງ​ການ​ອິດ​ສະຫຼະ ​ທີ່​ໄດ້​ຮັບ​ອຳ​ນາດ ​ເພື່ອ​ສືບ​ສວນ​ສອບ​ສວນ​ການ​ກະ​ທຳ​ຜິດ​ພາຍ​ໃນ​ລັດ​ຖະ​ບານ​ກາງ, ໄດ້​ແຈ້ງ USAGM ໃນ​ເດືອນ​ທັນ​ວາ 2020 ຕໍ່​ການ​ກ່າວ​ຫາ​ ການ​ກະ​ທຳ​ຜິດ​ຢ່າງຫຼວງຫຼາຍ ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ທ່ານ ໄມ​ເກິ​ລ ແພັກ ແລະ ໄດ້​ຊີ້​ນຳ​ໃຫ້​ອົງ​ການ​ລັດ​ຖະ​ບານ​ກາງ​ດັ່ງ​ກ່າວ​ດຳ​ເນີນ​ການ​ສືບ​ສວນ​ສອບ​ສວນ. USAGM ຕໍ່​ມາ​ໄດ້​ພົວ​ພັນ​ກັບ​ຜູ້​ຊ່ຽວ​ຊານ​ອິດ​ສະຫຼະ​ສາມ​ຄົນ ​ທີ່​ມີ​ປະ​ຫວັດ​ໃນ​ການ​ປົກ​ປ້ອງ ​ຜູ້​ລາຍ​ງານ​ການ​ກະ​ທຳ​ຜິດ​ ຂອງ​ລັດ​ຖະ​ບານ ແລະ ການ​ເຮັດ​ຂ່າວ​ເພື່ອ​ດຳ​ເນີນ​ການ​ສອບ​ສວນ.

ທ່ານ ແພັກ, ເຊິ່ງ​ແມ່ນ​ນັກ​ຜະ​ລິດ​ຮູບ​ເງົາ​ສາ​ລະ​ຄະ​ດີ​ຫົວ​ອະ​ນຸ​ລັກ​ນິ​ຍົມ, ຖືກ​ສະ​ເໜີ​ຊື່​ໂດຍ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໃຫ້​ໄດ້​ຮັບ​ຕຳ​ແໜ່ງ​ຫົວ​ໜ້າ​ອົງ​ການ​ດັ່ງ​ກ່າວ ເພື່ອ​ຄວບ​ຄຸມ​ເຄືອ​ຂ່າຍ​ຂ່າວ​ອິດ​ສະຫຼະ 6 ແຫ່ງ ແລະ ອົງ​ການ​ອື່ນໆ, ລວ​ມ​ທັງ​ສຽງ​ອາ​ເມ​ຣິ​ກາ. 7 ເດືອນຫຼັງ​ຈາກ​ໄດ້​ເຂົ້າ​ດຳ​ລົງ​ຕຳ​ແໜ່ງ, ທ່ານ​ກໍ​ໄດ້​ລາ​ອອກ​ ໃນ​ເດືອນ​ມັງ​ກອນ 2021 ຕາມ​ການ​ຮ້ອງ​ຂໍ​ ຂອງ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ​.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG