ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາວອະນຸມັດ ການກໍ່ສ້າງສະໜາມບິນ ນາໆຊາດ ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ


ໂຮງກາຊີໂນ ທີ່ສ້າງຂຶ້ນໃນເຂດເສດຖະກິດພິເສດສາມຫລ່ຽມຄໍາ ທີ່ສ້າງໂດຍກຸ່ມບໍລິສັດຈີນ
ໂຮງກາຊີໂນ ທີ່ສ້າງຂຶ້ນໃນເຂດເສດຖະກິດພິເສດສາມຫລ່ຽມຄໍາ ທີ່ສ້າງໂດຍກຸ່ມບໍລິສັດຈີນ

ລັດຖະບານລາວອະນຸມັດແຜນການກໍ່ສ້າງສະໜາມບິນນາໆ ຊາດຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ສ່ວນປະທານກຸ່ມລົງທຶນຈາກຈີນຢືນຢັນຈະພັດທະນາເຂດດັ່ງກ່າວໃຫ້ທັນ ສະໄໝຕາມແຜນການທີ່ວາງໄວ້.

ທ່ານ ສົມມາດ ພົນເສນາ ລັດຖະມົນຕີວ່າການ ກະຊວງໂຍທາທິການ ແລະຂົນສົ່ງໄດ້
ຕາງໜ້າໃຫ້ແກ່ລັດຖະບານລາວໃນການລົງນາມໃນສັນຍາວ່າດ້ວຍການກໍ່ສ້າງສະໜາມ
ບິນນາໆ ຊາດຢູ່ ເຂດພິເສດສາມຫຼ່ຽມຄໍາຮ່ວມກັບກຸ່ມທຸລະກິດຈາກຈີນຢ່າງເປັນທາງ
ການ ເມື່ອຕົ້ນອາທິດນີ້ຢູ່ນະຄອນຫຼວງວຽງຈັນ ຊຶ່ງຈະເປັນຜົນເຮັດໃຫ້ກຸ່ມທຸລະກິດຈາກ
ຈີນມີພັນທະທີ່ຈະຕ້ອງເປັນຝ່າຍລົງທຶນ ແລະ ດໍາເນີນການກໍ່ສ້າງສະໜາມບິນ ດັ່ງກ່າວ
ໃຫ້ແລ້ວສໍາເລັດຕາມສັນຍາ ໂດຍທີ່ລັດຖະບານລາວມີພັນທະທີ່ຈະຕ້ອງຊໍາລະຄືນທຶນ ແລະດອກເບ້ຍໃຫ້ກັບກຸ່ມທຸລະກິດຈາກຈີນໃນພາຍຫຼັງ.

ແຕ່ຢ່າງໃດກໍຕາມ ການກໍ່ສ້າງສະໜາມບິນນາໆ ຊາດສາມຫຼ່ຽມຄໍາດັ່ງກ່າວນີ້ ຈະຕ້ອງ
ໃຊ້ເງິນທຶນໃນມູນຄ່າເທົ່າໃດນັ້ນ ກໍຍັງຄົງບໍ່ມີການໃຫ້ລາຍລະອຽດຈາກພາກສ່ວນທີ່ກ່ຽວ
ຂ້ອງ ທັງໃນຝ່າຍລັດຖະບານລາວ ແລະກຸ່ມທຸລະກິດຈາກຈີນ ເນື່ອງຈາກວ່າກຸ່ມທຸລະ
ກິດຈາກຈີນ ນັ້ນຍັງຈະຕ້ອງດໍາເນີນການສຶກສາສໍາຫຼວດເພື່ອອອກແບບການກໍ່ສ້າງຢ່າງ
ລະອຽດເສຍກ່ອນ ຫາກແຕ່ກໍ່ເຊື່ອວ່າຈະຕ້ອງໃຊ້ເງິນທຶນບໍ່ໜ້ອຍກວ່າ 500 ລ້ານໂດລາ
ຢ່າງແນ່ນອນ.

ທັງນີ້ກໍເນື່ອງຈາກວ່າ ສະໜາມບິນນານາຊາດສາມຫຼ່ຽມຄໍາຈະເປັນສະໜາມບິນລະດັບ
ມາດຕະຖານ ໃນຂັ້ນ C4 ຕາມມາດຕະຖານຂອງອົງການການບິນພົນລະເຮືອນສາກົນ ກໍຄືຈະມີທາງແລ່ນຂຶ້ນ-ລົງຂອງເຮືອບິນຍາວລະຫວ່າງ 2,700 – 3,000 ເມັດ ສ່ວນ
ລານຈອດເຮືອບິນນັ້ນ ກໍຈະສາມາດຮອງຮັບເຮືອບິນໂດຍສານຂະໜາດໃຫຍ່ໄດ້ພ້ອມກັນ
ບໍ່ໜ້ອຍກວ່າ 40 ລໍາ ໃນຂະນະທີ່ອາຄານຜູ້ໂດຍສານກໍມີລະບົບຮັກສາຄວາມປອດໄພທີ່
ໄດ້ມາດຕະຖານສາກົນ ແລະ ມີສິ່ງອໍານວຍຄວາມສະດວກຕ່າງໆຢ່າງຄົບຊຸດອີກດ້ວຍ.

ເຂດເສດຖະກິດພິເສດສາມຫຼ່ຽມຄໍາຢູ່ ເມືອງຕົ້ນເຜິ້ງໃນແຂວງບໍ່ແກ້ວ ຊຶ່ງລົງທຶນ ໂດຍກຸ່ມບໍລິສັດດອກງິ້ວຄໍາຈາກຈີນ
ເຂດເສດຖະກິດພິເສດສາມຫຼ່ຽມຄໍາຢູ່ ເມືອງຕົ້ນເຜິ້ງໃນແຂວງບໍ່ແກ້ວ ຊຶ່ງລົງທຶນ ໂດຍກຸ່ມບໍລິສັດດອກງິ້ວຄໍາຈາກຈີນ

ທາງດ້ານທ່ານ ເຈົ້າເຫວ່ຍ ປະ
ທານກຸ່ມບໍລິສັດດອກງິ້ວຄໍາຈາກ
ປະເທດຈີນ ຊຶ່ງເປັນກຸ່ມລົງທຶນ ໃນເຂດເສດຖະກິດພິເສດສາມ
ຫຼ່ຽມຄໍາກໍໄດ້ຖະແຫຼງຢືນຢັນ
ໃນໂອກາດເປັນເຈົ້າພາບຈັດ
ງານດອກງີ້ວບານທີ່ມີທ່ານ ຈູມ
ມະລີ ໄຊຍະສອນ ປະທານປະ
ເທດລາວ ໄດ້ໃຫ້ກຽດເດີນ
ທາງມາເປັນປະທານ ໃນພິທີວ່າ ກຸ່ມບໍລິສັດດອກງິ້ວຄໍາ ຈະດໍາເນີນການພັດທະນາເຂດ
ເສດຖະກິດພິເສດສາມຫຼ່ຽມຄໍາໃຫ້ເປັນປະທານໃນພິທີວ່າກຸ່ມບໍລິສັດດອກງິ້ວຄໍາ ຈະດໍາ
ເນີນການພັດທະນາເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໃຫ້ເປັນເຂດບໍລິການທາງທຸລະ
ກິດການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະການຜະລິດເປັນສິນຄ້າຢ່າງຄົບວົງຈອນ ຕາມແຜນການທີ່ວາງເອົາໄວ້ໃນທຸກໆດ້ານພ້ອມກັນນີ້ ທ່ານ ເຈົ້າເຫວ່ຍ ກໍຍັງໄດ້ສະແດງ ຄວາມຮູ້ບຸນຄຸນຕໍ່ການນໍາຂອງພັກ-ລັດທີ່ໄດ້ໃຫ້ການສະໜັບສະໜູນສົ່ງເສີມເຂດເສດຖະກິດ
ພິເສດສາມຫຼ່ຽມຄໍາອີກດ້ວຍວ່າ:

(ເວົ້າພາສາຈີນ)

ເຂດເສດຖະກິດພິເສດສາມຫຼ່ຽມຄໍາເປັນການລົງທຶນ ເຖິງ 100% ໂດຍກຸ່ມບໍລິສັດດອກ
ງິ້ວຄໍາຈາກຈີນນັບຕັ້ງແຕ່ປີ 2007 ເປັນຕົ້ນມາພາຍໃຕ້ເປົ້າໝາຍ ທີ່ຈະພັດທະນາໃຫ້ເປັນ
ເຂດທ່ອງທ່ຽວທີ່ທັນສະໄໝຄວບຄູ່ກັນໄປກັບ ການອະນຸລັກຊັບພະຍາກອນທໍາມະຊາດ
ໂດຍລັດຖະບານລາວໄດ້ອະນຸມັດ ໃຫ້ສໍາປະທານທີ່ດິນທີ່ກວ້າງເຖິງ 3,000 ເຮັກຕາ ເປັນ
ເວລາເຖິງ 99 ປີ ຊຶ່ງກໍເປັນເຂດທີ່ຕິດຈອດກັບເນື້ອທີ່ຫລາຍກວ່າ 7,000 ກວ່າເຮັກຕາ
ຂອງຂດປ່າ ສະຫງວນແຫ່ງຊາດສາຍພູກິ່ວລົມ ທີ່ຍາວໄປຕາມສາຍນໍ້າຂອງໃນແຂວງບໍ່ແກ້ວ
ນັ້ນເອງ.

ພິທີມອບຮັບເຮືອນທີ່ກໍ່ສ້າງແລ້ວໂດຍກຸ່ມບໍລິສັດ ດອກງິ້ວຄໍາຈີນແກ່ລັດຖະບານລາວ ໃນວັນທີ 28 ມັງກອນ, 2012
ພິທີມອບຮັບເຮືອນທີ່ກໍ່ສ້າງແລ້ວໂດຍກຸ່ມບໍລິສັດ ດອກງິ້ວຄໍາຈີນແກ່ລັດຖະບານລາວ ໃນວັນທີ 28 ມັງກອນ, 2012

ກ່ອນໜ້ານີ້ ຄະນະກໍາມະການຄຸ້ມຄອງເຂດ
ເສດຖະກິດພິເສດ ແລະເຂດເສດຖະກິດ
ສະເພາະແຫ່ງຊາດລາວ ພາຍໃຕ້ການ
ເປັນປະທານຂອງທ່ານ ທ່ານ ສົມສະ
ຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະ
ມົນຕີ ຜູ້ຊີ້ນໍາວຽກງານໃນດ້ານເສດຖະ
ກິດຂອງລັດຖະບານລາວ ກໍໄດ້ປະເມີນ
ຜົນວ່າ ການພັດທະນາເຂດເສດຖະກິດ
ພິເສດໃນລາວ ໃນໄລຍະຜ່ານມາ ໄດ້ມີ
ຄວາມຄືບໜ້າ ຫລາຍຂຶ້ນ ໂດຍສະເພາະ
ແມ່ນ ເຂດເສດຖະກິດພິເສດສາມຫລ່ຽມ
ຄໍາ ນັ້ນ ຖືເປັນ ເຂດທີ່ໄດ້ສ້າງຜົນປະ
ໂຫຍດໃຫ້ກັບປະຊາຊົນລາວໄດ້ເປັນຢ່າງດີ.

ຫລ້າສຸດກຸ່ມບໍລິສັດດອກງິ້ວຄໍາຈາກຈີນ ກໍໄດ້ທໍາການມອບເຮືອນສອງຊັ້ນຈໍານວນ 114 ຫຼັງ ໃຫ້ປະຊາຊົນທີ່ຖືກຍົກຍ້າຍອອກຈາກເຂດເນື້ອທີ່ສໍາປະທານຢ່າງເປັນທາງການແລ້ວ ແລະ
ໃນໂອກາດດຽວກັນ ກຸ່ມບໍລີສັດດັ່ງກ່າວ ກໍຍັງໄດ້ສົ່ງມອບ ໂຮງຮຽນ, ສຸກສາລາ, ຫ້ອງການ
ບ້ານທີ່ໃສ່ຊື່ວ່າ ບ້ານໃໝ່ສາມຫລ່ຽມຄໍາ, ວັດ, ຕະຫຼາດ, ລະບົບສາຍສົ່ງໄຟຟ້າ, ນໍ້າປະປາ,
ແລະ ລົດຕຸກຕຸກອີກ 50 ຄັນ ໃຫ້ປະຊາຊົນທີ່ຖືກຍົກຍ້າຍອອກຈາກເຂດເນື້ອທີ່ສໍາປະທານ
ອີກດ້ວຍ.

XS
SM
MD
LG