ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ ເປີດປີ ການທ່ອງທ່ຽວລາວ 2018 ພ້ອມກັບ ບຸນນະມັດສະການ ພະທາດຫຼວງ


ນາຍົກລັດຖະມົນຕີລາວ ທ່ານທອງລຸນ ສີສຸລິດ ໄດ້ເປັນກຽດ ເປີດພິທີ ປີທ່ອງທ່ຽວລາວ 2018
ນາຍົກລັດຖະມົນຕີລາວ ທ່ານທອງລຸນ ສີສຸລິດ ໄດ້ເປັນກຽດ ເປີດພິທີ ປີທ່ອງທ່ຽວລາວ 2018

ລັດຖະບານລາວ ເປີດປີການທ່ອງທ່ຽວລາວ 2018 ໃນໂອກາດດຽວກັນ ກັບບຸນນະມັດ
ສະການພະທາດຫຼວງ ປະຈຳປີ 2017 ໂດຍຄາດໝາຍວ່າ ຈະດຶງດູດເອົານັກທ່ອງທ່ຽວ
ຕ່າງຊາດ ໃຫ້ໄດ້ຫຼາຍກວ່າ 5 ລ້ານຄົນ.

ພິທີເປີດປີການທ່ອງທ່ຽວລາວ 2018 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນຕອນແລງ
ວັນທີ 28 ຕຸລາ 2017 ທີ່ຜ່ານມາ ໂດຍມີທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ
ເປັນປະທານໃນພິທີ ຊຶ່ງໄດ້ຈັດຂຶ້ນ ໃນໂອກາດດຽວກັນກັບ ງານບຸນນະມັດສະການ
ພະທາດຫຼວງ ປະຈຳປີ 2017 ແລະໃນພິທີການຄັ້ງນີ້ ກໍໄດ້ມີການເຊີນສື່ມວນຊົນ ແລະ
ແຂກຈາກປະເທດສະມາຊິກອາຊຽນ ແລະພູມິພາກອື່ນໆ ຈາກທົ່ວໂລກເຂົ້າຮ່ວມດ້ວຍ.

ພິທີແຫ່ຜະສາດເຜິ້ງ ໃນງານບຸນນະມັດສະການ ພະທາດຫຼວງ ປະຈຳ ປີ 2017
ພິທີແຫ່ຜະສາດເຜິ້ງ ໃນງານບຸນນະມັດສະການ ພະທາດຫຼວງ ປະຈຳ ປີ 2017

ໂດຍລັດຖະບານລາວ ໄດ້ວາງຄາດໝາຍທີ່ຈະດຶງດູດເອົາຊາວຕ່າງຊາດ ໃຫ້ເຂົ້າມາ
ທ່ອງທ່ຽວໃນລາວ ໃຫ້ໄດ້ຫຼາຍກວ່າ 5 ລ້ານຄົນ ແລະເຮັດໃຫ້ພາກບໍລິການໃນລາວ
ມີລາຍຮັບເກີນກວ່າ 900 ລ້ານໂດລາ ໃນຕະຫຼອດປີ 2018 ດ້ວຍການຈັດກິດຈະກຳ
ແລະງານບຸນປະເພນີຕ່າງໆ ໃນ 18 ແຂວງທົ່ວປະເທດ ເຊັ່ນ ການຈັດຄາລາວານ
ລົດທ່ອງທ່ຽວແຕ່ເໜືອຮອດໃຕ້ ບຸນມະໂຫລານ ການສະແດງສິນລະປະ ວັດທະນະທຳ
ພື້ນເມືອງບັນດາເຜົ່າ ການແຂ່ງລົດວິບາກ ກິດຈະກຳປີນໜ້າຜາ ການຈັດງານວັນລາວ
ໃນຕ່າງປະເທດ ເຊັ່ນ ໄທ ຫວຽດນາມ ຍີ່ປຸ່ນ ເຢຍຣະມັນ ຝຣັ່ງ ແລະອັງກິດ ທີ່ທາງການ
ລາວ ເຊື່ອໝັ້ນວ່າ ຈະສາມາດດຶງດູດນັກທ່ອງທ່ຽວຕ່າງຊາດໄດ້ເປັນຢ່າງດີ ດັ່ງທີ່ ທ່ານ
ບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການ ກະຊວງຖະແຫລງຂ່າວ-ວັດທະນະທຳ ແລະ
ທ່ອງທ່ຽວ ໄດ້ຖະແຫລງຢືນຢັນໃນໂອກາດເປີດປີການທ່ອງທ່ຽວລາວ 2018 ວ່າ:

“ກິດຈະກຳການທ່ອງທ່ຽວຢູ່ໃນປີ 2018 ນັ້ນ ແມ່ນບັນດາກິດຈະກຳ ທີ່ບັນດາແຂວງ
ໄດ້ສະເໜີມາວ່າ ແຕ່ລະແຂວງຈະມີກິດຈະກຳແນວນັ້ນ ເພື່ອເປັນທາງເລືອກໃຫ້ແກ່
ບັນດານັກທ່ອງທ່ຽວ ທີ່ເຂົ້າມາປະເທດເຮົາ ເພື່ອເຂົາເຈົ້າຢາກຈະໄປເບິ່ງກິດຈະກຳໃດ
ຢູ່ແຂວງໃດຕ່າງໆ ແຕ່ວ່າກິດຈະກຳທີ່ເຮົາຈະເຮັດ ໃຫ້ເປັນລັກສະນະ ໃນລະດັບຊາດ
ຊຶ່ງພວກເຮົາຈະໄດ້ສົມທົບກັນ ລະຫວ່າງຄະນະຮັບຜິດຊອບ ປີທ່ອງທ່ຽວລາວ ກັບ
ແຂວງນັ້ນ ຈະພະຍາຍາມໃຫ້ເປັນກິດຈະກຳ 1 ຕໍ່ແຂວງ 1 ເຮັດແນວໃດໃຫ້ມັນມີ
ລັກສະນະ ລະດັບສາກົນ ເພື່ອຈະເຊີນແຂກຕ່າງປະເທດເຂົ້າມາເບິ່ງ ມາຊົມ
ມາໂຄສະນາ ໃຫ້ພວກເຮົາໄດ້.”

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ທ່ຽວຊົມ ຜະລິດຕະພັນສິນຄ້າຂອງລາວ ທີ່ໄດ້ວາງສະແດງຢູ່ທີ່ງານບຸນນະມັດສະການ ພະທາດຫຼວງ
ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ທ່ຽວຊົມ ຜະລິດຕະພັນສິນຄ້າຂອງລາວ ທີ່ໄດ້ວາງສະແດງຢູ່ທີ່ງານບຸນນະມັດສະການ ພະທາດຫຼວງ

ຍິ່ງໄປກວ່ານັ້ນ ທາງການລາວ ກໍຍັງໄດ້ຮັບການຢືນຢັນຈາກປະເທດສະມາຊິກ ໃນ
ອາຊຽນ ດ້ວຍກັນວ່າ ຈະໃຫ້ການຊ່ວຍເຫຼືອໃນການໂຄສະນາປະຊາສຳພັນ ປີການ
ທ່ອງທ່ຽວລາວ 2018 ຢ່າງກວ້າງຂວາງ ທັງຍັງຈະສົ່ງເສີມໃຫ້ພົນລະເມືອງຂອງຕົນ
ເດີນທາງມາທ່ອງທ່ຽວໃນລາວຫຼາຍຂຶ້ນອີກດ້ວຍ ໂດຍສະເພາະແມ່ນປະເທດໃນລຸ່ມ
ແມ່ນ້ຳຂອງ (ACMECS) ດ້ວຍກັນນັ້ນ.

ແຕ່ຢ່າງໃດກໍຕາມ ໃນຊ່ວງ 6 ເດືອນທຳອິດຂອງປີ 2017 ຊາວຕ່າງຊາດໄດ້ເດີນທາງ
ເຂົ້າມາທ່ອງທ່ຽວໃນລາວລົດລົງເຖິງ 12 ເປີເຊັນ ເມື່ອທຽບໃສ່ລະຍະດຽວກັນຂອງປີ
2016 ໂດຍສະເພາະແມ່ນນັກທ່ອງທ່ຽວຈາກປະເທດສະມາຊິກໃນອາຊຽນດ້ວຍກັນນັ້ນ
ຖືເປັນກຸ່ມນັກທ່ອງທ່ຽວທີ່ເດີນທາງເຂົ້າມາໃນລາວລົດລົງຫຼາຍທີ່ສຸດ ຊຶ່ງຖ້າຫາກວ່າ
ສະພາບການຍັງຄົງດຳເນີນໄປ ໃນທິດດັ່ງກ່າວ ກໍຍັງເຮັດໃຫ້ຄາດໝາຍໄດ້ວ່າ ຈຳນວນ
ນັກທ່ອງທ່ຽວຊາວຕ່າງຊາດ ທີ່ຈະເດີນທາງເຂົ້າມາໃນລາວ ໃນຕະຫຼອດປີ 2017 ນີ້
ຈະໜ້ອຍກວ່າໃນປີ 2016 ຢ່າງແນ່ນອນ.

ທັງນີ້ ເພື່ອຫລຸດຜ່ອນຜົນກະທົບທີ່ຈະເກີດຂຶ້ນດັ່ງກ່າວ ທາງການລາວ ກໍໄດ້ຮຽກຮ້ອງ
ຕໍ່ລັດຖະບານຂອງບັນດາປະເທດໃນອາຊຽນດ້ວຍກັນ ເພື່ອຂໍໃຫ້ມີການສົ່ງເສີມພົນລະ
ເມືອງໃນປະເທດຂອງຕົນ ໃຫ້ເດີນທາງເຂົ້າມາທ່ອງທ່ຽວໃນລາວເພີີ່ມຂຶ້ນ ໂດຍສະເພາະ
ແມ່ນປະເທດໃນລຸ່ມແມ່ນ້ຳຂອງ ທີ່ເຂົ້າຮ່ວມການປະຊຸມ ລັດຖະມົນຕີທ່ອງທ່ຽວ
ລະຫວ່າງລາວ ມຽນມາ ກຳປູເຈຍ ໄທ ແລະ ຫວຽດນາມ ຫຼີ ACMECS ນັ້ນ.

ທ່ານບໍ່ແສງຄຳ ຢືນຢັນດ້ວຍວ່າ ເປົ້າໝາຍສຳຄັນໃນການພັດທະນາການທ່ອງທ່ຽວ
ໃນລາວ ໃນປັດຈຸບັນ ຄືການປະກອບສ່ວນ ເຂົ້າໃນການຈັດຕັ້ງປະຕິບັດ ວຽກງານ
ທຸກດ້ານ ເພື່ອເຮັດໃຫ້ ACMECS ກໍຄືກຸ່ມອາຊຽນນັ້ນ ໃຫ້ເປັນຈຸດໝາຍປາຍທາງ
ດຽວກັນ ສຳລັບບັນດານັກທ່ອງທ່ຽວຈາກພູມິພາກອື່ນໆ ໃຫ້ໄດ້ຢ່າງເປັນຮູບປະທຳ
ພາຍໃນປີ 2025 ດ້ວຍການເສີມຂະຫຍາຍການຮ່ວມມືຢ່າງເຂັ້ມແຂງ ແລະໃກ້ຊິດ.

ທາງດ້ານສະມາຄົມວິໄຈການທ່ອງທ່ຽວອາຊຽນ ຫຼື ATRA ລາຍງານວ່າ ລາຍຮັບ
ໃນພາກການທ່ອງທ່ຽວຂອງລາວ ໃນປັດຈຸບັນຍັງມີລາຍຮັບຕ່ຳກວ່າ ອັນຕາສະເລ່ຍ
ໃນກຸ່ມອາຊຽນດ້ວຍກັນ ກໍຄືໃນຂະນະທີ່ລາຍຮັບການທ່ອງທ່ຽວ ຂອງອາຊຽນຢູ່ທີ່
ອັດຕາສະເລ່ຍ 12 ເປີເຊັນ ຂອງຍອດຜະລິດຕະພັນລວມພາຍໃນ ຫຼື GDP ຫາກ
ແຕ່ວ່າ ລາຍຮັບໃນພາກການທ່ອງທ່ຽວຂອງລາວ ກັບຄິດເປັນອັດຕາສະເລ່ຍພຽງ
7 ເປີເຊັນ ຂອງ GDP ເທົ່ານັ້ນ ແລະການທີ່ຈະດຶງດູດ ເອົານັກທ່ອງທ່ຽວຊາວຕ່າງ
ຊາດໃຫ້ໄດ້ 5 ລ້ານກວ່າຄົນໃນປີ 2018 ຈຶ່ງບໍ່ແມ່ນເລື່ອງງ່າຍ.

XS
SM
MD
LG